ປະທານສະພາແຫ່ງຊາດ ເນັ້ນໃຫ້ເຊກອງເອົາໃຈໃສ່ປະຕິບັດ 5 ວຽກສຳຄັນ


ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງໃນວັນທີ 4 ພຶດສະພານີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດໄດ້ເນັ້ນໃຫ້ຄະນະພັກ, ຄະນະປະຈໍາສະພາປະຊາຊົນ, ອົງການ ປົກຄອງແຂວງດັ່ງກ່າວເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ, ມາດຕະ ການຕ້ານການລະບາດພະຍາດໂຄວິດ-19 ແລະ ການທ່ອງທ່ຽວສີຂຽວ.
ເພື່ອບັນລຸເປົ້າໝ!ຍເຫລົ່ານີ້, ປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ເອົາໃຈໃສ່ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຢູ່ທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງ, ໜັກແໜ້ນ, ສະກັດກັ້ນອາຊະຍາກໍາຕ່າງໆຢ່າງທັນການເດັດຂາດ, ເອົາໃຈໃສ່ຄຸ້ມຄອງສໍາມະໂນຄົວ, ຄຸ້ມຄອງຄົນຕ່າງປະເທດ; ເພີ່ມການນໍາໃຊ້ທ່າແຮງບົ່ມຊ້ອນເພື່ອສຸມທຶນ ຮອນ, ເຕັກນິກວິຊາການເຂົ້າໃສ່ການຜະລິດເປັນສິນຄ້າ, ສົ່ງເສີມການຜະລິດກະສິກໍາເປັນກຸ່ມ, ເປັນຟາມເພື່ອຂະຫຍາຍຖານການຜະລິດ ແລະ ມີຜົນຜະລິດຫລາຍ, ຊຸກຍູ້ໂຄງການລົງທຶນໃຫ້ ນໍາຜົນປະໂຫຍດສູງສຸດມາສູ່ປະເທດຊາດກໍຄືຂອງແຂວງຕາມກົດໝາຍກໍານົດ, ປົກປັກຮັກສາສິ່ງແວດລ້ອມທໍາມະຊາດ, ແກ້ໄຂຜົນກະທົບທາງສັງຄົມຈາກໂຄງການໂດຍການທົດແທນທີ່ສົມເຫດສົມຜົນ; ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ສ່ວນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ແລະຖືເປັນພາລະກິດທົ່ວປວງຊົນເຊິ່ງສະມາຊິກພັກ, ພະນັກງານລັດຖະກອນ, ປະຊາຊົນບັນດາເຜົ່າຕ້ອງຮ່ວມແຮງຮ່ວມໃຈກັນປະຕິບັດ; ເກັບ ກໍາຖານລາຍຮັບທີ່ມີໃຫ້ຄົບຖ້ວນ, ສ້າງຖານລາຍຮັບໃໝ່ໃຫ້ເພີ່ມຂຶ້ນ; ບໍ່ໃຫ້ລາຍຮັບຮົ່ວໄຫລໂດຍນໍາໃຊ້ເຄື່ອງມືເອເລັກໂຕຣນິກທີ່ທັນສະໄໝ, ຄຸ້ມຄອງລາຍຈ່າຍໂດຍປະຕິບັດດາມາດຕະການປະຢັດ.
ຂະນະທີ່ການແກ້ໄຂບັນຫາຢາເສບຕິດໃຫ້ສືບຕໍ່ຊີ້ນໍາອົງການປົກຄອງແຕ່ລະຂັ້ນ, ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຕ່ລະທ້ອງຖິ່ນເພື່ອແກ້ໄຂບັນຫາໃຫ້ທັນເວລາ, ຊຸກຍູ້ພໍ່ແມ່ປະຊາຊົນສັກວັກຊິນໃຫ້ຄົບ ແລະ ບັນລຸຕາມມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວາງອອກ, ເອົາໃຈໃສ່ປ້ອງກັນການລະບາດພະຍາດໂຄວິດ-19 ຢູ່ໂຮງຮຽນຕ່າງໆໂດຍສະເພາະໂຮງຮຽນຢູ່ເຂດຫ່າງໄກສອກ ຫລີກໂດຍສະໜອງອຸປະກອນປ້ອງກັນທີ່ຈໍາເປັນເພື່ອບໍ່ໃຫ້ລູກຫລານຢູ່ໃນຄວາມສ່ຽງ, ວາງແຜນການທ່ອງ ທ່ຽວສີຂຽວໂດຍຜັນຂະຫຍາຍບັນດານິຕິກໍາກ່ຽວຂ້ອງຂອງລັດຖະບານໂດຍສະເພາະບັນດາມາດຕະການໃຫ້ສອດຄ່ອງ ແລະ ໄດ້ຮັບຜົນສໍາເລັດ.