ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ

ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ - how do solar panels work at night1 1024x614 1 - ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ
ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ - kitchen vibe - ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ

ທີມນັກວິໄຈຊາວອົດສະຕຣາລີ ເປີດເຜີຍຜົນສຳເລັດຄັ້ງສຳຄັນ ເມື່ອພວກເຂົາຄົ້ນພົບເຕັກໂນໂລຊີທີ່ເຮັດໃຫ້ແຜງໂຊລາເຊລ ສາມາດຜະລິດພະລັງງານຕອນກາງຄືນໄດ້.

ທີມນັກວິໄຈຈາກມະຫາວິທະຍາໄລນິວເຊົາເວລ (UNSW) ແຫ່ງອົດສະຕຣາລີ ອ້າງວ່າພວກເຂົາສາມາດຄິດຄົ້ນເຕັກໂນໂລຊີທີ່ເຮັດໃຫ້ໂຊລາເຊລສາມາດຜະລິດພະລັງງານໄຟຟ້າຕອນກາງຄືນໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ.

ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ - Visit Laos Visit SALANA BOUTIQUE HOTEL - ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ
ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ - Visit Laos Visit SALANA BOUTIQUE HOTEL - ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ

ຮອງສາສະດາຈານ ເນັດ ເອກິນ-ດອກ ຫົວໜ້າໂຄງການ ກ່າວວ່າ: ຖ້າເວົ້າຕາມຄວາມຈິງແລ້ວ ເມື່ອເຮົາໃຊ້ໂຊລາເຊລແບບໃຊ້ຢູ່ໃນປັດຈຸບັນເພື່ອເກັບພະລັງງານຈາກແສງຕາເວັນໃນກາງເວັນ ເຮົາໄດ້ປະໂຫຍດພຽງເຄິ່ງໜຶ່ງ. ທ່ານອະທິບາຍວ່າ: ເຖິງວ່າຫລັງຈາກຕາເວັນຕົກດິນແລ້ວ ພະລັງງານຈາກແສງຕາເວັນຈະຍັງມີຢູ່ ໂລກໄດ້ຮັບພະລັງງານຈາກດວງຕາເວັນ, ແຕ່ສະທ້ອນພະລັງງານກັບໄປຫາອະວະກາດໃນປະລິມານສໍ່າກັນ ຖ້າເຮົາສາມາດດັກຈັບພະລັງງານສ່ວນນີ້ໄດ້ ແລະ ເອົາມາປ່ຽນເປັນພະລັງງານໄຟຟ້າ ເຮົາຈະມີແຫລ່ງພະລັງງານໃຫ້ໃຊ້ຢ່າງເຫລືອເຟືອ.

ໃນການສຶກສາກໍລະນີນີ້ ທີມງານຈຶ່ງໃຊ້ຕົວໄດໂອດຈັບຄື້ນພະລັງງານຄວາມຮ້ອນ ເຊິ່ງເປັນເຊັນເຊີກວດຈັບຄື້ນຄວາມຮ້ອນທີ່ເຮົາໃຊ້ໃນອຸປະກອນປະເພດແວ່ນຊ່ວຍເບິ່ງຕອນກາງຄືນ ມາຊ່ວຍຈັບອະນຸພາບໂຟຕອນໃນແສງອິນຟຣາເຣດ ເຊິ່ງສະທ້ອນກັບຈາກພື້ນໂລກ ແລ້ວປ່ຽນເປັນພະລັງງານໄຟຟ້າ.

ທ່ານອະທິບາຍວ່າ: ສິ່ງທີ່ຕ້ອງເຮັດຄືການແຊກແຊງກະແສການໄຫລຂອງລັງສີ ຫລື ຄື້ນຄວາມຮ້ອນ ເຊິ່ງຖືກປ່ອຍອອກມາຈາກໂລກໃນຕອນກາງຄືນ ແລະ ສົ່ງກັບໄປຫ້ວງອະວະກາດ, ຈາກນັ້ນຈຶ່ງນຳເອົາພະລັງງານທີ່ດັກຈັບໄດ້ມາປ່ຽນເປັນກະແສໄຟຟ້າ ເຊິ່ງຈະຊ່ວຍໃຫ້ເຮົາສາມາດຜະລິດພະລັງງານໄຟຟ້າໃນຕອນກາງຄືນ ເຊິ່ງບໍ່ມີແສງຕາເວັນໄດ້.

ເຖິງຢ່າງໃດກໍຕາມ, ຮອງສາສະດາຈານ ເອກິນ-ດອກ ກ່າວວ່າ: ເຕັກໂນໂລຊີໂຊລາເຊລສຳລັບຕອນກາງຄືນ ຍັງຢູ່ໃນໄລຍະເລີ່ມຕົ້ນເທົ່ານັ້ນ, ອຸປະກອນທີ່ພວກເຮົາສ້າງຂຶ້ນໃນຕອນນີ້ສາມາດຜະລິດພະລັງງານໄຟຟ້າໄດ້ໃນຈຳນວນບໍ່ຫລາຍ ຄິດເປັນອັດຕາພຽງ 1/1.000.000 ຂອງພະລັງງານທີ່ໄດ້ຈາກໂຊລາເຊລທົ່ວໄປ ແຕ່ເປັນເຄື່ອງຢືນຢັນວ່າມັນມີຄວາມເປັນໄປໄດ້ໃນການພັດທະນາ.

ຄຳຖາມສຳຄັນຈຶ່ງຢູ່ທີ່ການປ່ຽນຜົນຈາກການທົດລອງທາງວິທະຍາສາດໄປສູ່ຂະບວນການຜະລິດທາງການຄ້າ ເພື່ອຫລຸດຕົ້ນທຶນ ເຊິ່ງຂຶ້ນກັບຫລາຍປັດໄຈ ແລະ ຍັງຕ້ອງໃຊ້ເວລາອີກໄລຍະໜຶ່ງ ເພື່ອຫາວັດຖຸທີ່ເໝາະສົມໃນການຜະລິດໂຊລາເຊລຊະນິດໃໝ່ເປັນຈຳນວນຫລາຍ.

ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ - 5 - ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ
ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ - 4 - ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ
ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ - 3 - ທີມວິໄຈຄິດຄົ້ນເຕັກໂນໂລຊີ ‘ໂຊລາເຊລຍາມລາຕີ’ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ