ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ

ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ - image of monkeypox - ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ
ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ - kitchen vibe - ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ

ວັນທີ 23 ພຶດສະພາ 2022, ສະຖາບັນເຊຣຳແຫ່ງເດນມາກ ຢືນຢັນການກວດພົບຜູ້ຕິດເຊື້ອພະຍາດຝີຕຸ່ມລີງຄົນທຳອິດຂອງປະເທດ ເຊິ່ງເປັນຜູ້ເດີນທາງກັບຈາກເກາະການາເຣຍຂອງແອັສປາຍ ໂດຍຜູ້ຕິດເຊື້ອຄົນນີ້ມີອາການເລັກໜ້ອຍ ແລະ ຢູ່ລະຫວ່າງກັກຕົວຢູ່ເຮືອນ.

ສະຖາບັນເຊຣຳດັ່ງກ່າວ ລະບຸວ່າ: ພະຍາດຝີຕຸ່ມລີງເປັນພະຍາດຕິດເຊື້ອໃນມະນຸດ ແລະ ສັດບາງຊະນິດ ແລະ ແພ່ກະຈາຍຜ່ານການສຳຜັດຕິດຕໍ່ໃກ້ຊິດ ເຊິ່ງຜູ້ຕິດເຊື້ອອາດມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ຕ່ອມນ້ຳເຫລືອງໄຂ່ ແລະ ອ່ອນເພຍ ໂດຍພະຍາດຝີຕຸ່ມລີງມັກມີອາການເລັກໜ້ອຍ ແລະ ຜູ້ຕິດເຊື້ອບໍ່ຕ້ອງເຂົ້າປິ່ນປົວໃນໂຮງໝໍ.

ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ - Visit Laos Visit SALANA BOUTIQUE HOTEL - ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ
ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ - Visit Laos Visit SALANA BOUTIQUE HOTEL - ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ

ທ່ານ ແມກນັສ ຮິວນິເກ ລັດຖະມົນຕີກະຊວງສາທາລະນະສຸກເດນມາກ ລະບຸໃນຄຳຖະແຫລງຕໍ່ສື່ມວນຊົນວ່າ: ໜ່ວຍງານສາທາລະນະສຸກເດນມາກຄາດວ່າ: ຈະບໍ່ເກີດການລະບາດເປັນວົງກວ້າງ, ແຕ່ກຳລັງເຝົ້າຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອກຽມພ້ອມໃຫ້ຫລາຍທີ່ສຸດ.

ອີກຢ່າງໜຶ່ງ, ສູນປ້ອງກັນ ແລະ ຄວບຄຸມພະຍາດແຫ່ງເອີຣົບລາຍງານການກວດພົບຜູ້ຕິດເຊື້ອພະຍາດຝີຕຸ່ມລີງຈຳນວນ 59 ຄົນ ແລະ ຜູ້ຕ້ອງສົງໄສອີກຢ່າງໜ້ອຍ 10 ຄົນ ໃນປະເທດສະມາຊິກສະຫະພາບເອີຣົບ (EU) ແລະ ເຂດເສດຖະກິດເອີຣົບ (EEA) ໃນວັນທີ 22 ພຶດສະພາຜ່ານມາ.

ອ້າງອີງ:

https://www.xinhuathai.com/inter/284511_20220524

ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ - 3 - ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ
ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ - 5 - ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ
ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ - 4 - ເດນມາກຢືນຢັນພົບຜູ້ຕິດເຊື້ອ ຝີຕຸ່ມລີງຄົນທຳອິດໃນປະເທດ