ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ

ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ - 284163748 731509714964398 5540677888751785436 n - ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ
ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ - kitchen vibe - ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ

ໃນວັນທີ 24 ພຶດສະພາ ຜ່ານ​ມາ ທີ່ ສຳນັກພະລາດຊະວັງອິສະຕານາ (Istana Nurul Iman) ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ (His Majesty Sultan Haji Hassanal Bolkiah, Sultan and Yang Di-Pertuan of Brunei Darussalam), ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ, ໂດຍຊ້ອງໜ້າ ທ່ານ ດາໂຕະ ອິຣະວັນ (Dato Erywan) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ II ຂອງບຣູໄນ ດາຣູຊາລາມ, ເຈົ້າໜ້າທີ່ຂອງສຳນັກງານພະລາດຊະວັງ ບຣູໄນ ດາຣູຊາລາມ ແລະ ພະນັກງານສະຖານທູດລາວ ທີ່ ບັນດາ ເສຣິ ເບກາວັນ ເຂົ້າຮ່ວມຕິດຕາມ.

ພາຍຫຼັງພິທີຍື່ນສານສຳເລັດລົງ, ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ໄດ້ໃຫ້ກຽດໂອ້ລົມກັບທ່ານເອກອັກຄະລັດຖະທູດລາວ ດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບອັນອົບອຸ່ນ ໂດຍ ສົມເດັດ ຊຸນຕານ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືອັນດີລະຫວ່າງສອງປະເທດ ບຣູໄນ ແລະ ລາວ ຈະນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ດີຍິ່ງຂຶ້ນ.

ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ - Visit Laos Visit SALANA BOUTIQUE HOTEL - ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ
ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ - Visit Laos Visit SALANA BOUTIQUE HOTEL - ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ແສງດາວັນ ວົງໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ລັດຖະບານ ແຫ່ງ ສປປ ລາວ ສົ່ງມາຍັງ ສົມເດັດ ຊຸນຕານ, ພະລາຊິນີ, ບໍລົມມະວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນບຣູໄນທຸກທົ່ວໜ້າ. ຂະນະດຽວກັນ, ສົມເດັດ ຊຸນຕານ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ລັດຖະບານ ແລະ ປະຊາຊົນລາວ ແລະ ຍັງໄດ້ກ່າວເຖິງຄວາມຊົງຈຳອັນດີງາມໃນການມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2016, ພ້ອມກັນນີ້ ກໍເຫັນວ່າຄວນສືບຕໍ່ສົ່ງເສີມມູນເຊື້ອການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງ ບຣູໄນ ແລະ ລາວ ໃນອະນາຄົດ.

ທ່ານເອກອັກຄະລັດຖະທູດໄດ້ໃຫ້ຄຳໝາຍໝັ້ນວ່າ ຈະສຸມທຸກຄວາມພະຍາຍາມ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ເກີດດອກອອກຜົນຍິ່ງຂຶ້ນກວ່າເກົ່າ, ໃນນັ້ນ ລວມທັງການຊຸກຍູ້ການຮ່ວມມືທີ່ສອງຝ່າຍມີທ່າແຮງເປັນຕົ້ນແມ່ນການຄ້າ, ກະສິກຳ (ເຂົ້າ), ພະລັງງານ, ການສຶກສາ, ຊາວໜຸ່ມ ແລະ ກິລາ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນໃຫ້ນັບມື້ນັບຫຼາຍຂຶ້ນ.

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນນັບແຕ່ວັນທີ 27 ກໍລະກົດ 1993 ເປັນຕົ້ນມາ ຊຶ່ງທັງສອງຝ່າຍຈະໄດ້ຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 30 ປີ ໃນປີ 2023 ທີ່ຈະມາເຖິງນີ້.

ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ - 4 - ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ
ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ - 5 - ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ
ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ - 3 - ທ່ານ ນາງ ແສງດາວັນ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາຈິ ຮາຊານານ ໂບນເກຍ, ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ