FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ

FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ - dFQROr7oWzulq5Fa5ntZMHUk3VwuQ9iR6I53CXqV4qVAE1xbFJlPx13szGyZCptEt2D - FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ
FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ - kitchen vibe - FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ

FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ - dFQROr7oWzulq5Fa5ntZMHUk3VwuQ9iR6I53CXqV4qVAE1xbFJlPx13szGyZCptEt2D - FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ

ຄະນະກຳມະການສະມາຄົມບານເຕະລະຫວ່າງປະເທດ (International Football Association Board) ຫລື IFAB ພ້ອມດ້ວຍສະຫະພັນບານເຕະນາໆຊາດ FIFA  ເຂົ້າຮ່ວມການປະຊຸມສາມັນປະຈຳປີ ທີ່ນະຄອນຫລວງໂດຮາ ປະເທດກາຕາ ເມື່ອຄືນວັນທີ 13 ມິຖຸນາຜ່ານມາ ເພື່ອຫາລືເລື່ອງການລົງມະຕິບັງຄັບໃຫ້ກົດກະຕິກຳບານເຕະໃຫ້ຄອບຄຸມທົ່ວໂລກ ວ່າດ້ວຍການເພີ່ມໂຄຕາປ່ຽນຕົວສຳຮອງ ຈາກເກ່ົານັດລະ 3 ຄົນ ໃຫ້ເປັນນັດລະ 5 ຄົນ ເຊິ່ງເລື່ອງນີໄດ້ຜ່ານການອະນຸມັດຮຽບຮ້ອຍແລ້ວ.

ແນວໃດກໍຕາມທີ່ກອງປະຊຸມໄດ້ມີການອະພິປາຍໃນຫົວຂໍ້ສຳຄັນເພີ່ມຕື່ມ ນັ້ນກໍຄືການສະເຫນີໃຫ້ປັບກະຕິກາບານຈາກ ການໂຍນບານ ທຸກຄັ້ງທີ່ໜ່ວຍບານອອກຂ້າງສະຫນາມ ມາເປັນ ‘‘ Kick in’’ ເຊິ່ງໃຊ້ຕີນເຕະແທນການໃຊ້ມືໂຍນບານ ໂດຍມີການຈຳກັດເວລາ 5 ວິນາທີໃນແຕ່ລະຄັ້ງ ເຊິ່ງເປັນກະຕິກາທີ່ຄ້າຍກັບຟຸດຊໍ ທີ່ເຮັດໃຫ້ການແຂ່ງຂັນດຳເນີນໄປຢ່າງວ່ອງໄວ ແຕ່ກະຕິການີ້ຍັງມີການບັງຄັບໃຊ້, ຕອນນີ້ ຍັງບໍ່ມີແຜນການທົດລອງໃດໆ ເຊິ່ງຕ້ອງຖ້າມະຕິເຫັນດີໃຫ້ເລີ່ມມີການທົດລອງ ກ່ອນສະຫລຸບວ່າຈຳນຳມາໃຊ້ແທ້ ຫລື ບໍ່.

ສ່ວນ ອາແຊນ ເວນເກີ ອະດີດຜູ້ຈັດການທີມອາເຊນອລ ເຊິ່ງປັດຈຸບັນເປັນຫົວຫນ້າຝ່າຍພັດທະນາຂອງ ຟີຟາ ໄດ້ເປີດເຜີຍຂໍ້ດີຂອງການ ‘‘ ເຕະບານ ’’ ແທນການ ‘‘ ໂຍນບານ  ’’ ວ່າ : ‘‘ ເປົ້າຫມາຍຄືການເຮັດໃຫ້ການແຂ່ງຂັນເບິ່ງຫນ້າຕື່ນເຕັ້ນ ແລະ ວ່ອງໄວຍິ່ງຂຶ້ນ ແລະ ບາງເທື່ອການໂຍນບານເຈົ້າສາມາດຫລິ້ນດ້ວຍຕີນຂອງເຈົ້າໄດ້ ຕົວຢ່າງເຊັ່ນ ການເຕະບານພາຍໃນເວລາທີ່ຈຳກັດພຽງ 5 ວິນາທີ ເຊິ່ງຈະຊ່ວຍຫລຸດບັນຫາເລື່ອງຖ່ວງເວລາ ແຕ່ມັນຕ້ອງໄດ້ຮັບການທົດສອບ ແລ້ວກໍຕ້ອງໄດ້ຮັບການຍອມຮັບຈາກ IFAB ກ່ອນ  ’’.

FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ - 4 - FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ
FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ - 3 - FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ
FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ - 5 - FIFA ປຶກສາຫາລື IFAB ປັບກະຕິກາບານອອກຂ້າງໃຫ້ ເຕະບານ ແທນການ ໂຍນບານ