ສປປ ເກົາຫລີ ພົບ ‘ຄົນເປັນໄຂ້’ ເພີ່ມ 2,69 ແສນຄົນ ຍອດລວມສູງເຖິງ 1,48 ລ້ານຄົນ

ວັນທີ 17 ພຶດສະພາ 2022, ສຳນັກຂ່າວກາງເກົາຫລີ (KCNA) ລາຍງານຈຳນວນຜູ້ປ່ວຍມີໄຂ້ໃນ ສປປ ເກົາຫລີ ສະສົມ 1,48 ລ້ານຄົນ ນັບຮອດວັນທີ 16 ພຶດສະພາ ໂດຍພົບຜູ້ປ່ວຍມີໄຂ້ເພີ່ມປະມານ 269.000 ຄົນ.
ລາຍງານຂ່າວອີງອີງສຳນັກງານໃຫຍ່ການປ້ອງກັນພະຍາດລະບາດສຸກເສີນຂອງລັດ ລະບຸວ່າ: ໃນຈຳນວນຜູ້ປ່ວຍມີໄຂ້ທີ່ກວດພົບໃນວັນທີ 16 ພຶດສະພາ ມີຜູ້ປ່ວຍຫາຍດີ 170.460 ຄົນ ແລະ ຜູ້ປ່ວຍເສຍຊີວິດ 6 ຄົນ ໂດຍປັດຈຸບັນມີຜູ້ປ່ວຍມີໄຂ້ທີ່ຫາຍດີລວມຫລາຍກວ່າ 819.000 ຄົນ ນັບແຕ່ການລະບາດຂອງໄຂ້ໃນທ້າຍເດືອນເມສາ, ສ່ວນຜູ້ປ່ວຍອີກປະມານ 663.900 ຄົນ ຍັງຢູ່ລະຫວ່າງການປິ່ນປົວ.
ຂະນະດຽວກັນ, ສຳນັກຂ່າວກາງເກົາຫລີ ລາຍງານວ່າ: ມີການໃຊ້ມາດຕະການຮີບດ່ວນເພື່ອຮັບຮອງການຈັດຫາຢາ ແລະ ຈັດສົ່ງກອງກຳລັງທາງການແພດຂອງກອງທັບປະຊາຊົນໄປຮ້ານຂາຍຢາທຸກແຫ່ງໃນນະຄອນຫລວງພຽງຢາງ ໃນວັນທີ 16 ພຶດສະພາ ແລະ ເລີ່ມຈັດຫາຢາພາຍໃຕ້ລະບົບບໍລິການຕະຫລອດ 24 ຊົ່ວໂມງໃຫ້ຜູ້ປ່ວຍແລ້ວ.
ຂະແໜງການປ້ອງກັນພະຍາດລະບາດສຸກເສີນສ່ວນກາງໄດ້ດຳເນີນງານລະງັບ ແລະ ກຳຈັດການແພ່ເຊື້ອຂອງພະຍາດລະບາດເພື່ອປ້ອງກັນການຕິດເຊື້ອຊ້ຳໃນຜູ້ທີ່ຫາຍດີຈາກພະຍາດ. ຂະນະທີ່ໂຮງງານຢາ ແລະ ໂຮງງານເຄື່ອງມືແພດທົ່ວປະເທດໄດ້ເພີ່ມການຜະລິດຢາ ແລະ ອຸປະກອນການແພດຢ່າງຮີບດ່ວນ.
ທັງນີ້, ສປປ ເກົາຫລີ ລາຍງານພົບຜູ້ປ່ວຍພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຄົນທຳອິດຂອງປະເທດ ໃນວັນທີ 12 ພຶດສະພາ ແລະ ປະກາດບັງຄັບໃຊ້ມາດຕະການລັອກດາວທົ່ວປະເທດ.
ອ້າງອີງ:
DPRK พบ ‘คนเป็นไข้’ เพิ่ม 2.69 แสนราย ยอดรวมแตะ 1.48 ล้านราย