ກະຊວງການເງິນ-ອົງການກວດສອບແຫ່ງລັດ ຈັດກອງປະຊຸມປຶກສາຫາລືຮ່ວມມືດ້ານວິຊາການ
ວັນທີ 3 ມິຖຸນາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ກົມສ່ວຍສາອາກອນ, ກະຊວງການເງິນ ແລະ ອົງການກວດສອບແຫ່ງລັດ, ໄດ້ຈັດກອງປະຊຸມວິຊາການເພື່ອເປັນການປຶກສາຫາລື ກ່ຽວກັບການລາຍງານການແກ້ໄຂຜົນການກວດສອບ ແລະ ປະກອບຄຳເຫັນຕໍ່ການແກ້ໄຂຜົນການກວດສອບ, ການປັບປຸງບົດບັນທຶກການປະສານງານ ແລະ ກ່ຽວກັບງົບປະມານຂອງອົງການກວດສອບແຫ່ງລັດ.
ໂດຍການເປັນປະທານຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ, ມີທ່ານປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ຕ໋ອຍ ພັນທິລາດ ຮອງປະທານອົງການກວດສອບແຫ່ງລັດ, ມີຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊຶ່ງກ່ອນອື່ນທ່ານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປະທານອົງການກວດສອບແຫ່ງລັດໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບຜົນກອງປະຊຸມວິຊາການລະຫວ່າງກະຊວງການເງິນ ແລະ ອົງການກວດສອບແຫ່ງລັດ, ຜ່ານການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄຳເຫັນຢ່າງກົງໄປກົງມາລະຫວ່າງສອງຝ່າຍໂດຍໄດ້ຕົກລົງເຫັນດີເປັນເອກະພາບບັນຫາເປັນຕົ້ນ: ການແກ້ໄຂຜົນການກວດສອບນັບແຕ່ປີ 2011 ຫາ 2020 ມີທັງໝົດ 368 ບັນຫາ, ແກ້ໄຂຕາມຜົນການກວດສອບສຳເລັດແລ້ວຂາດຕົວ 292 ບັນຫາ, ຮອດວັນທີ 30 ພຶດສະພາ 2022 ຍັງເຫຼືອ 76 ບັນຫາ.ໃນນີ້: ແກ້ໄຂບໍ່ທັນຂາດຕົວ 49 ບັນຫາ, ຍັງບໍ່ທັນໄດ້ຮັບການແກ້ໄຂ 19 ບັນຫາ ແລະ ມອບໃຫ້ກົມກ່ຽວຂ້ອງຕາມພາລະບົດບາດ 8 ບັນຫາໃນ 7 ກົມອ້ອມຂ້າງກະຊວງການເງິນທີ່ຕິດພັນກັບກະຊວງ, ອົງການຕ່າງໆ ແລະ ທ້ອງຖິ່ນ.
ພ້ອມດຽວກັນນີ້,ຍັງໄດ້ກຳນົດທິດທາງການແກ້ໄຂຂໍ້ຄົງຄ້າງໃຫ້ມີຄວາມຊັດເຈນ, ເຫັນດີແຕ່ງຕັ້ງຄະນະເຮັດວຽກຮ່ວມໃນການແກ້ໄຂຜົນກວດສອບລະຫວ່າງກະຊວງການເງິນ ແລະ ອົງການກວດສອບແຫ່ງລັດໂດຍໃຫ້ຈັດເປັນແຕ່ລະກຸ່ມວຽກ ແລະ ສະໜອງບັນຊີຜົນການກວດສອບໃຫ້ຊັດເຈນ, ກຳນົດເວລາການເຄື່ອນໄຫວວຽກງານແກ້ໄຂຜົນການກວດສອບຂອງ 7 ກົມອ້ອມຂ້າງກະຊວງການເງິນ,ມີມາດຕະການແກ້ໄຂຮ່ວມກັນລະຫວ່າງກະຊວງການເງິນ ແລະ ອົງການກວດສອບແຫ່ງລັດ.
ພ້ອມດຽວກັນນີ້,ອົງການກວດສອບແຫ່ງລັດ ຍັງໄດ້ຜ່ານຮ່າງບົດບັນທຶກວ່າດ້ວຍການປະສານງານລະຫວ່າງອົງການກວດສອບແຫ່ງລັດ ແລະ ກັບກະຊວງການເງິນ ແລະ ໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມານໍາອີກດ້ວຍ.