ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ
May 26, 2022 - 3:37 PM

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ການຮ່ວມກຳລັງຫັນເປັນດີຈີຕອນພາຍຫຼັງ 2 ປີທີ່ໄດ້ຖືກຜົນກະທົບຈາກພະຍາດລະບາດ ໂຄວິດ-19 ຈະສ້າງແຫຼ່ງກຳລັງຊຸກຍູ້ການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ໃນໄລຍະຈະມາເຖິງ.
ຂ່າວລະບຸວ່າ: ບັນດານັກຊ່ຽວຊານໄດ້ເນັ້ນໜັກເຖິງສິ່ງດັ່ງກ່າວຢູ່ ເວທີປາໄສຂັ້ນສູງການຫັນເປັນດີຈີຕອນ ຫວຽດນາມ-ອາຊີ, ໂດຍສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ (VINASA) ຈັດຂຶ້ນໃນວັນທີ 25 ພຶດສະພາ 2022 ຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ. ຕາມຕົວເລກທີ່ໄດ້ປະກາດຢູ່ເວທີປາໄສ, ປີ 2021 ເສດຖະກິດດີຈີຕອນ ຫວຽດນາມ ບັນລຸມຸນຄ່າປະມານ 21 ຕື້ໂດລາ, ປະກອບສ່ວນ 5% ເຂົ້າ GDP (ຍອດຜະລິດຕະພັນພາຍໃນປະເທດ) ຂອງທົ່ວປະເທດ ແລະ ເພີ່ມຂຶ້ນ 7 ເທົ່າ ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2015. ສິ່ງນີ້ສະແດງໃຫ້ເຫັນວ່າ, ເຖິງວ່າຈະຖືກຜົນກະທົບຈາກພະຍາດລະບາດໂຄວິດ-19 ກໍ່ຕາມ ແຕ່ການເຫັນເປັນດີຈີຕອນໄດ້ນຳມາເຊິ່ງການເຕີບໂຕສູງໃຫ້ແກ່ພື້ນຖານເສດຖະກິດດີຈີຕອນ. ລັດຖະບານ ໄດ້ວາງເປົ້າໝາຍຮອດປີ 2025, ເສດຖະກິດດີຈີຕອນຈະກວມເອົາ 20% ຂອງ GDP.
ທີ່ເວທີປາໄສ, ທ່ານ ຫງວຽນວັນຄວາ ປະທານ VINASA ເນັ້ນໜັ້ກວ່າ: ເພື່ອພັດທະນາເສດຖະກິດດີຈີຕອນໂດຍໄວ, ພວກເຮົາຄວນມີການຮ່ວມກຳລັງຂອງທົ່ວລະບົບການເມືອງ, ບັນດາກະ ຊວງ, ຂະແໜງການ ແລະ ທ້ອງຖິ່ນ, ແຕ່ຈະຕ້ອງມີການເຂົ້າຮ່ວມເປັນພິເສດຂອງປະຊາຄົມບັນດາວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຊອບແວ ຢູ່ ຫວຽດນາມ, ເພື່ອພ້ອມກັນຮ່ວມມືຊຸກຍູ້ການຫັນເປັນດີຈີຕອນ, ສືບຕໍ່ຍູ້ແຮງການລົງທຶນ ແລະ ຄົ້ນຄວ້າບັນດາເຕັກໂນໂລຊີໂດຍໄວ ເພື່ອສຸ່ມແຫຼ່ງກຳລັງພ້ອມກັນຫັນເປັນດີຈີຕອນໃຫ້ແກ່ບັນດາອົງການ, ສຳນັກງານ, ວິສາຫະກິດໃນທົ່ວປະເທດ.