ສູນກາງພັກ ເນັ້ນໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນສືບຕໍ່ຍູ້ແຮງປະຕິບັດແຜນການທ້າຍປີ 2022 ໃຫ້ບັນລຸຄາດໝາຍ

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ໄດ້ອັດລົງໃນວັນທີ 26 ພຶດສະພາ 2022 ພາຍຫລັງດຳເນີນມາແຕ່ວັນທີ 18 ພຶດສະພາທີ່ສໍານັກງານສູນກາງພັກນະຄອນຫລວງວຽງຈັນພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍກອງປະຊຸມນອກຈາກກວດກາຕີລາຄາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກແລ້ວ, ສູນກາງພັກໄດ້ມອບໃຫ້ລັດຖະບານ, ອົງການປົກຄອງ ແຕ່ລະຂັ້ນສືບຕໍ່ຍູ້ແຮງການປະຕິບັດທິດທາງ, ແຜນການທ້າຍປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້.
ວຽກງານທີ່ສູນກາງພັກ ມອບໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ສືບຕໍ່ຍູ້ແຮງການປະຕິບັດທິດທາງ, ແຜນການທ້າຍປີ 2022 ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ; ເອົາໃຈໃສ່ຫັນການຄຸ້ມຄອງເກັບລາຍຮັບງົບປະມານແລະເງິນຕາດ້ວຍເຄື່ອງມື ແລະ ລະບົບທີ່ທັນສະໄໝ; ແກ້ໄຂຂອດອັດຕັນ ເພື່ອປັບປຸງສະພາບແວດລ້ອມດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໃຫ້ວ່ອງໄວ ແລະມີບາດກ້າວຫັນປ່ຽນໃໝ່; ຊຸກຍູ້ສົ່ງເສີມບັນດາໂຄງການ ລົງທຶນໃນຂົງເຂດການຜະລິດເພື່ອທົດແທນການນໍາເຂົ້າ, ພະຍາຍາມຈໍາກັດແລະຄຸ້ມຄອງບັນດາສິນຄ້ານຳເຂົ້າທີ່ເຮົາສາມາດຜະລິດຢູ່ພາຍໃນປະເທດຢ່າງຮັດກຸມເພື່ອສົ່ງເສີມຫົວໜ່ວຍທຸລະກິດພາຍໃນໃຫ້ຂະຫຍາຍຕົວ; ກວດກາແລະປັບປຸງບັນດານະໂຍບາຍກໍຄືນິຕິກໍາການສົ່ງເສີມບັນຫົວໜ່ວຍທຸລະກິດຂະໜາດກາງ,ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ, ຄຸ້ມຄອງຂະແໜງການທີ່ກຳນົດເປັນທ່າແຮງໃຫ້ຖືກຕ້ອງ, ລະອຽດຈະແຈ້ງ ແລະ ຄົບຖ້ວນ; ຄຸ້ມຄອງ ແລະ ສະໜອງພະລັງງານ ຮັບປະກັນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງສັງຄົມ; ສືບຕໍ່ສົ່ງເສີມ ແລະຊຸກຍູ້ການນໍາໃຊ້ພະລັງງານທາງເລືອກເຊັ່ນ: ລົດໄຟຟ້າ ແລະ ປັບປຸງການບໍລິການໂດຍສານສາທາລະນະ ແລະ ປັບປຸງຍົກລະດັບການທ່ອງທ່ຽວ ຕິດພັນກັບການວາງມາດຕະການຮອງຮັບການເປີດປະເທດໃນເງື່ອນໄຂການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮັດກຸມ.
ແນວໃດກໍດີ, ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາສູງຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມໃນຕົ້ນປີ 2022 ເຖິງວ່າຈະຜະເຊີນກັບຄວາມຫຍຸ້ງຍາກຈາກສະພາບການຜັນແປຂອງເສດຖະກິດໂລກ ບວກໃສ່ການລະບາດຂອງພະຍາດໂຄວິດ-19, ແຕ່ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພະຍາຍາມບຸກບືນສູ້ຊົນຈັດຕັ້ງປະຕິບັດແຜນການຜະລິດ, ທຸລະກິດ ແລະ ບໍ ລິການ-ຄ້າຂາຍ ສາມາດຍາດໄດ້ຜົນສໍາເລັດທີ່ຕັ້ງໜ້າຫລາຍດ້ານ ປະກອບສ່ວນສໍາຄັນໃນການຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະ ກິດ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.
ນອກນີ້ຍັງເຫັນວ່າມີບາງດ້ານທີ່ຕ້ອງຮີບຮ້ອນແກ້ໄຂເປັນຕົ້ນ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ, ໄພເງິນເຟີ້, ລາຄາສິນຄ້າແພງ, ບັນຫາຂາດເຂີນນໍ້າມັນ ແລະ ສະພາບຫຍໍ້ທໍ້ອື່ນໆ ເຊິ່ງເປັນບັນຫາທ້າທາຍຕໍ່ເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ, ພະນັກງານ, ທະຫານ ແລະ ຕໍາຫລວດ.