ລາວ-ອົງການ FAO ເປີດໂຄງການຟື້ນຟູ ແລະ ການປ່ຽນແປງດິນຟ້າອາກາດ


ວັນທີ 20 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະ ຫະປະຊາຊາດ(FAO) ຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈັດສຳມະນາເພື່ອ ເປີດໂຄງການ ‘ຟື້ນຟູ ແລະ ສ້າງຄວາມທົນທານຕໍ່ການແພ່ລະບາດຂອງພະຍາດໂຄວິດ-19 ແລະ ຊຸກຍູ້ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດໃນຂະແໜງກະສິກໍາ, ທີ່ດິນ ແລະ ຊັບພະຍາກອນນ້ຳ ຂອງສປປ ລາວ’ ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສີຂຽວດ້ານການປ່ຽນດິນຟ້າອາກາດສາກົນ ໂດຍກົມແຜນການ-ການເງິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດຕັ້ງປະຕິບັດ.
ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ໂຄງການນີ້ເປັນໂຄງການທີ່ອອກແບບເພື່ອເສີມສ້າງຄວາມສາມາດຂອງກະຊວງ ເຊິ່ງຄວາມສາ ມາດນີ້ ຈໍາເປັນສໍາລັບພະນັກງານຂອງລັດຖະບານບໍ່ພຽງແຕ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມເທົ່ານັ້ນ, ແຕ່ຍັງລວມເຖິງກະຊວງຕ່າງໆທີ່ກ່ຽວຂ້ອງ ແລະ ພາກເອກະຊົນເພື່ອລະດົມຊັບພະຍາ ກອນ, ຄວາມຮູ້ ແລະ ນະວັດຕະກໍາທີ່ດີກວ່າຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງສ້າງສັນແລະ ມີປະສິດທິພາບ ໂດຍສະເພາະໃນຂົງເຂດກະສິກໍາ, ທີ່ດິນ ແລະ ນ້ຳ.
ຂະນະທີ່ທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ມີຂໍ້ສັງເກດວ່າ: ປະເທດລາວ ປະສົບກັບພາວະເສດຖະກິດຕົກຕໍ່າຢ່າງຮ້າຍແຮງ ເນື່ອງຈາກຜົນກະທົບຂອງໂຄວິດ-19 ເຊິ່ງສົ່ງຜົນໃຫ້ລາຄາສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ຝຸ່ນບົ່ມ ເພີ່ມຂຶ້ນຢ່າງຫລວງຫລາຍພ້ອມກັບການສູນເສຍວຽກເຮັດງານທໍາຢ່າງກວ້າງຂວາງ ແລະ ການສົ່ງອອກພືດເສດຖະກິດຫລຸດລົງ.
ກະສິກໍາເປັນຂະແໜງທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຈຶ່ງຕ້ອງຮີບດ່ວນວາງແຜນຟື້ນຟູ ແລະ ຊຸກຍູ້ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດເພື່ອສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວໃນຂະແໜງກະສິກຳ, ປ່າໄມ້ແລະຂະແໜງການນຳໃຊ້ທີ່ດິນອື່ນໆ ເຊິ່ງເປັນບາດກ້າວສຳຄັນໃນແຜນການນີ້.
ໂຄງການນີ້ ເພື່ອຫລຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ແລະ ການປ່ຽນແປງດິນຟ້າອາກາດໂດຍ ການສ້າງຄວາມສາມາດການປະສານງານກອງທຶນດິນຟ້າອາກາດ, ການເພີ່ມທະວີການຕິດຕາມກວດກາ, ການລາຍງານ ແລະ ການຢັ້ງຢືນດ້ານການເງິນດິນຟ້າອາກາດ ແລະ ການປະກອບສ່ວນບັນລຸການປະ ກອບສ່ວນແຫ່ງຊາດທີ່ໄດ້ຖືກກໍານົດເພື່ອຫລຸດຜ່ອນການປ່ອຍອາຍພິດແຫ່ງຊາດ ແລະ ປັບຕົວເຂົ້າກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ພ້ອມທັງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ປີ 2021-2025 ແລະ ເປົ້າໝາຍຂອງການພັດທະນາແບບຍືນຍົງທ້ອງຖິ່ນ; ພັດທະນາແຜນການລົງ ທຶນຟື້ນຟູຈາກໂຄວິດ-19 ແບບຍືນຍົງ ແລະ ສີຂຽວໃຫ້ແກ່ຂະແໜງກະສິກໍາ, ປ່າໄມ້ ແລະ ການນຳໃຊ້ທີ່ດິນອື່ນໆທີ່ມີຄວາມສ່ຽງຕໍ່ດິນຟ້າອາກາດ ແລະ ຊຸກຍູ້ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ ເພື່ອສົ່ງເສີມການລົງທຶນພ້ອມດ້ວຍບົດບັນທຶກແນວຄິດຂອງໂຄງການ/ແຜນງານ ເພື່ອແກ້ໄຂປັດໄຈອື່ນໆ.