ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ກາຍເປັນມໍລະດົກລວມອັນລໍ້າຄ່າ


ໃນໂອກາດກຽມສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມປີ 2022, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນໃນວັນທີ 17 ພຶດສະພາ 2022 ໂດຍໄດ້ຕີລາຄາສູງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄືການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາຈົນເຖິງປັດຈຸບັນ.
ສະຫາຍ ທອງສະຫວັນ ພົມວິຫານ ກ່າວວ່າ: ສປປ ລາວ ແລະ ສສ ຫວຽດນາມ ເປັນປະເທດບ້ານໃກ້ເຮືອນຄຽງທີ່ຕິດພັນກັນທາງພູມສາດ ແລະ ປະຫວັດສາດ, ມີສາຍນ້ຳ, ສາຍພູຕິດຈອດກັນ, ປະຊາຊົນສອງປະເທດພົວພັນກັນຢ່າງສະໜິດສະໜົມ ໂດຍເຫັນໄດ້ໃນໄລຍະຕໍ່ສູ້ກູ້ຊາດຂອງສອງປະເທດ, ພາຍໃຕ້ການນໍາພາຊີ້ນໍາຂອງພັກກອມມູນິດອິນດູຈີນ ທີ່ສ້າງຕັ້ງຂຶ້ນໃນປີ 1930 ເຊິ່ງເປັນຕົ້ນກຳເນີດຂອງພັກກອມ ມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ, ທັງສອງຊາດ ໄດ້ຜູກແໜ້ນຄວາມສາ ມັກຄີ ແລະ ຮ່ວມສຳພັນສູ້ຮົບ, ຄຽງບ່າຄຽງໄຫລ່ຕໍ່ສູ້ຕ້ານສັດຕູໂຕດຽວກັນຢ່າງດຸເດືອດຂ້ຽວຂາດ, ຍືດເຍື້ອຍາວນານ ແລະ ເຕັມໄປດ້ວຍການເສຍສະລະອັນສູງສົ່ງເພື່ອປົດປ່ອຍຊາດ ອອກຈາກແອກປົກຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຈົນຍາດໄດ້ໄຊຊະນະຢ່າງສົມບູນໃນປີ 1975.


ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບ ຈົນກາຍເປັນມໍລະດົກລວມອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ, ຂະຫຍາຍຕົວ ແລະ ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງພາລະກິດການປະຕິວັດຢູ່ແຕ່ລະປະ ເທດ, ການນໍາຂັ້ນສູງສອງປະເທດ ໄດ້ກຳນົດເອົາປີ 2022 ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ທີ່ມີຄວາມໝາຍສຳຄັນຍິ່ງທາງປະຫວັດສາດແຫ່ງສາຍພົວພັນທີ່ເປັນມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ -ຫວຽດນາມ, ເປັນປີຄົບຮອບເລກມົນ ຫລື ຄົບຮອບໃຫຍ່ເພື່ອສະຫລອງ 2 ວັນສໍາຄັນຄື ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ເຊິ່ງທັງ 2 ຝ່າຍຈະຮ່ວມກັນສະເຫລີມສະຫລອງໃຫ້ມີບັນຍາກາດ, ມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ ເພື່ອໂຄສະນາປະຫວັດສາດ-ສຶກສາອົບຮົມມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໜຸ່ມຂອງສອງປະເທດ ໃຫ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ.


ສະຫາຍ ທອງສະຫວັນ ພົມວິຫານ ກ່າວອີກວ່າ: ໃນໄລຍະຜ່ານມາ, ຄະນະພົວພັນຕ່າງປະເທດສູນກາງພັກລາວ-ຫວຽດນາມ ໄດ້ພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນໃນການເປັນໃຈກາງປະ ສານງານ ແລະ ອໍານວຍຄວາມສະດວກໃຫ້ການນຳຂັ້ນສູງ ພັກ, ລັດ ແລະ ຂັ້ນຕ່າງໆທັງສູນກາງ ແລະ ທ້ອງຖິ່ນໃນສາຍພັກ, ອົງການຈັດຕັ້ງມະຫາຊົນ, ແນວໂຮມ, ສະມາຄົມມິດຕະພາບ ກໍຄືການທູດປະຊາຊົນຂອງ 2 ຝ່າຍຢ້ຽມຢາມ ແລະ ໄປມາຫາສູ່ກັນລວມທັງຕິດຕາມ-ຊຸກຍູ້ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ການນຳຂັ້ນສູງຂອງ 2 ພັກ, 2 ລັດ ກໍຄືຂໍ້ຕົກລົງການຮ່ວມມືລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ. ເຖິງວ່າການເຄື່ອນໄຫວວຽກງານຕ່າງປະເທດພົບຄວາມຫຍຸ້ງຍາກ ໃນໄລຍະການແພ່ລະບາດຂອງໂຄວິດ-19, ແຕ່ການພົວພັນລະຫວ່າງ ຄະນະພົວພັນຕ່າງປະເທດຂອງສອງສູນກາງພັກ ລາວ-ຫວຽດນາມ ຍັງສືບຕໍ່ເສີມຂະຫຍາຍ ແລະ ເປັນໃຈກາງປະສານງານ-ອໍານວຍຄວາມສະດວກໃຫ້ແກ່ການພົບປະລະຫວ່າງການນໍາຂັ້ນສູງຂອງສອງປະເທດ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຜ່ານລະບົບວິດີໂອທາງໄກ.
ພ້ອມນັ້ນ, ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ຍັງໄດ້ແລກປ່ຽນໂທລະເລກອວຍພອນ, ສານຊົມເຊີຍ, ສະໜັບສະໜູນກັນ ແລະ ກັນໃນໂອ ກາດສໍາຄັນຕ່າງໆຂອງສອງປະເທດ. ສ່ວນການແລກປ່ຽນຄະນະຜູ້ແທນ, ເຖິງວ່າຜ່ານມາບໍ່ມີຫລາຍ, ແຕ່ສອງຝ່າຍ ຍັງຮັກສາໄດ້ລັກສະນະພິເສດ ແລະ ຄວາມໃກ້ຊິດເຊິ່ງກັນ ແລະ ກັນ, ການນໍາສອງຝ່າຍ ໄດ້ລົມສາຍທາງໄກ, ພົບປະຜ່ານອອນລາຍ, ພົບປະເຊິ່ງໜ້າ ແລະ ຮູບແບບອື່ນໆໃນໂອກາດທີ່ເໝາະສົມຕາມສະພາບການຕົວຈິງ, ພິເສດຍັງໄດ້ປະສານສົມທົບ ແລະ ອໍານວຍຄວາມສະດວກໃຫ້ຄະນະຊ່ຽວຊານ ແພດໝໍຫວຽດນາມ ມາປິ່ນປົວສຸຂະພາບ, ສະໜອງອຸປະກອນການແພດ ແລະ ວັກຊິນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ໃນໄລຍະຫຍຸ້ງຍາກ.