ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ - 279866189 7304314092976793 242472284362314918 n - ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ
ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ - kitchen vibe - ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ວັນທີ 2 ພຶດສະພາ 2022 ຜ່ານມານີ້, ລາວ-ກຳປູເຈຍ ກອງປະຊຸມທາງໄກຄະນະ ກຳມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍແດນ ຝ່າຍລາວນຳໂດຍ ທ່ານ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ກຳ ປູເຈຍ ພ້ອມຄະນະ, ຝ່າຍ ກຳປູເຈຍນຳໂດຍ ທ່ານ ພົນເອກ ເອິດ ສາ ຣັດ, ຮອງຜູ້ບັນຊາການທະ ຫານສູງສຸດ ຫົວໜ້າເສນາທິ ການຮ່ວມກອງທັບແຫ່ງຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນກຳປູເຈຍ-ລາວ ພ້ອມ ຄະນະ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຂອບເຂດບໍລິເວນຊາຍແດນຂອງສອງປະເທດລາວ-ກຳປູເຈຍທີ່ຍັງຄົງຄ້າງເພື່ອສ້າງໂອກາດ ແລະ ເງື່ອນໄຂເອື້ອອຳນວຍໃຫ້ຄະນະກຳມະການຊາຍແດນຮ່ວມຂອງສອງປະເທດໄດ້ສືບຕໍ່ກຳນົດ ແລະ ດຳເນີນການປັກຫຼັກໝາຍຊາຍແດນທີ່ຍັງຄົງຄ້າງໃຫ້ສຳເລັດໃນໄລຍະຍັງມີການແຜ່ລະບາດຂອງພະຍາດໂຄວິດ 19 ຝ່າຍລາວໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ສະກັັດກັ້ນການສ້າງຄວາມບໍ່ສະຫງົບຢູ່ຕາມຂອບເຂດບໍລິເວນຊາຍແດນຂອງສອງປະເທດໂດຍຜ່ານຊ່ອງທາງການທູດ.

ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ - Visit Laos Visit SALANA BOUTIQUE HOTEL - ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ພ້ອມທັງສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນເຊັ່ນ: ການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຄ້າອາວຸດ ແລະ ການກໍ່ອາຊະຍາກຳຕ່າງໆ, ຊຸກຍູ້ໃຫ້ຄະນະປະສານງານຂອງສູນປະສານງານ ໄດ້ປະຕິບັດໜ້າທີ່ຕາມການຕົກລົງເຫັນດີຂອງສອງລັດຖະມົນຕີ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າສູ່ພາວະປົກກະຕິສະເໜີໃຫ້ຈັດກອງປະຊຸມລະຫວ່າງສອງຄະນະເພື່ອເປັນການປືກສາຫາລືກຳນົດຫຼັກການ ແລະ ທິດທາງ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລວມທັງແກ້ໄຂບັນຫາຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນຂອງສອງປະເທດ, ສະໜັບສະໜູນ ແລະ ຊຸກຍູ້ໃຫ້ຄະນະກຳມະການຊາຍແດນຮ່ວມຂອງສອງປະເທດລາວ-ກຳປູເຈຍ, ກຳປູເຈຍ-ລາວໄດ້ສືບຕໍ່ດຳເນີນການສຳຫຼວດ ແລະ ປັກຫຼັກໝາຍເສັ້ນຊາຍແດນ, ຮ່ວມກັນແກ້ໄຂຈຸດຄົງຄ້າງທີ່ສອງຝ່າຍເອກະພາບກັນໃຫ້ເປັນຮູບປະທຳຍິ່ງໆຂຶ້ນແນໃສ່ເຮັດໃຫ້ເສັ້ນຊາຍແດນລາວ- ກຳປູເຈຍ ການເປັນຊາຍແດນແຫ່ງສັນຕິພາບມິດຕະພາບ ແລະ ການຮ່ວມມືພັດທະນາທີ່ດີທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັກສາຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນມູນເຊື້ອຂອງສອງຊາດ, ສອງກອງ ທັບ ແລະ ປະຊາຊົນສອງຊາດໃຫ້ນັບມື້ນັບຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ.

ພ້ອມທັງເຮັດໃຫ້ສະພາບຢູ່ບໍລິເວນຊາຍແດນມີຄວາມສະຫງົບ, ປອດໄພ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ໄດ້ໄປມາຫາສູ່ກັນ, ເຮັດໃຫ້ຊາຍແດນກາຍເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ມີການພັດທະນາແບບຍືນຍົງຢ່າງແທ້ຈິງ.

ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ - 3 - ລາວ-ກຳປູເຈຍ ຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!