ເຊລຊີ ກຽມຮັບຊັບ ຫາກ ຣຽວ ມາດຣິດ ດັບ ລີເວີພູລ ຄວ້າແຊ໊ມປຽນ ລີກ




ເຊລຊີ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ມີໂອກາດຮັບເງິນຈຳນວນຫລາຍ ຫາກ ຣຽວ ມາດຣິດ ສາມາດເອົາຊະນະ ລີເວີພູລ ຄວ້າແຊ໊ມຢູຟາ ແຊ໊ມປຽນລີກ ລະດູການນີ້ໄດ້ສຳເລັດ ເຊິ່ງຖືເປັນຫນຶ່ງໃນເງື່ອນໄຂຕອນນທີ່ ເຊລຊີ ຂາຍ ເອເດັນ ອາຊາ ໃຫ້ກັບ ຣຽວ ມາດຣິດ.
ເປັນທີ່ຮູ້ກັນດີວ່າ ເຊລຊີ ຕັດສິນໃຈຂາຍ ອາຊາ ໃຫ້ກັບ ຣຽວ ມາດຣິດ ດ້ວຍຄ່າຕົວ 88,5 ລ້ານປອນ ແຕ່ເມື່ອລວມກັບເງື່ອນໄຂໂບນັສຕ່າງໆ ທີ່ໃສ່ລົງໄປໃນສັນຍາການຊື້ຂາຍນີ້ ເຮັດໃຫ້ຄ່າຕົວຂອງ ອາຊາ ອາດຈະພຸ່ງສູງເຖິງ 130 ລ້ານປອນ ແລະ ເຊລຊີ ກໍເຄີຍໄດ້ໂບນັສຈາກ ຣຽວ ມາດຣິດ ມາແລ້ວເກືອບ 20 ລ້ານປອນ ຕອນທີ່ ຣຽວ ມາດຣິດ ໄດ້ແຊ໊ມ ລາ ລີກາ ສະເປນ ລະດູການ 2019-20 ພ້ອມຄວ້າໂຄຕາໄປຫລິ້ນຢູຟາ ແຊ໊ມປຽນລີກ.
ແນວໃດກໍຕຕາມ ລາຍງານຫລ້າສຸດຈາກ ເດິ ຊັນ ສື່ືຊື່ດັງຂອງອັງກິດລະບຸວ່າ ເຊລຊີ ຈະໄດ້ຮັບເງິນເພີ່ມຈາກ ຣຽວ ມາດຣິດ ອີກຈຳນວນຫລາຍ (ບໍ່ມີການລະບຸຕົວເລກທີ່ແນ່ນອນ) ແຕ່ອາດສູງເຖິງ 10 ລ້ານປອນ ຫາກ ຣຽວ ມາດຣິດ ສາມດຄວ້າແຊ໊ມຢູຟາ ແຊ໊ມປຽນລີກ ລະດູການນີ້ໄດ້ສຳເລັດ.
ສຳລັບ ຢູຟາ ແຊ໊ມປຽນລີກ ລະດູການ 2021-22 ນັດຊີງຊະນະເລີດ ຣຽວ ມາດຣິດ ຈະພົບກັບ ລີເວີພູລ ໃນວັນເສົາທີ 28 ພຶດສະພານີ້ ທີ່ສະຫນາມ ສະຕາດ ເດິ ຟຣອງ ປະເທດຝຣັ່ງ.