ຣຽວ ມາດຣິດ ຄວ້າແຊ໊ມສະໂມສອນທີ່ມີມູນຄ່າສູງທີ່ສຸດໃນໂລກ

ຣຽວ ມາດຣິດ ຄວ້າແຊ໊ມຕຳແຫນ່ງທີມບານເຕະທີ່ມີມູນຄ່າສູງສຸດໃນໂລກ ປະຈຳປີ 2022 ຕາມການຈັດອັນດັບຂອງວາລະສານ ‘‘ Forb ’’ ຂະນະທີ່ ແມນເຊສເຕີ ຢູໄນເຕັດ ນັ້ນມີອັນດັບເຫນືອ ລີເວີພູລ.
ວາລະສານ ຟອບ ສື່ດ້ານການເງິນຊື່ດັງລະດັບໂລກ ເປີດເຜີຍການຈັດອັນດັບທີມບານເຕະທີ່ມີມູນຄ່າສູງສຸດໃນໂລກ ປະຈຳປີ 2022 ເຊິ່ງຜົນປາກົດວ່າ : ຣຽວ ມາດຣິດ ທີມໃຫຍ່ຂອງ ລາ ລີກາ ສະເປນ ຄວ້າອັນດັບ 1 ໄປຄອງ ດ້ວຍມູນຄ່າ 5,1 ພັນລ້ານໂດລາສະຫະລັດ.
ນອກຈາກນັ້ນຍັງເປັນການກັບມາຄອງຕຳແຫນ່ງດັ່ງກ່າວຂອງ ຣຽວ ມາດຣິດ ອີກເທື່ອຫນຶ່ງຫລັງເມື່ອປີຜ່ານມາ ພວກເຂົາເສຍແຊ໊ມໃຫ້ກັບ ບາເຊໂລນາ ຄູ່ປັບຮ່ວມລີກເຊິ່ງໃນປີນີ້ ບາເຊໂລນາ ຕົກມາຢູ່ອັນດັບ 2 ຈາກ ມູນຄ່າ 5 ພັນລ້ານໂດລາສະຫະລັດ.
ຂະນະທີ່ອັນດັບ 3 ຄື ແມນເຊສເຕີ ຢູໄນເຕັດ ທີມຈາກພຣີເມຍລີກ ອັງກິດ ດ້ວຍມູນຄ່າ 4,6 ພັນລ້ານໂດລາສະຫະລັດ, ຕາມມາດ້ວຍ ລີເວີພູລ ມູນຄ່າ 4,45 ພັນລ້ານໂດລາສະຫະລັດ, ສ່ວນອັນດັບ 5 ຄື ບາເຢິນ ມິວນິກ ຈາກ ບຸນເດສ ລີກາ ເຢຍລະມັນ ດ້ວຍມູນຄ່າ 4,275 ພັນລ້ານໂດລາສະຫະລັດ.
ຂະນະທີ່ທີມກິລາເຊິ່ງມີມູນຄ່າສູງສຸດໃນໂລກນັ້ນກໍຄື ດັລລັສ ດາວບອຍ ທີມຈາກການແຂ່ງຂັນ ອາເມລິກັນຟຸດບອລ ເອັນເອຟແອລ ສະຫະລັດ ດ້ວຍມູນຄ່າ 6,5 ພັນລ້ານໂດລາສະຫະລັດ.
10 ອັນດັບທີມບານເຕະທີ່ມີມູນຄ່າສູງສຸດໃນໂລກປະຈຳປີ 2022 ມີດັ່ງນີ້:
- ຣີລ ມາດຣິດ (ລາລີກາ ສະເປນ) ມູນຄ່າ 5.1 ຕື້ໂດລາ
- ບາເຊໂລນາ (ລາລີກາ ສະເປນ) ມູນຄ່າ 5 ຕື້ໂດລາ
- ແມນເຊັສເຕີ ຢູໄນເຕັດ (ພຣີເມຍລີກ ອັງກິດ) ມູນຄ່າ 4.6 ຕື້ໂດລາ
- ລິເວີພູລ (ພຣີເມຍລີກ ອັງກິດ) ມູນຄ່າ 4.45 ຕື້ໂດລາ
- ບາເຢິນ ມິວນິກ (ບຸນເດສລີກາ ເຢຍລະມັນ) ມູນຄ່າ 4.275 ຕື້ໂດລາ
- ແມນເຊັສເຕີ ຊິຕີ້ (ພຣີເມຍລີກ ອັງກິດ) ມູນຄ່າ 4.25 ຕື້ໂດລາ
- ປາຣີ ແຊັງ-ແຊັກແມັງ (ລີກ 1 ຝຣັ່ງ) ມູນຄ່າ 3.2 ຕື້ໂດລາ
- ເຊລຊີ (ພຣີເມຍລີກ ອັງກິດ) ມູນຄ່າ 3.2 ຕື້ໂດລາ
- ຢູເວນຕຸສ (ເຊເຣຍອາ ອິຕາລີ) ມູນຄ່າ 2.45 ຕື້ໂດລາ
- ທັອດແນມ ຮັອດສະເປີ (ພຣີເມຍລີກ ອັງກິດ) ມູນຄ່າ 2.35 ຕື້ໂດລາ