ຢູຟາ ຢືນຢັນ ເພີ່ມທີມແຂ່ງຂັນຢູຟາ ແຊ໊ມປຽນ ລີກ ເປັນ 32 ທີມ




ຢູຟາ ຢືນຢັນກຽມປັບູບແບບການແຂ່ງຂັນ ຢູຟາ ແຊ໊ມປຽນ ລີກ ໂດຍຈະເພີ່ມຈາກ 32 ທີມ ເປັນ 36 ທີມ ຕັ້ງແຕ່ປີ 2024 ເປັນຕົ້ນໄປ.
ບີບີຊີ ສື່ຊື່ດັງຂອງອັງກິດ ລາຍງານວ່າ ພາຍໃຕ້ຮູບແບບການແຂ່ງຂັນໃຫມ່ຂອງການແຂ່ງຂັນບານເຕະຢູຟາ ແຊ໊ມປຽນ ລີກ ທຸກທີມຈະລົງໃນລີກດຽວກັນຈຳນວນ 8 ນັດ (ໃນບ້ານ 4 ໄປຢາມ 4 ) ໂດຍບໍ່ມີການແບ່ງກຸ່ມຄືປັດຈຸບັນ.
ຂະນະທີ່ 8 ອັນດັບທຳອິດຈະໄດ້ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ເຊິ່ງຈະເຕະແບບນ໊ອກເອົາ ແບບອັດຕະໂນມັດ ສ່ວນທີມອັນດັບ 9 ເຖິງ 24 ຈະຕ້ອງເຕະເພລອອບ 2 ນັດ ເພື່ອຍາດໂຄຕ້າ 8 ໃບທີ່ເຫລືອ.
ສຳລັບເກນໃນການຄັດເລືອກທີມທີ່ຈະໄດ້ໂຄຕ້າ່ຜ່ານໄປຫລິ້ນໃນ ແຊ໊ມປຽນ ລີກ ເພື່ອອີກ 4 ທີມນັ້ນ ຢູຟາ ເຜີຍວ່າ ຫນຶ່ງໂຄຕ້າຈະເປັນຂອງທີມອັນດັບ 3 ໃນລີກຂອງຊາດທີ່ຄອງອັນດັບ 5 ຈາກການຈັດອັນດັບ ຂອງ ຢູຟາ.
ສ່ວນອີກຫນຶ່ງໂຄຕ້າຈະເປັນຂອງທີມທີ່ມາຈາກ ແຊ໊ມປຽນ ພາດ ແລະ ອີກ 2 ໂຄຕ້າ ທີ່ເຫລືອຈະເປັນຂອງ 2 ຊາດທີ່ສ້າງຜົນງານໂດຍລວມໃນເວທີຢູໂຣບໄດ້ດີທີ່ສຸດໃນລະດູການກ່ອນຫນ້ານັ້ນ ຍົກຕົວຢ່າງ ໃນລະດູການນີ້ເປັນຂອງອັງກິດ ແລະ ຮອນແລນ ທີ່ໄດ້ 2 ໂຄຕ້ານີ້ໄປຄອງ ເນື່ອງຈາກເປັນ 2 ຊາດທີ່ສ້າງຜົນງານໃນຢູໂຣບໄດ້ດີທີ່ສຸດເມື່ອນຳຄະແນນມາຫານກັບຈຳນວນທີມທີ່ເຂົ້າຮ່ວມການແຂ່ງຂັນ.