ພິກຄວາມຄາດຫມາຍ, ເອັມບັບເປ ກຽມຕໍ່ສັນຍາໃຫມ່ກັບ ເປແອສເຊ




ເອັມບັບເປ ກອງຫນ້າຕີຈະຫລວດ ເປແອສເຊ ກັບໃຈ ເມື່ອກຽມຕໍ່ສັນຍາສະບັບໃຫມ່ໃນຖິ່ນ ປາກ ເດ ແພຣັງ ອອກໄປອີກ 2 ປີແລ້ວ.
ຄີລີຢັນ ເອັມບັບເປ ດາວຍິງທີມຊາດຝຣັ່ງ ກຽມຫັກອົກ ຣຽວ ມາດຣິດ ທີມໃຫຍ່ຂອງສະເປນ ດ້ວຍການຈັບປາກກາຕໍ່ສັນຍາສະບັບໃຫມ່ກັບ ປາຣີສ ແຊັງ ແຊັກແມັງ ຕົ້ນສັງກັດໃນ ລີກ ເອິງ ແດນນ້ຳຫອມ ອອກໄປອີກ 2 ປີແລ້ວ.
ເອັມບັບເປ ພວມຈະຫມົດສັນຍາກັບ ແຊັງ ແຊັກແມັງ ຫລັງຈົບລະດູການນີ້ ແລະໄດ້ຮັບການຄາດຫມາຍວ່າ ຫນ້າຈະຍ້າຍໄປຫລິ້ນໃຫ້ ຣຽວ ມາດຣິດ ແບບບໍ່ມີຄ່າຕົວໃນລະດູການຫນ້າ ຫລັງຈາກທີ່ເຄີຍອອກມາຍອມຮັບຕັ້ງແຕ່ລະດູການກ່ອນວ່າ ຢາກຈະຍ້າຍໄປລ່າຕາຫນ່າງຍັງຖິ່ນ ຊານຕີອາໂກ ເບນາເບວ.
ແຕ່ຫລ້າສຸດຄະດີທຳທ່າວ່າຈະພິກ ເມື່ອ ເລິ ປາຣີຊຽງ ສື່ຊື່ດັງຂອງຝຣັ່ງ ລາຍງານຂ່າວວ່າ ເອັມບັບເປ ປ່ຽນໃຈ ແລະ ພວມຈະຕໍ່ສັນຍາສະບັບໃຫມ່ກັບ ເປແອສເຊ ອອກໄປອີກ 2 ປີແລ້ວ ແລະຍັງບັນລຸຂໍ້ຕົກລົງໃນຫລັກການຮຽບຮ້ອຍແລ້ວ ໂດຍ ເປແອສເຊ ພ້ອມຈ່າຍຄ່າເຊັນສັນຍາໃຫ້ ກອງຫນ້າອາຍຸ 23 ປີ ເຖິງ 85 ລ້ານປອນ ພ້ອມຄ່າເມື່ອຍມະຫາສານເຖິງ 820,000 ປອນ/ອາທິດ.
ທັງນີ້ນອກຈາກສັນຍາສະບັບໃຫມ່ໄລຍະເວລາ 2 ປີແລ້ວ ແຊ໊ມລີກ ເອິງ ລະດູການຫລ້າສຸດ ຍັງມີຕົວເລືອກໃນການຕໍ່ສັນຍາກັບ ເອັມບັບເປ ອອກໄປອີກ 1 ປີນຳອີກ ສ່ວນຜົນປະໂຫຍດຈາກລິຂະສິດດ້ານພາບລັກນັ້ນ ດາວຍິງທີມຊາດຝຣັ່ງ ຈະເປັນຜູ້ເບິ່ງແຍງທັງຫມົດ.