ຂໍໃຫ້ວົງການບານເຕະລາວຫວນມາກູ້ໜ້າກູ້ຕາອີກຄັ້ງ


ໂດຍ: ທິດກໍ່າ
ພາຍຫລັງທີມຊາດລາວຊຸດໃຫຍ່ໄດ້ໄປເສຍຂວັນມາແຕ່ປະເທດສິງກະໂປໃນລາຍການເຕະຊີງແຊ້ມແຫ່ງຊາດອາຊຽນ ຫລື AFF Suzuki Cup 2020 ຜົນອອກມາກໍຄືທີມຊາດລາວເປິະບໍ່ໄດ້ຈັກຄະແນນ ໂດຍເສຍໃຫ້ຫວຽດນາມ 0 ປະຕູຕໍ່ 2, ເສຍໃຫ້ມາເລເຊຍ 0 ຕໍ່ 4, ເສຍໃຫ້ອິນໂດເນເຊຍ 5 ຕໍ່ 1 ແລະ ເສຍໃຫ້ກຳປູເຈຍ 0 ປະຕູຕໍ່ 3. ຫລັງຈາກກັບມາຮອດບ້ານ ທາງສະຫະພັນບານເຕະແຫ່ງຊາດລາວກໍຂ້ຽວອອກມາຖະແຫລງຂ່າວທັນທີ ໂດຍບອກເຫດຜົນ 6 ປັດໄຈທີ່ບໍ່ປະສົບຜົນສຳເລັດຄື:
1. ວ່າຖືກຜົນກະທົບຈາກໂຄວິດ-19 ເປັນເວລາ 2 ປີກວ່າ, ການເຄື່ອນໄຫວກີລາທຸກປະເພດໄດ້ຖືກໂຈະ, ຊ້ຳບໍ່ໜຳ ສູນຝຶກກິລາບາງແຫ່ງໄດ້ຫັນເອົາມາເປັນໂຮງໝໍພາກສະໜາມ ເພື່ອປິ່ນປົວຄົນຕິດໂຄວິດ-19. ສະຫລຸບແລ້ວ ກໍຄືຊ່ວງນັ້ນໃຜໆກໍຢ້ານໂຄວິດ-19 ຈຶ່ງໂຈະການເຄື່ອນໄຫວກີລາທຸກປະເພດໃນທົ່ວປະເທດ.
2. ຄູ່ແຂ່ງເຂົາມີຄວາມພ້ອມຫລາຍກວ່າ, ເກັ່ງກວ່າ ແລະ ມີຫລາຍສະໂມສອນອາຊີບ, ສ່ວນວ່າລາວເຮົາແມ່ນຍັງບໍ່ທັນມີສະໂມສອນອາຊີບຈັກສະໂມສອນເລີຍ.
3. ເຂົາມີນັກເຕະອາຊີບຫລາກຫລາຍທີ່ໄປຄ້າແຂ່ງຢູ່ຕ່າງປະເທດ ບໍ່ວ່າຈະຢູ່ໃນເອີຣົບ ແລະ ອາຊີ.
4. ເວລາຝຶກຊ້ອມມີໜ້ອຍ.
5. ປະສົບປະການຂອງນັກເຕະລາວເຮົາບໍ່ທັນສູງ, ສ່ວນຫລາຍມີແຕ່ຄົນໜຸ່ມນ້ອຍ, ສ່ວນຜູ້ທີ່ມີປະສົບປະການແດ່ກໍຖືກອົງການບານເຕະສາກົນ ຫລື FIFA ລົງໂທດເຖິງ 45 ຄົນໃນຊ່ວງຫລາຍໆປີຜ່ານມາ.
6. ສຸດທ້າຍແມ່ນ ງົບປະມານບໍ່ພຽງພໍໃນການຈ້າງຄູຝຶກລະດັບສູງມາຝຶກແອບນັກກິລາໃຫ້ເປັນຄົນເກັ່ງ ແລະ ພັດທະນາໄປເລື້ອຍໆ. ນີ້ຄືເຫດຜົນໃນຕອນອະດີດ ກໍຄືໃນຊ່ວງສອງສາມປີຜ່ານມາ.
ແຕ່ແນວໃດກໍດີ, ຕາມທິດກໍ່າວ່າ ທ່ານ ເຊວາໄຣເວັນກາດາຣາມ ຄູຝຶກຊາວສິງກະໂປກໍໄດ້ພົ້ນໜ້າທີ່ເປັນຄູຝຶກໄປແລ້ວ ຍ້ອນຜົນງານບໍ່ໂດດເດັ່ນ ແລະ ບໍ່ເປັນທີ່ປະທັບໃຈຂອງແຟນບານລາວທົ່ວປະເທດ, ເພາະສະນັ້ນ ທາງສະຫະພັນບານເຕະແຫ່ງຊາດລາວຈຶ່ງໄດ້ຕັດສິນໃຈຈ້າງຄູຝຶກຄົນໃໝ່ມາຄຸມທີມຊາດລາວ ໂດຍແມ່ນທ່ານ ໄມເຄີ້ນໄວ ເຊິ່ງເປັນຄູຝຶກຊາວເຢຍລະມັນ ເຂົ້າມາຄຸມທີມແທນນັ້ນ ເຫັນວ່າຜົນງານການນຳທີມຊາດເຂົ້າຮ່ວມໃນລາຍການຕ່າງໆແມ່ນສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ເປັນຕົ້ນການໄປແຂ່ງຂັນໃນລາຍການຊີງແຊ້ມອາຊຽນ ລຸ້ນອາຍຸບໍ່ເກີນ 23 ປີ ທີ່ປະເທດກຳປູເຈຍ (AFF U23 Championship 2022) ເຫັນວ່າສາມາດໄດ້ອັນດັບທີ 3 ຮ່ວມກັບຕີມໍເລສເຕ. ຈາກບັນຍາກາດທີ່ໄປຮ່ວມແຂ່ງຂັນໃນຄັ້ງນີ້ ສິ່ງທີ່ເຮັດໃຫ້ແຟນບານລາວເພິ່ງພໍໃຈໃນຜົນງານກໍຄື ສາມາດເອົາຊະນະກັບມາເລເຊຍໄດ້ເຖິງ 4 ປະຕູຕໍ່ 1 ຈົນສາມາດເຂົ້າໄປຊີງທີ 3 ກັບທີມບານເຕະຕີມໍເລສເຕ, ແຕ່ກໍອະນິຈາ ໃນສອງທີມແທນທີ່ຈະໄດ້ແຂ່ງຂັນຊີງເອົາທີສາມ ມີນັກກິລາທີມຊາດລາວພາກັນຕິດໂຄວິດເຖິງ 6 ຄົນຈຶ່ງເປັນເຫດໃຫ້ໂຈະການແຂ່ງຂັນ ສຸດທ້າຍມາທັງສອງທີມບານເຕະລາວ-ຕີມໍເລສເຕຈຶ່ງພາກັນເອກະພາບສະເໝີເອົາອັນດັບທີສາມຮ່ວມກັນ ເພື່ອນ້ຳໃຈແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ລະຫວ່າງສອງປະເທດ ກໍຄືສອງສະຫະພັນບານເຕະລາວ ແລະ ຕີມໍເລສເຕ.
ເຖິງຢ່າງໃດກໍດີ, ໃນປັດຈຸບັນນີ້ ນັກກິລາບານເຕະທີມຊາດລາວປະເພດຊາຍ ແລະ ບານເຕະທີມຊາດຍິງລາວ ລຸ້ນອາຍຸບໍ່ເກີນ 23 ປີ ພວມຮ່ວມແຂ່ງຂັນຊີເກມຄັ້ງທີ 31 ທີ່ປະເທດຫວຽດນາມເປັນເຈົ້າພາບ ຄາດວ່າຈະສ້າງຊື່ສຽງ ແລະ ບັນຍາກາດອັນໃໝ່ໆ ທັງກູ້ໜ້າກູ້ຕາມາໃຫ້ວົງການບານເຕະລາວຫວນມາຄຶກຄັກອີກຄັ້ງ.