ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ

ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ -           8 - ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ
ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ - kitchen vibe - ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ

ຍີ່ປຸ່ນປະກາດກຽມເປີດປະເທດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ຫລັງຈາກປິດຊາຍແດນເພື່ອສະກັດການແພ່ລະບາດຂອງໂຄວິດມາເຖິງ 2 ປີ ໂດຍໄລຍະເລີ່ມຕົ້ນຈະເລີ່ມດ້ວຍການເປີດໂຄງການ “ທົດລອງການທ່ອງທ່ຽວ” ໃນຮູບແບບຂອງແພັກເກຈທົວ ກ່ອນຈະເປີດຮັບຊາວຕ່າງປະເທດຢ່າງເຕັມຮູບແບບຕໍ່ໄປ.

ເງື່ອນໄຂຂອງນັກທ່ອງທ່ຽວທີ່ຈະເດີນທາງມາຍີ່ປຸ່ນຮອບທົດລອງໄລຍະທ້າຍເດືອນນີ້ຈະຕ້ອງເປັນນັກທ່ອງທ່ຽວຈາກ 4 ປະເທດ ໄດ້ແກ່: ໄທ, ອາເມລິກາ, ອົດສະຕຣາລີ ແລະ ສິງກະໂປ ໂດຍທຸກຄົນຕ້ອງສັກວັກຊີນຄົບ 3 ເຂັມ, ສ່ວນແຜນການເດີນທາງຈະຕ້ອງວາງແຜນຢ່າງເຄັ່ງຂັດຮ່ວມກັບບໍລິສັດທ່ອງທ່ຽວ. ອີກທັງຍັງຕ້ອງມີຜູ້ນຳທົວຮ່ວມເດີນທາງນຳຕະຫລອດເວລາ.

ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ
ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ

ອົງກອນການທ່ອງທ່ຽວຂອງຍີ່ປຸ່ນກ່າວວ່າ: ທາງການຈະເລີ່ມອະນຸຍາດໃຫ້ກຣຸບທົວກຸ່ມນ້ອຍໆເຂົ້າປະເທດໄດ້ນັບແຕ່ທ້າຍເດືອນພຶດສະພາ ໂດຍຈະຖືເປັນ “ການທົດລອງທ່ອງທ່ຽວ” ເພື່ອນຳເອົາຂໍ້ມູນທີ່ໄດ້ໄປປະເມີນການເປີດການທ່ອງທ່ຽວຢ່າງເຕັມຮູບແບບໃນອະນາຄົດ ເຊິ່ງປັດຈຸບັນຍັງບໍ່ໄດ້ກຳນົດເວລາແນ່ນອນ.

ຖະແຫລງການຂອງອົງກອນການທ່ອງທ່ຽວຂອງຍີ່ປຸ່ນລະບຸວ່າ: “ນະໂຍບາຍນີ້ຈະຊ່ວຍໃຫ້ເຮົາສາມາດກວດສອບການປະຕິບັດຕາມຂໍ້ກຳນົດ ແລະ ການຮັບມືໃນກໍລະນີສຸກເສີນສຳລັບການປ້ອງກັນການຕິດເຊື້ອ ຕະຫລອດຈົນການກຳນົດຫລັກເກນທີ່ຈະເປັນຫລັກປະຕິບັດສຳລັບຕົວແທນທ່ອງທ່ຽວ ແລະ ຜູ້ປະກອບການເຮືອນພັກຕໍ່ໄປ”

ເຖິງຢ່າງໃດກໍຕາມ, ນັກທ່ອງທ່ຽວທົ່ວໄປຍັງບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດ ເຖິງວ່າຈະມີສຽງຮຽກຮ້ອງຈາກບັນດາຜູ້ນຳອຸດສາຫະກຳທີ່ຫວັງຈະຟື້ນຄືນການທ່ອງທ່ຽວໃຫ້ກັບມາຄຶກຄັກຄືເກົ່າ ທ່າມກາງໄລຍະເວລາທີ່ເງິນເຢນອ່ອນຄ່າຫລາຍທີ່ສຸດໃນຮອບ 20 ປີ ເຊິ່ງຖືວ່າໜ້າດຶງດູດໃຈຢ່າງຍິ່ງສຳລັບນັກທ່ອງທ່ຽວທີ່ຖືສະກຸນເງິນອື່ນໆ.

ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ກ່າວໃນໄລຍະຕົ້ນເດືອນໃນລະຫວ່າງການເດີນທາງຢ້ຽມຢາມອັງກິດວ່າ: ທ່ານຈະປັບກົນລະຍຸດການຄວບຄຸມຊາຍແດນຂອງຍີ່ປຸ່ນໃຫ້ສອດຄ່ອງກັບປະເທດປະຊາທິປະໄຕອື່ນໆໃນເດືອນມິຖຸນາ, ແຕ່ຍັງບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບກຳນົດການເປີດປະເທດທີ່ແນ່ນອນ.

ອີກຢ່າງໜຶ່ງເມື່ອປີ 2019 ຍີ່ປຸ່ນໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍກວ່າ 31,9 ລ້ານຄົນ ກວາດລາຍໄດ້ສູງເຖິງ 4,81 ພັນຕື້ເຢນ.

ອ້າງອີງ:

https://www.theguardian.com/world/2022/may/17/japan-prepares-to-reopen-to-tourists-for-first-time-since-2020?fbclid=IwAR0XlIy68iqM2rk65ulMI2tCVK7kNHD_KV2mqtbVFU5DligaGcJ1QLRUzHg

ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ - 5 - ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ
ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ - 4 - ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ
ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ - 3 - ຍີ່ປຸ່ນທົດລອງເປີດປະເທດ ຮັບນັກທ່ອງທ່ຽວຕ່າງປະເທດທ້າຍເດືອນນີ້ ເລີ່ມຕົ້ນ 4 ປະເທດ