ໄມ໊ ໄທສັນ ລອດຕົວບໍ່ຖືກດຳເນີນຄະດີ ກໍລະນີທຳຮ້າຍຮ່າງກາຍຜູ້ອື່ນໃນຍົນ




ໄມ໊ ໄທສັນ ລອດຕົວບໍ່ຕ້ອງຮັບໂທດຈາກກໍລະນີທຳຮ້າຍຜູ້ອື່ນໃນລະຫວ່າງຢູ່ເທິງຍົນເມື່ອເດືອນຜ່ານມາ ໂດຍສຳນັກງານໄອຍະການລະບຸພິຈາລະນາຈາກສະຖານະການໃນເວລານັ້ນ.
ໄມ໊ ໄທສັນ ຕຳນານແຊ໊ມມວຍໂລກຮຸ່ນເຮບວີເວດຊາວອາເມລິກາ ຈະບໍ່ຕ້ອງຮັບໂທດໃດໆຈາກກໍລະນີທຳຮ້າຍຜູ້ອື່ນໃນລະຫວ່າງຢູ່ເທິງຍົນເມື່ອເດືອນຜ່ານມາ ໂດຍເຈົ້າຫນ້າທີ່ທາງກົດຫມາຍເປັນຜູ້ຢືນຢັນເລື່ອງນີ້.
ເຫດການດັ່ງກ່າວເກີດຂຶ້ນເມື່ອມີວີດີໂອເຜີຍແຜ່ອອກມາ ເປັນພາບຊາຍຄົນຫນຶ່ງທີ່ນັ່ງເບາະຫລັງ ໄທສັນ ແລະ ເວົ້າຈາໃຫ້ຕຳນານກຳປັ້ນຄົນນີ້ຟັງແບບມ່ວນປາກ ເຊິ່ງ ໄທສັນ ກ່າວເຕືອນແລ້ວ ແຕ່ຊາຍຄົນດັ່ງກ່າວກໍບໍ່ຢຸດ ຈົນເຮັດໃຫ້ລາວປ່ອຍຫມັດຊຸດໃສ່ຊາຍຄົນນັ້ນແບບບໍ່ຢຸດ.
ເວລາຕໍ່ມາ ຕົວແທນຂອງ ໄທສັນ ບອກວ່າ ຕຳນານນັກຊົກຄົນນີ້ຢູ່ໃນຍົນກັບຜູ້ໂດຍສານຄູ່ກໍລະນີ ເຊິ່ງອີກຝ່າຍເວົ້າຈາລົບກວນ ແລະ ຍັງຂວ້າງກວດນຳ້ໃສ່ ສ່ວນເຈົ້າຫນ້າທີ່ຕຳຫລວດບອກວ່າຊາຍຄູ່ກໍລະນີບໍ່ໃຫ້ຄວາມຮ່ວມມືໃນການສອບສວນ.
ຫລ້າສຸດ ສຳນັກງານໄອຍະການ ຊານ ມາເຕໂອ ເຄົາ ໃນລັດແຄລິບຟໍເນຍ ເຊິ່ງເປັນໜ່ວຍງານທີ່ຮັບຜິດຊອບຄະດີນີ້ລະບຸວ່າຄະດີດັ່ງກ່າວຖືກປິດລົງໄປຮຽບຮ້ອຍແລ້ວ ໂດຍຫລັງຈາກພິຈາລະນາສະຖານະການແວດລ້ອມໃນຂະນະນັ້ນແລ້ວ ຈຶ່ງບໍ່ມີການຕັ້ງຂໍ້ຫາແຕ່ຢ່າງໃດ.