ແມນຢູ ເດີນຫນ້າລ່າລາຍເຊັນ ທິມເບີ

ແມນເຊສເຕີ ຢູໄນເຕັດ ເຮັດແທ້, ເມື່ອຈັດການເດີນຫນ້າເປີດໂຕະເຈລະຈາ ອາແຈັກ ອຳເຕີດຳ ເພື່ອຂໍຊື້ ເຢີຣຽນ ທິມເບີ ກອງຫລັງທີມຊາດຮອນແລນ ມາເສີມກອງຫລັງແລ້ວ.
ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ຈັດການເດີນຫນ້າເປີດໂຕະເຈລະຈາກັບ ອາແຈັກ ອຳເຕີດຳ ທີມດັງຂອງຮອນແລນ ເພື່ອຂໍຊື້ ເຢີຣຽນ ທິມເບີ ກອງຫລັງພອນສະຫວັນ ມາເສີມກອງຫລັງແລ້ວ ຕາມການລາຍງານຂອງ ມິຣເຣີ ສື່ໃນອັງກິດ.
ສືດັ່ງກ່າວລາຍງານວ່າ : ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ຂອງ ແມນເຊສເຕີ ຢູໄນເຕັດ ຕ້ອງການພາ ທິມເບີ ມາຍັງໂອນ ແທຣ໊ຟຟອດ ຫລັງລາວສະແດງຜົນງານໄດ້ຢ່າງໂດດເດັ່ນຈົນມີສ່ວນສຳຄັນພາ ອາແຈັກ ຄວ້າແຊ໊ມ ເອເຣດີວີຊີ ຮອນແລນ ມາຄອງໄດ້ສຳເລັດໃນລະດູການນີ້.
ທັງນີ້ຄາດວ່າ ທິມເບີ ເຊິ່ງລົງຫລິ້ນໃຫ້ ອາແຈັກ ໄປເຖິງ 43 ນັດໃນລະດູການຫລ້າສຸດ ແລະ ມີໂອກາດຫລາຍທີ່ຈະເປັນນັກເຕະຄົນທຳອິດຖືກ ເທນ ຮາກ ຄວ້າຕົວມາຮ່ວມທີມໃນຖານະຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ນັ້ນ ຫນ້າຈະມີຄ່າຕົວປະມານ 35 ລ້ານປອນເທົ່ານັ້ນ.