ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນໜັກໃຫ້ແຂວງບໍ່ແກ້ວ ເພື່ອຕ້ານການຄ້າມະນຸດ
June 15, 2022 - 2:55 PM

ວັນທີ 14 ມິຖຸນາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.
ກ່ອນອື່ນທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ໄດ້ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະ ນະຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນໄລຍະຜ່ານມາ ເຫັນວ່າແຂວງ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ຕາມພາລະບົດບາດ, ສິດ-ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໃນໄລຍະປີ 2021-2022 ໄດ້ເຄື່ອນໄຫວຕິດຕາມ, ກວດກາ ເຫດການຕ່າງໆຢ່າງເປັນປົກກະຕິ ຕິດພັນກັບວຽກງານໂຄສະນາເຜີຍ ແຜ່ຜົນຮ້າຍຂອງການຄ້າມະນຸດ, ວຽກງານຕ້ານການຄ້າມະນຸດ ຢູ່ບັນດາເມືອງ, ບ້ານເປົ້າໝາຍ ແລະ ສະຖານການສຶກສາຕ່າງໆ; ບັນດາຂະແໜງການກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການດຳເນີນຄະດີຄວາມ ຕາມຂະບວນການຍຸຕິທໍາ,ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ມີຄວາມໂປ່ງໃສ; ໃນນີ້ ໄດ້ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ ແລະ ພົບເຫັນຜູ້ລັກລອບເຂົ້າອອກເມືອງ ແລະ ຜູ້ກະທໍາຜິດກ່ຽວກັບການຄ້າມະນຸດ 16 ຄັ້ງ, ຮັບຄໍາຮ້ອງທຸກຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 9 ຄັ້ງ, ໄດ້ເປີດການສືບສວນສອບສວນ 14 ຄັ້ງ; ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ, ຄໍາຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ປົກຄອງ ແລະ ຈາກສະຖານທູດຕ່າງປະເທດ ລວມ 66 ຄັ້ງ, ແກ້ໄຂປະກົດ ການຫຍໍ້ທໍ້ໄດ້ 18 ຄັ້ງ, ໄດ້ສຶກສາອົບຮົມຜູ້ກະທໍາຜິດຄ້າປະເວນີ, ກວດກາການເຂົ້າມາພັກເຊົາບໍ່ຖືກຕ້ອງຂອງຄົນຕ່າງປະເທດ; ກອງບັນຊາການ ປກສ ແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ແຮງງານລາວ, ຕ່າງປະເທດ ທັງໝົດ 66 ຄັ້ງ ມີທັງໝົດ 477 ຄົນ, ຍິງ 199 ຄົນ. ພ້ອມດຽວກັນນີ້, ແຂວງຍັງໄດ້ເອົາໃຈໃສ່ ໃນການປະສານງານ, ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ທັນການ.

ຜ່ານການຮັບຟັງລາຍງານສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຂອງແຂວງໃນໄລຍະຜ່ານມາ ເຫັນວ່າວຽກງານດັ່ງກ່າວ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ມີຜົນສໍາເລັດຫຼາຍດ້ານ ເປັນການປະກອບ ສ່ວນສໍາຄັນເຂົ້າໃນການປົກປ້ອງ, ຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ກຸ່ມສ່ຽງ. ເຖິງວ່າຈະມີຜົນສໍາເລັດຫຼາຍດ້ານ ແຕ່ກໍຍັງມີບັນຫາທີ່ຍັງຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ, ເຊິ່ງທ່ານຮອງນາຍົກລັດຖະ ມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງດັ່ງກ່າວ ແລະ ວາງແຜນການໃນຕໍ່ໜ້າ ເປັນຕົ້ນ:
1. ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນພັນທະ, ເປັນໜ້າທີ່ການເມືອງຂອງທຸກພາກສ່ວນ, ພ້ອມທັງ ກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເຊິ່ງຄະນະພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການນໍາພາ ເພື່ອແກ້ໄຂ;
2. ສືບຕໍ່ສຸມໃສ່ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III (2021-2025) ມາເປັນແຜນງານ, ໂຄງການ, ກິດຈະກໍາຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກາຍເປັນຂະບວນການລວມ ຄືກັນກັບ 2 ວາລະແຫ່ງຊາດ;
3. ສຶກສາອົບຮົມການເມືອງ- ແນວຄິດ ໃຫ້ພະນັກງານຢູ່ໃນຂະແໜງ ການ ຕ້ານການຄ້າມະນຸດ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດ ຊາດເປັນກົກ ເພື່ອລົບລ້າງປະກົດການຫຍໍ້ທໍ້, ຖ້າຍັງມີປະກົດການເກີດຂຶ້ນ ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເດັດຂາດ;
4. ເພີ່ມທະວີການຊອກຮູ້, ເຂົ້າເຖິງແຫຼ່ງຂໍ້ມູນ, ກວດກາ, ຕິດຕາມ, ຄຸ້ມຄອງ ການເຂົ້າ-ອອກເມືອງ, ບັນດາດ່ານຊາຍແດນ, ເຂດຫຼໍ່ແຫຼມ, ເກັບກໍາບັນດາເປົ້າໝາຍຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວໃນຂະບວນການຄ້າມະນຸດ ເພື່ອກຳຈັດປາບປາມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ພ້ອມທັງ ໃຫ້ຄວາມຊ່ວຍເຫຼືອເບິ່ງແຍງຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ໃຫ້ທັນສະພາບ ການ ແລະ ແກ້ໄຂໃຫ້ເປັນຮູບປະທຳ;
5. ເພີ່ມທະວີການໂຄສະນາປູກຈິດສໍານຶກ ກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດ ທັງລວງກວ້າງ ແລະ ລວງເລິກ ໃຫ້ທົ່ວສັງຄົມ ເຮັດໃຫ້ວຽກ ງານດັ່ງກ່າວ ກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ, ທຸກຊັ້ນຄົນ, ທຸກເພດ, ທຸກໄວ, ທຸກອົງການຈັດຕັ້ງຢ່າງຕັ້ງໜ້າ ໂດຍການໂຄສະນາແນວ ທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ເຊີດຊູຈິດໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ;
6. ປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານສົມທົບລະຫວ່າງສູນກາງກັບແຂວງ, ແຂວງ ກັບ ເມືອງ ແລະ ກຸ່ມບ້ານ ໃຫ້ກົມກຽວກັນ; ການສະໜອງຂໍ້ມູນຂ່າວສານ, ລະບອບການລາຍງານ ໃຫ້ມີຄວາມວ່ອງໄວຊັດ ເຈນທັນເວລາ;
7. ສືບ ຕໍ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ, ໂດຍສະເພາະແມ່ນກັບປະເທດທີ່ມີຊາຍແດນຕິດຈອດ ເພື່ອຍາດແຍ່ງການສະໜັບ ສະ ໜູນ, ແລກປ່ຽນຂໍ້ມູນຂ່າວສານບົດຮຽນ ລວມທັງປະສານງານ ໃນການຕ້ານອາດຊະຍາກໍາ ທີ່ກ່ຽວຂ້ອງກັບການຄ້າມະນຸດ;
8. ກຳນົດວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ເປັນແຕ່ລະໄລຍະ, ໃນນັ້ນໃຫ້ກໍານົດບັນ ດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ມີການປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນເປັນປົກກະຕິໃນແຕ່ລະຂັ້ນ, ແຕ່ລະໄລ ຍະ ບົນພື້ນຖານເນື້ອໃນຄາດໝາຍ ທີ່ວາງໄວ້;
9. ປັບປຸງນິຕິກໍາທີ່ມີແລ້ວ ແຕ່ເຫັນວ່າບໍ່ສອດຄ່ອງ ຫຼື ຖ້າຫາກເຫັນວ່າຍັງບໍ່ທັນຄົບຖ້ວນ ກໍຄົ້ນຄວ້າສ້າງນິຕິກໍາໃໝ່ ໂດຍບໍ່ໃຫ້ຂັດກັບນິຕິກໍາທີ່ມີແລ້ວ ເພື່ຶອເປັນເຄື່ອງມືຮັບໃຊ້ວຽກດັ່ງກ່າວ ໃຫ້ມີປະສິດທິຜົນ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ