ສະຕາດອັບຜະລິດໂປຣຕີນຈາກແມງໄມ້ຮັບຊັບພັນລ້ານ
May 11, 2022 - 2:27 PM


ບໍລິສັດ Entoble ບໍລິສັດສະຕາດອັບ ຜະລິດໂປຣຕີນອາຫານສັດຈາກແມງໄມ້ ຮັບເງິນເພີ່ມທຶນຈາກການລະດົມທຶນ ຈາກກອງທຶນແມ່ຂອງເອັນເຕີໄພຣ (Mekong enterprise) ຈຳນວນ 25 ລ້ານຫລຽນສະຫະລັດ ແລະ ອີກ 5 ລ້ານຫລຽນສະຫະລັດ ຈາກນັກລົງທຶນບໍລິສັດ ດຣາກອນແຄັບປິຕອລ (Dragon Capital) , ເຊິ່ງບໍລິສັດ Entoble ສ້າງໂດຍ Gaetan Crielaard ແລະ Alex de Caters ຊາວເບວຍຽມ ໃນປີ 2013 ມີໂຮງງານໃນແຂວງດ່ອງໄນ ພາກໃຕ້ຂອງຫວຽດນາມ ໃນການຜະລິດໂປຣຕີນສຳລັບປະສົມອາຫານສັດຈາກແມງໄມ້ ກຳລັງການຜະລິດ 1000 ຕັນ/ປີ ແລະ ຍັງມີຜະລິດຕະພັນນ້ຳມັນສະກັດສຳລັບອາຫານສັດ ແລະ ປຸ໋ຍຊີວະພາບ ເຊິ່ງໃຊ້ວັດຖຸດິບຈາກແມງໄມ້ອີກດ້ວຍ
ຈາກ
https://zingnews.vn/startup-thuc-an-chan-nuoi-nhan-30-trieu-usd-von-dau-tu-post1315605.html