ສະຫລຸບ 5 ຜົນກະທົບ ທີ່ ຣັສເຊຍ ຖືກ ຢູຟາ ລົງໂທດກິລາບານເຕະຕໍ່ໃນລະດູການຫນ້າ
May 3, 2022 - 9:12 PM

ສະຫລຸບ 5 ຜົນກະທົບທີ່ ຣັສເຊຍ ໄດ້ຮັບຈາກການຖືກ ສະຫະພັນບານເຕະຢູໂຣບ ຫ້າມມີສ່ວນຮ່ວມຕໍ່ເນື່ອງໃນລະດູການຫນ້າ ຫລັງສົງຄາມກັບ ຢູເຄຣນ ຍັງບໍ່ຈົບ.
ສະຫະພັນບານເຕະຢູໂຣບ (EUFA) ປະກາດຫ້າມ ຣັສເຊຍ ມີສ່ວນຮ່ວມກັບວົງການບານເຕະເພີ່ມອີກລະດູການ 2022-2023 ຫລັງຈາກສົງຄາມຮຸກຮານຢູເຄຣນ ຍັງບໍ່ມີທີທ່າວ່າຈະສິ້ນສຸດ ເຊິ່ງກ່ອນຫນ້ານີ້ທຸກສະໂມສອນ ແລະ ທີມຊາດຣັສເຊຍ ໄດ້ຖືກລົງໂທດຫ້າມເຂົ້າຮ່ວມການແຂ່ງຂັນທຸກລາຍການຂອງຢູຟາ ແລະ ສະຫະພັນບານເຕະນາໆຊາດ (FIFA) ແບບບໍ່ມີກຳນົດ ເມື່ອເດືອນກຸມພາ ເຊິ່ງລວມເຖິງບານເຕະໂລກ 2022 ແລະ ບານເຕະຍິງ 2023 ນຳອີກ ເນື່ອງຈາກຖືກຕັດອອກຈາກຮອບຄັດເລືອກເຂດຢູໂຣບ.
ການປະກາດຫລ້າສຸດຂອງຢູຟາ ເຮັດໃຫ້ຣັສເຊຍ ໄດ້ຮັບຜົນກະທົບ 5 ຂໍ້ດັ່ງນີ້ :
- ຣັສເຊຍ ຈະບໍ່ໄດ້ຮັບການພິຈາລະນາຂໍ້ສະເຫນີໃນການຂໍເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊ໊ມແຫ່ງຊາດຢູໂຣບ ທັງ 2 ຄັ້ງ (ຢູໂຣ 2028 ແລະ ຢູໂຣ 2032) ທີ່ຍື່ນເຂົ້າມາເມື່ອເດືອນມິນາ.
- ຣັສເຊຍ ຖືກຕັດສິດຈາກບານເຕະຍິງຊີງແຊ໊ມແຫ່ງຊາດຢູໂຣບ 2022 ໃນເດືອນກໍລະກົດນີ້ ໂດຍໃຫ້ ໂປຣຕຸເກສ ຜູ້ເສຍໃນຮອບເພລອອຟໄດ້ເຂົ້າມາແຂ່ງຂັນແທນ.
- ທີມຊາດຣັສເຊຍ ທີມຊາດ ຈະບໍ່ໄດ້ແຂ່ງຂັນໃນ ຢູຟາ ເນຊັນ ລີກ 2022-23 ແລະຈະຖືກປັບໃຫ້ເປັນທີມອັນດັບສຸດທ້າຍຂອງກຸ່ມ 2 ລີກ B ແລະເມື່ອສິ້ນສຸດຮອບແບ່ງກຸ່ມ ກໍຈະຕົກຊັ້ນສູ່ລີກ C ໂດຍອັດຕະໂນມັດ.
- ທຸກສະໂມສອນຈາກຣັສເຊຍ ທັງທີມຊາຍ ແລະ ທີມຍິງ ຈະຫມົດສິດແຂ່ງຂັນບານເຕະຂັນຢູໂຣບທຸກລາຍການໃນລະດູການ 2022-23 ທັງຢູຟາ ແຊ໊ມປຽນລີກ, ຢູໂຣປາລີກ ແລະ ຢູໂຣປາ ຄອນເຟີເຣນ ລີກ.