ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ

ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ - 282999363 1714274965586389 628345396653961634 n - ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ
ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ - kitchen vibe - ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ

ວັນທີ 18 ພຶດສະພາ 2022 ຂວງບໍລິຄຳໄຊປະຊຸມຖອດຖອນບົດຮຽນວຽກງານກາແດງ ແລະ ວຽກງານເລືອດ ແປະຈຳປີ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ທ່ານ ຮອງສາສະດາຈານ ດຣ ສີງ ເມໂນລາດ ຮອງປະທານອົງການກາແດງລາວ, ມີພາກສ່ວນກ່ຽວຂ້ອງຈາກກະຊວງ, ຄະນະກຳມະການສົ່ງເສີມການບໍຈາກເລືອດແຂວງ, ຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ການເຄື່ອນໄຫວຂອງອົງການກາແດງແຂວງບໍລິຄຳໄຊ 1 ປີຜ່ານມາ ເຫັນວ່າມີຫຼາຍງຽກງານພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດ ເປັນຕົ້ນແມ່ນ ປຸກລະດົມບໍລິຈາກເລືອດໄດ້ 117 ຄັ້ງ, ຮັບບໍລິຈາກເລືອດ 2.741 ຖົງ ເທົ່າກັບ 91,36%, ສາມາດກວດເລືອດລະບົບ ABO ແລະ ລະບົບເຣຊຸສ (RH) 5.528 ເທື່ອຄົນ, ກວດພະຍາດນໍາສົ່ງທາງເລືອດ 2.697 ເທື່ອຄົນ ແລະ ສາມາດຈ່າຍເລືອດໃຫ້ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ສູນເລືອດຕ່າງໆ ໄດ້ 2.727 ຖົງ .

ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ - Visit Laos Visit SALANA BOUTIQUE HOTEL - ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ
ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ - Visit Laos Visit SALANA BOUTIQUE HOTEL - ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ

ສຳລັບທິດທາງແຜນການ ປີ 2022 ອົງການກາແດງແຂວງບໍລິຄຳໄຊ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກງໃຫ້ສຳເລັດ ດ້ວຍປະສິດທິຜົນສູງສຸດ ໂດຍສະເພາະວຽກງານບໍລິຈາກເລືອດ ໃຫ້ບັນລຸຕົວເລກຄາດໝາຍສູ້ຊົນ ຕາມແຜນຍຸດທະສາດເລືອດແຫ່ງຊາດວາງໃຫ້ ຄື 3.100 ຖົງ.

ໃນກອງປະຊຸມ ຍັງໄດ້ມີການສະເໜີ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການໂຄສະນາເຜີຍແຜ່ ຄວາມສຳຄັນຂອງວຽກງານກາແດງ ແລະ ວຽກງານເລືອດ, ການປຸກລະດົມຂົນຂວາຍໃຫ້ທຸກຄົນໃນທົ່ວສັງຄົມ ຮ່ວມໃຈກັນບໍລິຈາກເລືອດໃຫ້ຫຼາຍຂຶ້ນ, ການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ ແລະ ອື່ນໆ.

ຫຼັງຈາກນັ້ນກໍ່ຍັງໄດ້ມີພິທີມອບໃບຍ້ອງຍໍງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ 19 ກົມກອງ ແລະ ໃບຊົມເຊີຍ ຂອງທ່ານປະທານອົງການກາແດງແຂວງບໍລິຄໍາໄຊ ໃຫ້ 88 ກົມກອງ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປຸກລະດົມບໍລິຈາກເລືອດ ແລະ ປະກອບສ່ວນຈັດຕັ້ງປະຕິບັດແຜນງານເລືອດ ປະຈຳປີ 2021 ໃຫ້ກຽດມອບໂດຍທ່ານ ບຸນຄໍາ ໄຊເຍ່ຍລໍວື່.

ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ - 3 - ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ
ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ - 5 - ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ
ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ - 4 - ປີ 2022 ບໍລິຄຳໄຊ ຈະສູ້ຊົນຮັບບໍລິຈາກເລືອດໃຫ້ໄດ້ 3.000 ກວ່າຖົງ