ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ

ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - 4gesgq7g afc asian cup 2023 twitter 625x300 14 May 22 - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ
ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - kitchen vibe - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ

ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - 4gesgq7g afc asian cup 2023 twitter 625x300 14 May 22 - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ

 

ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - Visit Laos Visit SALANA BOUTIQUE HOTEL - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ
ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - Visit Laos Visit SALANA BOUTIQUE HOTEL - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ

ສະມາຄົມບານເຕະຍີ່ປຸ່ນ (JFA) ສະແດງຄວາມສົນໃຈທີ່ຈະຮັບຫນ້າທີ່ເປັນເຈົ້າພາບຈັດການແຂ່ງຂັນບານເຕະເອຊຽນຄັບ 2023 ຮອບສຸດທ້າຍ ແທນທີ່ຈີນ ທີ່ປະກາດຖອນຕົວເນື່ອງຈາກມີບັນຫາເລື່ອງການແຜ່ລະບາດຂອງເຊື້ອໂຄວິດ-19 ໄປເມື່ອວັນເສົາທີ່ຜ່ານມາ ແຕ່ຍັງບໍ່ໄດ້ມີການຍື່ນຂໍ້ສະເຫນີຢ່າງເປັນທາງການແຕ່ຢ່າງໃດ.

ໂຄໂຊ ທາຊິມະ ປະທານສະມາຄົມບານເຕະຍີ່ປຸ່ນ ເປີດເຜີຍຜ່ານ ‘‘ ນິກຄັນ ສະປອດ ’’ ສື່ຊື່ດັງໃນຍີ່ປຸ່ນວ່າ ‘‘ ເຮົາຈະລອງສຳຫລວດຄວາມເຫັນເບິ່ງ ຖ້າ ຍີ່ປຸ່ນສາມາດເປັນເຈົ້າພາບໄດ້ ພວກເຮົາກໍຄົງຮູ້ສຶກຕື່ນເຕັ້ນກັບມັນຢ່າງບໍ່ຕ້ອງສົງໄສ  ’’.

ສຳລັບຍີ່ປຸ່ນນັ້ນ ມີຄວາມພ້ອມໃນດ້ານຂອງສະຫນາມ ແລະລະບົບສາທາຣະນູປະໂພກພື້ນຖານຢູ່ແລ້ວ ຫລັງຜ່ານການເປັນເຈົ້າພາບລາຍການໃຫຍ່ມາຫລາຍຄັ້ງ ບໍ່ຈະເປັນບານໂລກ 2002, ຮັກບີ້ ຊີງແຊ໊ມໂລກ 2019  ລວມເຖິງໂອລິມປິກເກມ 2020 ເມື່ອປີກ່ອນ ໂດຍມີຄວາມເປັນໄປໄດ້ທີ່ພວກເຂົາຈະຍື່ນຂໍເປັນເຈົ້າພາບດ່ຽວ ຫລື ບໍ່ ກໍຂໍເປັນເຈົ້າພາບຮ່ວມກັບ ສ.ເກົາຫລີ ແລະນອກຈາກຍີ່ປຸ່ນແລ້ວ ຍັງມີຫລາຍຊາດທີ່ຫນ້າຈະມີຄວາມພ້ອມໃນການເປັນເຈົ້າພາບ ບໍ່ວ່າຈະເປັນ ກາຕາ, ຊາອຸດິອາຣະເບຍ ລວມເຖິງ ອອສເຕຣເລຍ ແຕ່ອາດຕ້ອງເລື່ອນການແຂ່ງຂັນໄປເປັນໄລຍະທ້າຍປີ ຫລືບໍ່ກໍຕົ້ນປີ 2024.

ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - 3 - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ
ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - 5 - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ
ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ - 4 - ສະມາຄົມບານເຕະຍີ່ປຸ່ນ ສົນໃຈຈັດ ເອຊຽນຄັບ ແທນ