ປກສ ເມືອງສີສັດຕະນາກຈັບຄົນຮ້າຍລັກຕັດສາຍໄຟກ້ອງວົງຈອນປິດໃນຕົວເມືອງ


ທ້າວ ພອນສັກ (ຕຸ້ຍ) ອາຍຸ 30 ປີຢູ່ບ້ານເພຍວັດເມືອງສີສັດຕະນາກນະຄອນຫລວງວຽງຈັນ, ຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍເມື່ອບໍ່ດົນນີ້ໃນຂໍ້ຫາລັກຊັບຂອງສ່ວນລວມ, ຊຶ່ງໄດ້ລັກຕັດເອົາສາຍໄຟຂອງລະບົບກ້ອງວົງຈອນປິດໃນນະຄອນຫລວງວຽງຈັນ, ຈົນເຮັດໃຫ້ເກີດການເປ່ເພເສຍຫາຍ ແລະ ບໍ່ສາມາດໃຊ້ການໄດ້ໃນຫລາຍຈຸດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ຜູ້ຕ້ອງຫາໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຕັກສາຍໄຟຂອງກ້ອງວົງຈອນປິດຕາມເສັ້ນທາງມາແລ້ວ 2 ຄັ້ງຄື: ໃນຕົ້ນເດືອນກໍລະກົດໄດ້ໄປລັກຕັດສາຍໄຟກ້ອງວົງຈອນປິດຢູ່ເສັ້ນທາງເຈົ້າອານຸເຂດແຄມຂອງເມືອງຈັນທະບູລີ ໂດຍໃຊ້ພ້າທີ່ກຽມມາຕັດເອົາສາຍໄຟຂະໜາດຊໍ່ານິ້ວມືຍາວຫລາຍກວ່າ 70 ແມັດ, ແຕ່ມີພະນັກງານຮັກສາຄວາມປອດໄພມາພົບເຫັນຈຶ່ງໄດ້ເອົາຕົວຫລົບໜີ ແລະ ຕໍ່ມາກໍໄດ້ກັບມາລັກຕັດເອົາສາຍໄຟກ້ອງວົງຈອນປິດຢູ່ເຂດແຄມຂອງອີກ ແລະ ໄດ້ສາຍໄຟຍາວ 35 ແມັດ ກ່່ອນຈະຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງມາດຳເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ, ປາກົດການຫຍໍ້ທໍ້ພົ້ນເດັ່ນຢູ່ນະຄອນຫລວງວຽງຈັນສ່ວນໃຫຍ່ແມ່ນສະພາບລັກຊັບພົນລະເມືອງ, ສະເພາະ 6 ເດືອນຜ່ານມາແມ່ນເກີດຂຶ້ນແລ້ວຫລາຍກວ່າ 400 ກໍລະນີ ຈາກສະພາບບໍ່ດີດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງໄດ້ເລັ່ງຕິດຕັ້ງກ້ອງວົງຈອນປິດຕາມຖະໜົນຫົນທາງຫລາຍກວ່າພັນຈຸດ, ແຕ່ເຫັນວ່າມີກ້ອງຈຳນວນບໍ່ໜ້ອຍເກີດການເປ່ເພ ແລະ ບໍ່ສາມາດໃຊ້ການໄດ້ເນື່ອງຈາກມີຄົນບໍ່ດີຈຳນວນໜຶ່ງໄດ້ມີການທໍາລາຍດ້ວຍການລັກຕັດສາຍໄຟຂອງລະບົບກ້ອງດັ່ງກ່າວແລ້ວນຳໄປຂາຍ, ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງປະຊາຊົນຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອເຫັນມີກໍລະນີບໍ່ດີມີການລັກລອບ ຫລື ທໍາລາຍວັດຖຸອຸປະກອນຕ່າງໆຂອງສ່ວນລວມ ຫລືຂອງພົນລະເມືອງແມ່ນໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ເພື່ອສາມາດລົງແກ້ໄຂໄດ້ທັນເວລາ.