ທູດທະຫານ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ຫວນຄືນມູນເຊື້ອ ວັນໄຊຊະນະມະຫາສົງຄາມ ປ້ອງກັນປິຕຸພູມຂອງປະຊາຊົນຣັດເຊຍ ຄົບຮອບ 77


ວັນທີ 6 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະ ເທດຮ່ວມກັບຫ້ອງການທີ່ປຶກສາທູດທະຫານ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນໄຊຊະນະມະຫາສົງຄາມ ປ້ອງກັນປິຕຸພູມຂອງປະຊາຊົນ ຣັດເຊຍ ຄົບຮອບ 77 (1945-2022) ໂດຍການເຂົ້າຂອງສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ມີສະຫາຍ ພົນຕີ ໄກຼເຢັບ ເດີ ມິຕຼີ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສະຫະພັນຣັດເຊຍປະຈໍາກະຊວງປ້ອງກັນປະເທດ ສປປ ລາວ, ມີ ບັນດາຄະນະນໍາກະຊວງປ້ອງກັນ ປະເທດ, ມີ 4 ກົມໃຫຍ່, ຫ້ອງວ່າການກະຊວງພ້ອມດ້ວຍບັນດາພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດຈ ທີ່ປຶກສາທູດຝ່າຍທະຫານສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ໄດ້ຍົກ ໃຫ້ເຫັນເຖິງຄວາມສໍາຄັນຂອງ ວັນໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງປະຊາຊົນ ຣັດເຊຍ ຄົບຮອບ 77 ເຊິ່ງມັນ ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນວັນແຫ່ງຄວາມຊົງຈໍາຂອງຊາວຣັດເຊຍທີ່ໄດ້ຮັບໄຊຊະນະຈາກຟາດຊິດເຢຍລະມັນໂດຍການນໍາພາຂອງກອງທັບແດງ ເຊິ່ງເຫດການດັ່ງກ່າວມັນໄດ້ສະແດງໃຫ້ເຫັນ ເຖິງນໍາໃຈເສຍສະຫຼະອັນສູງສົ່ງ ແລະ ຄວາມຕັດສິນໃຈອັນເດັດດ່ຽວກ້າຫານຂອງນາຍ ແລະ ພົນທະຫານຕະຫຼອດຮອດປະຊາຊົນຊາວຣັດເຊຍທີ່ໄດ້ອຸທິເລືອດເນື້ອ ແລະ ນໍ້າໃຈໃນການເສຍສະຫຼະອັນຍິງໃຫຍ່ຂອງປະຊາຊົນສະ ຫະພາບໂຊວຽດ (ສ.ຣັດເຊຍໃນປັດຈຸບັນ) ມັນໄດ້ກາຍເປັນແບບຢ່າງຂອງລັດຖິວິລະຊົນຢ່າງຫຼວງຫຼາຍ, ວິລະກໍາສ່ວນບຸກຄົນ ແລະ ເປັນຜູ້ເສຍສະຫຼະເພື່ອສັນ ຕິພາບ, ຄວາມກ້າວໜ້າທາງສັງຄົມທັງໄດ້ກໍານົດຊະຕາກໍາຂອງ ທົ່ວໂລກໂດຍສະເພາະປະຊາ ຊົນຂອງບັນດາປະເທດທີ່ຮັກຫອມສັນຕິພາບທີ່ຕົກຢູ່ໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນໃນການລຸກຂຶ້ນຕໍ່ສູ້ຍາດເອົາເອກະກາດແຫ່ງຊາດຂອງຕົ້ນ.
ສະຫາຍ ພົນຕີ ຄໍາລຽງ ອຸທະ ໄກສອນ ໄດ້ກ່າວສະແດ່ງຄວາມ ຂອບໃຈມາຍັງ ສະຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດຈ ທີ່ໄດ້ໃຫ້ກຽດມາເລົ່າຫວນຄືນ ເຖິງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງປະຊາຊົນຊາວຣັດເຊຍໃນຜ່ານມາ ເຊິ່ງເຫດການດັ່ງກ່າວສຸດທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ມີຄຸນຄ່າສູງທາງດ້ານປະຫວັດສາດຂອງ ໂລກ, ເຊິ່ງເຮັດໃຫ້ພະນັກງານ ການນໍາຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງກະຊວງປ້ອງກັນປະເທດ ສປປ ລາວ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງເຜີຍ ແຜ່ ແລະ ຜັນຂະຫຍາຍເຂົ້າໃນ ການປະຕິບັດໜ້າທີ່ວຽກງານຕົວ ຈິງຂອງ ຕົນຕື່ມອີກໃນຕໍ່ໜ້າ.