ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ບໍລິສັດ ນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນຮຽກຮ້ອງທົ່ວສັງຄົມຫລຸດຜ່ອນການໄປ-ມາ ຫລີກລ່ຽງການໄປຫລິ້ນ-ໄປທ່ຽວໂດຍທີ່ບໍ່ຈຳເປັນ ເພື່ອເກັບຮັກສານໍ້າມັນ ນຳໃຊ້ເຂົ້າໃນການຜະລິດກະສິກຳ, ການເຮັດໄຮ່, ໄຖນາເພື່ອລ້ຽງຊີບປະຈຳວັນໃນໄລຍະວິກິດນີ້, ຖ້າພວກເຮົາຟຸມເຟື່ອຍ ຈະເຮັດໃຫ້ການດຳລົງຊີວິດພົບບັນຫາຫຍຸ້ງຍາກ.
ທ່ານ ວົງສອນ ພິມມະວົງສາ ຫົວໜ້າ ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ວັນທີ 19 ພຶດສະພາ ກ່ຽວກັບການຕອບສະໜອງນໍ້າມັນ ທີ່ບໍ່ພຽງພໍໃນປັດຈຸບັນ ໂດຍລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ຈັດແບ່ງນໍ້າມັນ ໃຫ້ປໍ້າຕົວແທນພາຍໃນເທສະບານແຂວງ, ບັນດາເມືອງໃນທົ່ວແຂວງ, ໃນການສະໜອງນໍ້າມັນສະເລ່ຍປະມານອາທິດລະ 1-2 ຄັ້ງ ແລະ ໃຫ້ຈຳ ນວນໜ້ອຍ. ພ້ອມທັງຫ້າມບໍ່ໃຫ້ຂາຍໃສ່ຕຸກ ເພື່ອນຳໄປຂາຍຕໍ່ເກງກຳໄລຢ່າງເດັດຂາດ.
ສຳລັບ ໃນເທສະບານແຂວງປໍ້າແບບຢ່າງຂອງລັດ (ປໍ້າຫລັກ2) ໄດ້ກຳນົດໃຫ້ຈຳໜ່າຍລົດໃຫຍ່ບໍ່ເກີນ 4 ແສນກີບ/ຄັນ, ສ່ວນປະຊາຊົນສ່ວນໜຶ່ງທີ່ຮຽກຮ້ອງຂໍຊື້ໃສ່ຕຸກເພື່ອນຳໃຊ້ເຂົ້າໃນການຜະລິດ (ໄຖນາ) ໄດ້ກຳນົດໃຫ້ບໍ່ເກີນ 20 ລິດ/ຄົນ.
ທ່ານ ວົງສອນ ພິມມະວົງສາ ຍັງໃຫ້ຮູ້ອີກວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງ ລົງຕິດຕາມບັນດາປໍ້າຕົວແທນ ທັງປໍ້າຂອງລັດ ຫລື ເອກະຊົນ ໃນການແກ້ໄຂ, ກວດກາສາງ, ປໍ້າ ເພາະບໍລິສັດຂອງລັດ ແລະ ເອກະຊົນເຄື່ອນໄຫວມີທັງໝົດ 10 ບໍລິສັດ ເພື່ອສ້າງຄວາມເຂົ້າໃຈແກ່ສັງຄົມຕໍ່ເຫດນໍ້າມັນບໍ່ພຽງພໍ ເນື່ອງຈາກບໍ່ມີເງິນຕາພຽງພໍ ເພາະເວລາຊື້ສິນຄ້າແມ່ນເປັນເງິນຕາຕ່າງປະເທດ ບວກກັບອັດຕາແລກ ປ່ຽນເພີ່ມຂຶ້ນໃນແຕ່ລະວັນ ແລະ ອີກບັນຫາໜຶ່ງປະເທດຜູ້ຜະລິດນໍ້າມັນໄດ້ຫລຸດລົງ ຜູ້ຊົມໃຊ້ພັດຫລາຍຂຶ້ນ ແລະ ບັນຫາກ່ຽຂ້ອງອື່ນໆ.
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງສັງຄົມ ພ້ອມກັນໃຊ້ນໍ້າມັນຢ່າງປະຍັດ ຫລີກລ່ຽງການເດືນທາງໄປຫລິ້ນ-ໄປທ່ຽວ ໂດຍທີ່ບໍ່ຈຳ ເປັນ ເພື່ອຮັກສານໍ້າມັນໄວ້ໃຊ້ໃນຍາມສຸກເສີນ.