ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II

ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II - 344354c5 1154 4a10 9a90 df16cb0f3243 - ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II
ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II - kitchen vibe - ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II

ໃນຫວ່າງບໍ່ດົນມານີ້, ທີ່ສະຖາບັນການເງິນ-ການບັນຊີ ກະຊວງການເງິນ, ໄດ້ຈັດພິທີປິດຝຶກອົບຮົມການເປັນຄູຝຶກໃຫ້ພະນັກງານຂະແໜງການເງິນ ຊຸດ II ໂດຍການເປັນປະທານຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ມີທ່ານ ນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ຕາງໜ້າຫ້ອງການກະຊວງການເງິນ, ມີຮອງຜູ້ອຳນວຍການຈາກສະຖາບັນພັດທະນາການບໍລິຫານສຶກສາ, ມີຮອງຫົວໜ້າຂະແໜງຝຶກອົບຮົມ, ມີວິທະຍາກອນ, ນັກສຳມະນາກອນມາຈາກ 10 ກົມ ແລະ 1 ສະຖາບັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີຍັງໄດ້ຜ່ານບົດສະຫຼຸບຊຸດຝຶກອົບຮົມການເປັນຄູໃຫ້ແກ່ພະນັກງານຂະແໜງການເງິນ, ຊຶ່ງໄດ້ຍົກໃຫ້ເຫັນຊຸດຝຶກອົບຮົມດັ່ງກ່າວໄດ້ດໍາເນີນມາແຕ່ວັນທີ 3-6 ພຶດສະພາ 2022 ໂດຍໃຊ້ເວລາ 4 ວັນລັດຖະການເທົ່າກັບ 32 ຊົ່ວໂມງ, ສຳລັບຫົວຂໍ້ທີ່ນໍາມາຝຶກອົບຮົມປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບການຝຶກອົບຮົມ, ບົດບາດທີ່ສໍາຄັນຂອງຜູ້ຮັບຜິດຊອບຈັດການຝຶກອົບຮົມ, ການປະເມີນຕິດຕາມຜົນການຝຶກອົບຮົມ, ຄວາມຮູ້ພື້ນຖານກ່ຽວກັບການເປັນຄູຝຶກ, ສິ່ງທີ່ຄວນຮູ້ກ່ອນຈະມາເປັນຄູຝຶກ, ການກ້າວສູ່ອາຊີບຄູຝຶກ, ການເປັນຄູຝຶກມືອາຊີບ, ຄຸນ ສົມບັດ ແລະ ມາດຖານຂອງຄູຝຶກ, ຝຶກປະຕິບັດ.

ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II - Visit Laos Visit SALANA BOUTIQUE HOTEL - ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II

ໂອກາດດັ່ງກ່າວ, ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້, ຂໍຊົມເຊີຍຢ່າງສຸດອົກສຸດໃຈ, ວຽກງານຄູຝຶກແມ່ນໜຶ່ງໃນພາລະບົດບາດການນຳພາຂອງພັກ ແລະ ເປັນຂອດຕັດສິນຊີ້ຂາດຂອງວຽກງານການຊີ້ນຳ-ນຳພາເວົ້າລວມ, ເວົ້າສະເພາະແມ່ນພະນັກງານຂະແໜງການເງິນໃນຂອບເຂດກະຊວງການເງິນທີ່ເຂົ້າຮ່ວມຕ້ອງເປັນເຈົ້າການ ແລະ ສຸມໃສ່ທຸກສະຕິກຳລັງເພື່ອສຶກສາຄົ້ນຄ້ວາ, ແລກປ່ຽນບົດຮຽນ ແລະ ປະສົບການໃນການເປັນຄູຝຶກຕາມແຕ່ລະເປົ້າໝາຍ.

ການຝຶກອົບຮົມຄັ້ງນີ້ສຸດທີ່ມີຄວາມໝາຍ,ຄວາມສໍາຄັນຍິ່ງເພາະວ່າມັນເປັນການເສີມສ້າງຄວາມຮັບຮູ້ທາງດ້ານຄວາມຮູ້ພື້ນຖານກ້າວສູ່ອາຊີບຄູຝຶກ ແລະ ການເປັນຄູຝຶກມືອາຊີບໃຫ້ພະນັກງານຂະແໜງການເງິນຢູ່ໃນກົມອ້ອມຂ້າງກະຊວງການເງິນ, ສ້າງພະນັກງານສືບທອດເປັນຄູຝຶກໃນອານາຄົດ, ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ແລະ ຮັບປະກັນໂຄງປະກອບບຸກຄະລາກອນໃຫ້ມີ 3 ຮຸ່ນ: ຮຸ່ນອາວຸໂສ, ລຸ້ນກາງ, ຮຸ່ນໜຸ່ມ, ຕາມມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເພື່ອສືບທອດປ່ຽນແທນ ແລະ ຍົກລະດັບຄວາມຮູ້ທາງດ້ານວິຊາການ.

ທັງນີ້, ເພື່ອເປັນການແນ່ໃສ່ສ້າງພະນັກງານຂະແໜງການເງິນກະຊວງການເງິນ ເພື່ອຮັບປະກັນຜູ້ທີ່ຈະເຮັດໜ້າທີ່ສືບທອດໃນຕໍ່ໜ້າຕ້ອງມີຄວາມຮູ້-ຄວາມສາມາດຢ່າງພຽງພໍ ແລະ ມີປະສິດທິຜົນ, ເພື່ອນຳໄປເສີ່ມສ້າງ, ປັບປຸງວຽກງານຂອງຂະແໜງການເງິນໃຫ້ມີການປ່ຽນແປງໃນທາງທີ່ກ້າວໜ້າ, ມີປະສິດທິຜົນ ແລະ ມີຜົນສຳເລັດເປັນຢ່າງດີ.

ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II - 3 - ສຳເລັດຊຸດຝຶກອົບຮົມການເປັນຄູຝຶກ ໃຫ້ພະນັກງານຂະແໜງການເງິນ ຊຸດ II
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!