“ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ

"ຕ້ອງແກ້ ຜູ້ບໍ່ຢາກແກ້" ໃຫ້ເດັດຂາດ - 288435413 2049171405270577 7449719886539939496 n 1 - “ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ
"ຕ້ອງແກ້ ຜູ້ບໍ່ຢາກແກ້" ໃຫ້ເດັດຂາດ - kitchen vibe - “ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ

ໂດຍ: ລູກເມືອງພວນ
ດັ່ງທີ່ສະມາຊິກສະພາແຫ່ງຊາດຫຼາຍທ່ານ ມີຄຳຄິດຄຳເຫັນວ່າ: ວິກິດການຫຼາຍດ້ານໃນປັດຈຸບັນ ສາເຫດຕົ້ນຕໍແມ່ນຈາກຄົນ. ຄົນໃນທີ່ນີ້ກໍໝາຍເຖິງ ພະນັກງານ-ລັດຖະກອນ, ບຸກຄົນ, ນິຕິບຸກຄົນ ນັບທັງປະຊາຊົນພາຍໃນຊາດ ທີ່ເຮັດໜ້າທີ່ປະກອບສ່ວນພັດທະນາປະເທດຊາດ, ໂດຍສະເພາະແມ່ນພະນັກງານ ຂອງລັດນັບແຕ່ຂັ້ນສູງລົງເຖິງຂັ້ນຕໍ່າ, ແຕ່ສູນກາງລົງເຖິງທ້ອງຖິ່ນ ທີ່ໄດ້ຮັບມອບໝາຍຈາກພັກ-ລັດ ໃຫ້ປະຕິບັດໜ້າທີ່ເພື່ອຊາດ ເພື່ອປະຊາຊົນນັ້ນເອງ.

ເປັນຫຍັງຈຶ່ງວ່າຍ້ອນຄົນ? ເພາະວ່າຄົນທີ່ໄດ້ຮັບມອບໝາຍຈາກພັກ-ລັດນັ້ນ ລ້ວນແຕ່ມີສິດ, ມີອຳນາດ ໃນຂອບເຂດ ແລະ ລະດັບຂັ້ນແຕກຕ່າງກັນ. ເມື່ອມີສິດ, ມີອຳນາດແລ້ວ ພວກນີ້ກໍມັກຈະສວຍໃຊ້ສິດອຳນາດຂອງຕົນສໍ່ໄປໃນທາງທີ່ບໍ່ຖືກຕ້ອງ ຫວັງຫາຜົນປະໂຫຍດເຂົ້າໃສ່ຕົນເອງ. ນີ້ຄືປາກົດການທີ່ເກີດຂຶ້ນຢູ່ໃນສັງຄົມລາວມາເປັນເວລາຫຼາຍທົດສະວັດທີ່ຜ່ານມາ ແຕ່ບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ການສໍ້ລາດບັງຫຼວງຍັງປາກົດໃຫ້ເຫັນຢ່າງຫຼວງຫຼາຍໃນສັງຄົມລາວຂອງພວກເຮົາ. ປາກົດການດັ່ງກ່າວນັ້ນ, ຄະນະກວດກາແຫ່ງລັດກໍໄດ້ຍົກໃຫ້ເຫັນຫຼາຍກໍລະນີທີ່ພະນັກນັກງານສໍ້ລາດບັງຫຼວງເອົາຊັບສິນ ເງິນຄຳຂອງລັດ ຈາກໂຄງການ ຫຼື ງົບປະມານ ຫຼາຍພັນຕື້ກີບ, ໄລ່ອອກຈາກການຈັດ ຕັ້ງພັກ ແລະ ຖັນແຖວກໍຫຼາຍພັນຄົນແລ້ວ.

"ຕ້ອງແກ້ ຜູ້ບໍ່ຢາກແກ້" ໃຫ້ເດັດຂາດ - Visit Laos Visit SALANA BOUTIQUE HOTEL - “ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ
"ຕ້ອງແກ້ ຜູ້ບໍ່ຢາກແກ້" ໃຫ້ເດັດຂາດ - Visit Laos Visit SALANA BOUTIQUE HOTEL - “ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ

ວິກິດການຄັ້ງນີ້ ມັນໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ການສໍ້ລາດບັງຫຼວງ ເປັນໄພອັນຕະລາຍຮ້າຍແຮງຕາມມາຢ່າງຫຼີກບໍ່ໄດ້ ເຮັດໃຫ້ປະເທດຊາດຂາດເຂີນເງິນຕາ ເພື່ອຈະເອົາໄປຊື້ນໍ້າມັນເຊື້ອໄຟ, ອາຫານການກິນ, ເຄື່ອງອຸປະໂພກ, ບໍລິໂພກຂາດຕະຫຼາດ, ເງິນກີບອ່ອນຄ່າຍ້ອນບໍ່ມີເງິນຕາຕ່າງປະເທດເປັນຕົວຄໍ້າປະກັນຢູ່ໃນທະນາຄານແຫ່ງລັດ.

ຖ້າລັດຖະບານຫາກຍັງອ່ອນແອ ຫຼື ບໍ່ຢາກແກ້ ຫຼື ປາບປາມບັນຫາສໍ້ລາດບັງຫຼວງບໍ່ໄດ້ ປະເທດຊາດກໍຄົງຈະຈົມຢູ່ໃນຄວາມມືດມົນຫຼ້າຫຼັງຕໍ່ໄປ. ດັ່ງນັ້ນ, ເຖິງເວລາແລ້ວທີ່ອົງການກວດກາພັກ-ລັດ ຈະຕ້ອງເຮັດໜ້າທີ່ໃຫ້ເຂັ້ມແຂງ ແລະ ເດັດຂາດກວ່າເກົ່າ. ເມື່ອກວດກາພົບເຫັນຜູ້ກະທຳຜິດ ກໍຕ້ອງກ້າຫານ ປັບໃໝໃສ່ໂທດ ປົດອອກຈາກໜ້າທີ່ຕຳແໜ່ງທັນທີ ບໍ່ວ່າລະດັບຂັ້ນໃດກໍຕາມ, ຖ້າບຸກຄົນໃດ ຫຼື ອົງການໃດບໍ່ຢາກແກ້ ກໍຕ້ອງແກ້ “ບຸກຄົນທີ່ບໍ່ຢາກແກ້” ນັ້ນກ່ອນໝູ່ທັນທີ.

ໄລຍະຜ່ານມາ, ເຖິງວ່າຈະປັບໃໝໃສ່ໂທດກໍຈິງ ແຕ່ເຫັນວ່າ ຍັງເບົາບາງຫຼາຍ ຈຶ່ງເປັນສາເຫດພາໃຫ້ພະນັກງານບໍ່ເຂັດຫຼາບ ແລະ ຢ້ານກົວ ຫຼື ກໍເປັນພຽງການເຕືອນສະຕິໃຫ້ຜູ້ກະທຳຜິດດຳເນີນການສໍ້ລາດບັງຫຼວງ ເລິກແລບແນບນຽນຂຶ້ນກວ່າເກົ່າ.

ຖ້າລັດຖະບານຫາກມີຄວາມກ້າຫານແກ້ “ຜູ້ທີ່ບໍ່ຢາກແກ້” ນັ້ນໄດ້ດີ ແລະ ເຮັດໃຫ້ຄຳເວົ້ານີ້ຂອງ ປະທານ ປະເທດ ທ່ານ ທອງລຸນ ສີສຸລິດ ເກີດຄວາມເປັນຈິງໄດ້ຄົງຈະດີ. ສະຖານະການສໍ້ລາດບັງຫຼວງຄົງຈະຫຼຸດໜ້ອຍຖອຍລົງດັ່ງຕົວຢ່າງຢູ່ຕ່າງປະເທດເຮັດໃຫ້ເຫັນມາແລ້ວ. ປະເທດຊາດຈະຄ່ອຍຈະເລີນກ້າວໜ້າຂຶ້ນເລື້ອຍໆ.

"ຕ້ອງແກ້ ຜູ້ບໍ່ຢາກແກ້" ໃຫ້ເດັດຂາດ - 3 - “ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ
"ຕ້ອງແກ້ ຜູ້ບໍ່ຢາກແກ້" ໃຫ້ເດັດຂາດ - 5 - “ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ
"ຕ້ອງແກ້ ຜູ້ບໍ່ຢາກແກ້" ໃຫ້ເດັດຂາດ - 4 - “ຕ້ອງແກ້ ຜູ້ບໍ່ຢາກແກ້” ໃຫ້ເດັດຂາດ