ສັດປ່າຢູ່ເຂດປ່າສະຫງວນ 3 ແຫ່ງ ໃນລາວ ຖືກລ່າດ້ວຍກັບດັກ 957 ໂຕ/ປີ
ວັນທີ 25 ພຶດ ສະພາ 2022 ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກປະຈຳ ສ ປປ ລາວ (WWF Laos) ໄດ້ປຶກສາຫາຫລືການຄຸ້ມຄອງການວາງກັບດັກ(ແຮ້ວ) ຈັບສັດປ່າ ແລະ ການ ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ກ່ຽວຂ້ອງພາຍໃຕ້ກົດໝາຍ ວ່າດ້ວຍສັດນ້ຳ-ສັດປ່າ ເພື່ອຮັກສາປະຊາກອນສັດປ່າ ແລະ ພືດປ່າ ສ້າງຄວາມອຸດົມສົມບູນດ້ານຊີວະນານາພັນ ທັງເປັນການສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງ ພັກ-ລັດ ໂດຍສະເພາະການຄຸ້ມຄອງສັດນໍ້າ ແລະ ສັດປ່າໃນຂອບເຂດທົ່ວປະເທດ ພາຍຫລັງເຫັນວ່າ:
ນັກລ່າສັດ ວາງກັບດັກຢູ່ປ່າສະຫງວນ 3 ແຫ່ງ ຄືປ່າສະຫງວນນໍ້າແອດ-ພູເລີຍ, ປ່າສະຫງວນນາກາຍ-ນໍ້າເທີນ ແລະ ປ່າສະຫງວນ ນໍ້າປຸຍ ລະຫວ່າງປີ 2015-2019 ໂດຍເຈົ້າໜ້າທີ່ກ່ຽວຂ້ອງສາມາດຢຶດ ແລະ ເກັບກູ້ກັບດັກມາທຳລາຍ 4.784 ອັນ ແລະ ສັດປ່າຖືກລ່າດ່ວຍກັບດັກປະມານ 957 ໂຕຕໍ່ປີ.
ທ່ານ ສົມຫວັງ ພິມມາວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ໃນກອງປະ ຊຸມ, ຜູ້ເຂົ້າຮ່ວມຈະໄດ້ຟັງບັນຫາການໃສ່ກັບດັກສັດປ່າໃນປະເທດ ແລະ ລະດັບພາກພື້ນ, ບັນຫາ ແລະ ສິ່ງທີ່ທ້າທາຍຂອງການໃສ່ກັບດັກສັດປ່າຢູ່ອຸທິຍານແຫ່ງຊາດນໍ້າແອັດ-ພູເລີຍ ແລະ ນາກາຍ-ນໍ້າເທີນລວມທັງກົດໝາຍຄຸ້ມຄອງກັບດັກສັດປ່າ ແລະ ການລ່າສັດ ເພື່ອຊອກຫາວິທີແກ້ໄຂ ແລະ ຄຸ້ມຄອງກັບດັກສັດ ປ່າຢູ່ ສປປ ລາວ ໂດຍສົມທຽບກັບວິທີການຄຸ້ມຄອງກັບດັກສັດປ່າຢູ່ປະເທດມາເລເຊຍ.
ສປປ ລາວ ແມ່ນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການວາງກັບດັກຈັບສັດປ່າໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ເນື່ອງຈາກກັບດັກ ລາຄາຖືກ, ຜະລິດ ແລະ ຕິດຕັ້ງງ່າຍ ສາມາດເຮັດໄດ້ດ້ວຍສາຍເຊືອກ, ສາຍນີລົງ ຫລື ເຫລັກລວດ ແລະ ປະໄວ້ຢູ່ປ່າໄດ້ເປັນເວລາດົນ.