ປກສ ແຂວງຫົວພັນ ຢຶດຢາໄອສ໌ 40 ກິໂລ ແລະ ຢາບ້າ 1 ກິໂລ

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີກຸ່ມຄົນເຄື່ອນຍ້າຍຢາເສບຕິດຢູ່ເສັ້ນທາງຊໍາເໜືອ-ວຽງຈັນ ໃນວັນທີ 21 ພຶດສະພາ 2022, ເຈົ້າໜ້າທີ່ ກໍໄດ້ອອກກວດກາລາດຕະເວນ ແລະ ພົບເຫັນລົດກະບະ ໂຕໂຍຕ້າຣີໂວ້ ໝາຍເລກທະບຽນ ກຳແພງນະຄອນ ອສ 5699 ທີ່ຂັບຂີ່ມຸ່ງໜ້າມາທາງຊໍາເໜືອ ຈາກນັ້ນຈິ່ງໄດ້ລັດລົດເພື່ອກວດກາ ແຕ່ຜູ້ຂັບຂີ່ບໍ່ໃຫ້ການຮ່ວມມື ແລະ ໄດ້ຂັບຂີ່ລົດຜ່ານດ່ານກວດກາຫວັງຫລົບໜີ ເມື່ອສັ່ງເກດເຫັນຜູ້ຂັບຂີ່ມີພິລຸດສົງໄສ ເຈົ້າໜ້າທີ່ຈິ່ງໄດ້ຂັບລົດຕິດຕາມລົດຄັນດັ່ງກ່າວໄປ ປະມານ 800 ແມັດ, ຜູ້ຂັບຂີ່ຈິ່ງໄດ້ຈອດລົດແລ້ວແລ່ນໜີເຂົ້າປ່າ.
ຫລັງຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດຄັນດັ່ງກ່າວ ພົບເຫັນຢາເສບຕິດປະເພດຢາໄອສ໌ 40 ຫໍ່ ເທົ່າກັບ ນໍ້າໜັກ 40 ກິໂລກຣາມ ທີ່ຊຸກເຊື່ອງຢູ່ຝາຂ້າງກະບະທັງສອງເບື້ອງ, ແລະ ພົບເຫັນຢາບ້າ 4 ມັດຈຳນວນ 8.000 ເມັດ ຢູ່ຝາປະຕູໜ້າ ແລະ ປະຕູຫລັງ ທັງສອງຂ້າງ. ສ່ວນຜູ້ຂັບຂີ່ທີ່ໄດ້ເອົາຕົວຫລົບໜີໄປນັ້ນ ເຈົ້າໜ້າທີ່ກຳລັງເລັ່ງນຳຈັບຕົວມາດຳເນີນຄະດີຕາມກົດໝາຍ.
ຂໍ້ມູນ:ໜັງສືພິມ ຄວາມສະຫງົບ