ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ

ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - images - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ
ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - kitchen vibe - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ

ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - images - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ

ສື່ຊື່ດັງໃນອັງກິດ ພາກັນລາຍງານຂ່າວວ່າ ອາເຊນອລ ກຽມຍື່ນຂໍ້ສະເຫນີຈຳນວນ 45 ລ້ານປອນ ໃຫ້ ແມນເຊສເຕີ ຢູໄນເຕັດ ພິຈາລະນາປ່ອຍ ມາຄັສ ແຣສຟອດ ມາຮ່ວມທີມ ໂດຍມີຄວາມເປັນໄປໄດ້ທີ່ແມນຢູ ສົນໃຈ ເນື່ອງຈາກນັກເຕະຈະຫມົດສັນຍາລະດູການຫນ້າແລ້ວ.

ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - Visit Laos Visit SALANA BOUTIQUE HOTEL - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ
ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - Visit Laos Visit SALANA BOUTIQUE HOTEL - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ

ອາເຊນອລ ສະໂມສອນດັງແຫ່ງພຣີເມຍລີກ ອັງກິດ ກຽມຍື່ນຂໍ້ສະເຫນີຈຳນວນ 45 ລ້ານປອນ ເພື່ອຂໍຊື້ ມາຄັສ ແຣສຟອດ ດາວຍິງຄວາມໄວສູງຈາກ ແມນເຊສເຕີ ຢູໄນເຕັດ ໃນໄລຍະຕະຫລາດນັກເຕະລະດູການນີ້.

ແຣສຟອດ ຜົນງານຝືດຢ່າງຫນັກໃນລະດູການນີ້ໂດຍຍິງໄປພຽງ 5 ປະຕູເທົ່ານັ້ນ ໃນທຸກລາຍການ ທີ່ສຳຄັນນັກເຕະຍັງຖືກ ຣາຟ ຣັງນິກ ຜູ້ຈັດການທີມຊົ່ວຄາວຈັດໃຫ້ເປັນຕົວສຳຮອງຢູ່ເລື້ອຍໆ ເຊິ່ງລາວໄດ້ລົງຫລິ້ນເຕັມເວລາ 90 ນາທີພຽງເກມດຽວໃນປີນີ້.

ຈາກສະຖານະການໃນເວລານີ້ ເຮັດໃຫ້ມີຄວາມເປັນໄປໄດ້ ກອງຫນ້າທີມຊາດອັງກິດອາຍຸ 24 ປີ ອາດຈະເລືອກຍ້າຍອອກຈາກຖິ່ນໂອນ ແທຣ໊ຟຟອດ ໂດຍສະເພາະຫາກ ແມນຢູ ພາດຕິດ 1 ໃນ 4 ບໍ່ໄດ້ໂຄຕາໄປລຸຍການແຂ່ງຂັນຢູຟາ ແຊ໊ມປຽນລີກ.

ຫລ້າສຸດ ‘‘ Football insider’’ ສື່ຊື່ດັງໃນແວດວົງບານເຕະ ລາຍງານວ່າ ມິເກລ ອາເຕຕ້າ ຜູ້ຈັດການທີມຄົນຫນຸ່ມໄຟແຮງ ມີຄວາມຕ້ອງການຢ່າງແຮງກ້າທີ່ຈະຫາກອງຫນ້າມາເສີມທີມ ໂດຍ ແຣສຟອດ ເປັນເປົ້າຫມາຍຫລັກທີ່ພວກເຂົາຢາກໄດ້ຕົວມາຮ່ວມທີມລະດູການນີ້.

ຈາກການລາຍງານລະບຸເພີ່ມຕື່ມວ່າ ອາເຊນອລ ພ້ອມທີ່ຈະຍື່ນຂໍ້ສະເຫນີຈຳນວນ 45 ລ້ານປອນ ໃຫ້ກັບ ແມນເຊສເຕີ ຢູໄນເຕັດ ໃນການປ່ອຍ ແຣສຟອດ ມາຫລິ້ນທີ່ຖິ່ນເອມີເຣສ ສະເຕດຽມ ໂດຍນັກເຕະອາດສົນໃຈເນື່ອງຈາກມີເພື່ອນຮ່ວມຊາດອັງກິດຢ່າງ ບູກາໂຢ ຊາກ້າ ອາຍຸ 20 ປີ ແລະ ເອມິລ ສະມິດ-ໂຣ ອາຍຸ 21 ປີ ຢູ່ກັບ ອາເຊນອລ ເຊັ່ນດຽວກັນ.

ທັງນີ້ ແມນເຊສເຕີ ຢູໄນເຕັດ ຄາດຫວັງຢາກໄດ້ຄ່າຕົວທີ່ເຫມາະສົມໃນການຊື້ ແຣສຟອດ ເນື່ອງຈາກພວກເຂົາຕ້ອງການເງິນຈຳນວນຫລາຍເພື່ອໃຊ້ໃນການເສີມກອງຫນ້າຄົນໃຫມ່ສຳລັບແກ້ບັນຫາເລື່ອງການຍິງປະຕູຂະນະທີ່ນັກເຕະຈະຫມົດສັນຍາໃນລະດູການຫນ້າ ສະນັ້ນມີຄວາມເປັນໄປໄດ້ທີ່ ແມນຢູ ຈະພິຈາລະນາຂໍ້ສະເຫນີຂອງ ອາເຊນອລ.

ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - 3 - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ
ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - 4 - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ
ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ - 5 - ອາເຊນອລ ເອົາແທ້, ກຽມຍື່ນ 45 ລ້ານປອນຂໍຊື້ ແຣສຟອດ ເສີມທີມ