ກວາດີໂອລາ ຫມັ້ນໃຈໂອກາດແຊ໊ມພຣີເມຍລີກ ຢູ່ໃນມືເຮືອໃບສີຟ້າແລ້ວ




ເປບ ກວາດີໂອລາ ຜູ້ຈັດການທີມ ແມນເຊສເຕີ ຊິຕີ ອອກມາກ່າວເຖິງການລຸ້ນແຊ໊ມພຣີເມຍ ລີກ ອັງກິດ ໃນລະດູການນີ້ກັບລີເວີພູລວ່າ ຕອນນີ້ໂອກາດຢູ່ໃນມືຂອງແມນເຊສເຕີ ຊິຕີ ແລ້ວ.
ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ລະດູການ 2021-22 ເມື່ອວັນທີ 30 ເມສາ ລີດ ຢູໄນເຕັດ ເປີດສະຫນາມ ເອລແລນ ໂຣດ ຕ້ອນຮັບການມາຢາມຂອງ ແມນເຊສເຕີ ຊິຕີ.
ຜົນຂອງການແຂ່ງຂັນປາກົດວ່າ ແມນ ຊິຕີ ຊະນະ 4-0 ເຮັດໃຫ້ເກັບເພີ່ມເປັນ 83 ຄະແນນ ຈາກ 34 ນັດ ແຊງ ລີເວີພູລ ກັບໄປຍຶດຜູ້ນຳ ໂດຍມີຫລາຍກວ່າ 1 ຄະແນນ ໃນຈຳນວນເກມເທົ່າກັນ ສ່ວນ ລີດ ຢຸດຢູ່ທີ 34 ຄະແນນ ຈາກ 34 ນັດ ຢູ່ອັນດັບ 17 ຕາຕະລາງ ຕ້ອງສູ້ເພື່ອຕົກຊັ້ນຕໍ່ໄປ.
‘‘ ມັນຢູ່ໃນມືຂອງເຮົາແລ້ວ ວູບແຮມຕັນ, ນິວຄາສເຊິລ ແລະ ແອສຕັນ ວິລລາ ຖ້າເຮົາສູ້ພວກເຂົາໄດ້ຫມົດ ເຮົາກໍຈະເປັນແຊ໊ມ ແຕ່ຖ້າເຮົາເຮັດຄະແນນຫລົ່ນ ລີເວີພູລກໍຈະເປັນແຊ໊ມ ເຮົາຮູ້ດີວ່າສິ່ງທີ່ເຮົາເຮັດຄືຫຍັງ ມັນຄືການທີ່ເຮົາຕ້ອງເອົາຊະນະໃນເກມຂອງເຮົາ ’’.
‘‘ ແລະມັນຍັງເປັນກຽດຫລາຍໃນການທີ່ເຮົາພະຍາຍາມຈະປ້ອງກັນແຊ໊ມ ແລະ ການຄວ້າແຊ໊ມພຣີເມຍລີກ 4 ສະໄຫມ ໃນຮອບ 5 ປີຫລັງສຸດໃຫ້ໄດ້ ຕອນນີ້ມັນບໍ່ມີຄວາມຊັບຊ້ອນຫຍັງຫລາຍ ພວກເຂົາກໍຕ້ອງການຈະເກັບໄຊຊະນະໃນເກມທີ່ມີໃຫ້ຫມົດ ’’.