ກະຊວງການເງິນພັດທະນາລະບົບລົງທະບຽນ ເສຍອາກອນລາຍໄດ້ ຜ່ານແອັບພລິເຄເຊິນ PTIN


ວັນທີ 25 ເມສາ 2022 ຜ່ານມານີ້ ຫ້ອງການກະຊວງການເງິນອອກແຈ້ງການ ການລົງທະບຽນອອກເລກປະຈໍາຕົວຜູ້ເສຍອາກອນບຸກຄົນ ເພື່ອແຈ້ງເສຍອາກອນລາຍໄດ້ ຜ່ານແອັບພລິເຄເຊິນ PTIN ຕາມພັນທະຂອງຕົນ ໂດຍລະບຸໃຫ້ຮູ້ວ່າ:
ເພື່ອໃຫ້ສາມາດ ຄຸ້ມຄອງ ແລະ ຕິດຕາມ ບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປລາວ ໃນ ຂອບເຂດທົ່ວປະເທດ ເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕໍາຫລວດ, ນັກທຸລະກິດ, ແມ່ຄ້າທົ່ວໄປ, ແມ່ຄ້າ ຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ, ນາຍຈ້າງ, ລູກຈ້າງ ກໍາມະກອນ, ຊາວຜູ້ ອອກແຮງງານ ແລະ ອື່ນໆ. ທັງເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ມີລາຍໄດ້ ທີ່ໄດ້ປະຕິບັດພັນທະຂອງຕົນຕໍ່ລັດ ໄດ້ຮັບນະໂຍບາຍຕ່າງໆຕາມກົດຫມາຍກໍານົດ ແລະ ເປັນການຄຸ້ມຄອງຖານຂໍ້ມູນຜູ້ທີ່ມີລາຍໄດ້ແບບລວມສູນ ແນໃສ່ເກັບລາຍິຮັບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທໍາເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດສັງ-ສັງຄົມຂອງຊາດຢ່າງມີປະສິດທິຜົນ.
ຫ້ອງການ ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງທ່ານ ທີ່ກ່າວມາຂ້າງເທິງນັ້ນຊາບວ່າ: ປະຈຸບັນກົມສ່ວຍ ສາອາກອນ, ກະຊວງການເງິນ ໄດ້ສໍາເລັດການພັດທະນາແອັບພລິເຄເຊິນ PTIN ເພື່ອອໍານວຍຄວາມສະດວກ ໃຫ້ບຸກຄົນ ສາມາດລົງທະບຽນຂໍເລກປະຈໍາຕົວໄດ້ດ້ວຍຕົນເອງຜ່ານທາງໂທລະສັບມືຖືໄດ້ແລ້ວ ຕາມເອກະສານຮັບຮອງຂອງທ່ານ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 0862/ກງ, ລົງວັນທີ 24 ມີນາ 2022, ເຊິ່ງຈະເລີ່ມເປີດນໍາ ໃຊ້ຢ່າງເປັນທາງການ ແຕ່ວັນທີ 2 ພຶດສະພາ 2022 ເປັນຕົ້ນໄປ.
ສ່ວນຂັ້ນຕອນວິທີ ແລະ ຂັ້ນຕອນໃນການຈັດຕັ້ງ ປະຕິບັດ ມີດັ່ງນີ້:
1. ການລົງທະບຽນຂໍເລກປະຈໍາຕົວຜູ້ເສຍອາກອນຂອງບຸກຄົນ:
– ດາວໂຫຼດ ແອັບພລິເຄເຊິນ PTINຈາກ Play Store ໃນລະບົບ Android ຫລື ຈາກ App Store ໃນລະບົບ IOS ແລ້ວຕິດຕັ້ງໃນມືຖື ຫລື ແທັບເລັດ;
– ລົງທະບຽນຜ່ານເບີໂທລະສັບ ເພື່ອຂໍລະຫັດ OTP (One Time Password) ແລະ ປະກອບຂໍ້ມູນຕາມ ແບບຟອມກໍານົດໃນລະບົບ;
– ນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນຂອງບຸກຄົນ PTIN 12 ໂຕເລກ ທີ່ໄດ້ຮັບຈາກລະບົບ ເພື່ອແຈ້ງເສຍອາກອນລາຍໄດ້ ຕາມລາຍຮັບຕົວຈິງ ຜ່ານ ແອັບພລິເຄເຊິນ PTIN;
– ທ່ານສາມາດດາວໂຫຼດ ແອັບພລິເຄເຊິນ PTIN ເພື່ອສຶກສາຂັ້ນຕອນວິທີໃນການລົງທະບຽນ ແລະ ການແຈ້ງເສຍອາກອນລາຍໄດ້ຜ່ານລິ້ງ ລຸ່ມນີ້:


2. ການເສຍອາກອນລາຍໄດ້ ຜ່ານ ແອັບພລິເຄເຊິນ PTIN;
– ປະກອບຂໍ້ມູນການແຈ້ງເສຍອາກອນລາຍໄດ້ຜ່ານ ແອັບພລິເຄເຊິນ PTIN;
– ນໍາໃຊ້ເລກທີໃບແຈ້ງ (ເລກທີ Barcode) ເພື່ອຊໍາລະອາກອນລາຍໄດ້ຜ່ານລະບົບ Easy Tax ຕາມຊ່ອງທາງ ຕ່າງໆເຊັ່ນ: ຜ່ານປ່ອງບໍລິການ, ຕູ້ເອທີເອັມ, ລະບົບຮັບຊໍາລະຜ່ານໂທລະສັບມືຖື ແລະ ຕົວແທນຮັບຊໍາລະ ອື່ນໆຂອງບັນດາທະນາຄານທຸລະກິດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.