ອາເມລິກາ ອອກຄຳເຕືອນ ‘ພະຍາດຝີຕຸ່ມລີງ’ ສະບັບໃໝ່ ຫລັງພົບຜູ້ຕິດເຊື້ອຖືກສົງໄສ

ວັນທີ 25 ພຶດສະພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ (CDC) ອອກປະກາດເຕືອນພະຍາດຝີຕຸ່ມລີງສະບັບໃໝ່, ຂະນະກຳລັງເລັ່ງກວດສອບຜູ້ຕິດເຊື້ອຖືກສົງໄສໃນປະເທດເພີ່ມ 4 ຄົນ.
ປັດຈຸບັນ, ອາເມລິກາລາຍງານການກວດພົບຜູ້ຕິດເຊື້ອຝີຕຸ່ມລີງທີ່ໄດ້ຮັບການຢືນຢັນ 1 ຄົນ ເຊິ່ງເປັນຊາຍໃນລັດແມສຊາຊູເຊດ ທີ່ຫາກໍເດີນທາງກັບຈາກການາດາ. ຂະນະທີ່ກຸ່ມຜູ້ຕິດເຊື້ອຖືກສົງໄສເບື້ອງຕົ້ນຢູ່ໃນລັດນິວຢອກ, ຟໍຣິດາ ແລະ ຢູທາ ແລະ ມີຜົນກວດໄວຣັສອໍໂທພອກ (Orthopoxvirus) ເປັນບວກ ເຊິ່ງເປັນກຸ່ມເຊື້ອໄວຣັສຂອງເຊື້ອພະຍາດຝີຕຸ່ມລີງ.
ດຣ. ເຈນນິເຟີ ແມກຄາວິນສຕັນ ສັດຕະວະແພດ ແລະ ຮອງຜູ້ອຳນວຍການຝ່າຍເຊື້ອພະຍາດທີ່ກໍ່ໃຫ້ເກີດຜົນກະທົບຕໍ່ເນື່ອງ ແລະ ພະຍາດວິທະຍາ ສັງກັດສູນດັ່ງກ່າວ ລະບຸວ່າ: ອາເມລິກາມີທ່າອ່ຽງກວດພົບຜູ້ຕິດເຊື້ອພະຍາດຝີຕຸ່ມລີງເພີ່ມອີກ.
ຂະນະດຽວກັນ, ສູນດັ່ງກ່າວກຳລັງດຳເນີນການແກະຮອຍການຕິດເຊື້ອພະຍາດຝີຕຸ່ມລີງແບບກຸ່ມກ້ອນຫລາຍກຸ່ມທີ່ໄດ້ຮັບລາຍງານລະຫວ່າງຕົ້ນຫາກາງເດືອນພຶດສະພາໃນຫລາຍປະເທດ ເຊິ່ງປົກກະຕິບໍ່ມີລາຍງານກວດພົບຜູ້ຕິດເຊື້ອຝີຕຸ່ມລີງ ລວມທັງປະເທດໃນເອີຣົບ ແລະ ອາເມລິກາເໜືອ.
ສູນດັ່ງກ່າວ ກ່າວວ່າ: ບໍ່ມີຜູ້ຕິດເຊື້ອຄົນໃດໃນກຸ່ມເບື້ອງຕົ້ນເດີນທາງໄປປະເທດໃນອາຟຣິກາກາງ ຫລື ອາຟຣິກາຕາເວັນຕົກເມື່ອບໍ່ດົນມານີ້ ເຊິ່ງເປັນພາກພື້ນທີ່ມັກພົບພະຍາດຝີຕຸ່ມລີງເຊັ່ນ: ສາທາລະນະລັດປະຊາທິປະໄຕຄອງໂກ ແລະ ໄນຈີເຣຍ.
ທັງນີ້, ສູນດັ່ງກ່າວເຕືອນນັກເດີນທາງຫລີກລ່ຽງການສຳຜັດຜູ້ມີອາການເຊັ່ນ: ຜູ້ທີ່ມີຮອຍພະຍາດຜິວໜັງ ຫລື ຮອຍບໍລິເວນອະໄວຍະວະເພດ ແລະ ຫລີກລ່ຽງການສຳຜັດສັດປ່າທີ່ຕາຍ ຫລື ມີຊີວິດເຊັ່ນ: ສັດລ້ຽງລູກດ້ວຍນົມຂະໜາດນ້ອຍຈຳພວກສັດໃຊ້ແຂ້ວກັດ ແລະ ໄພຣເມດທີ່ບໍ່ແມ່ນມະນຸດເຊັ່ນ: ລີງມີຫາງ ແລະ ລີງບໍ່ມີຫາງ.
ອ້າງອີງ:
‘สหรัฐฯ’ ออกคำเตือน ‘โรคฝีดาษลิง’ ฉบับใหม่ หลังพบผู้ป่วยต้องสงสัย