ສີນ້ຳມູກບົ່ງບອກສຸຂະພາບ

ສີນ້ຳມູກບົ່ງບອກສຸຂະພາບ - kitchen vibe - ສີນ້ຳມູກບົ່ງບອກສຸຂະພາບ

 

  • ສີໃສ: ສີນ້ຳມູກໃສໆທີ່ເຮົາພົບເຫັນເປັນປະຈຳ ເກີດຈາກການເປັນຫວັດເຍື່ອດັງອັກເສບ ຫລື ອາດເກີດຈາກ ພະຍາດດັງອັກເສບພູມແພ້ ເຮັດໃຫ້ມີນ້ຳມູກໃສໆ ໄຫລອອກມາ ສາມາດລ້າງດັງດ້ວຍນ້ຳເກືອເພື່ອບັນເທົາອາການໄດ້
  • ສີຂຽວ : ທັງນໍ້າມູກ ແລະ ຂີ້ກະເທີ່ ຫາກມີຂຽວຈະເປັນການບົ່ງບອກວ່າລະບົບພູມຄຸ້ມກັນຂອງຮ່າງກາຍກຳລັງຕໍ່ຕ້ານເຊື້ອແບັດທີເຣຍພາຍໃນຜົ້ງດັງ ຫລື ໄຊນັສອັກເສບ
  • ສີເທົາ: ຫລາຍຄົນອາດບໍ່ຮູ້ວ່ານໍ້າມູກຂອງເຮົາອາດເປັນສີເທົາໄດ້ ຖ້າມີ ລິດສິດວງຢູ່ພາຍໃນດັງ ໂດຍເກີດຈາກເຍື່ອດັງ ຫລື ໄຊນັສທີ່ບວມອອກມາເປັນກ້ອນໃນຜົ້ງດັງ ແລະ ເກີດເປັນບາດແຜ ລວມເຖິງພູມຕ້ານທານຂອງຮ່າງກາຍຫລຸດລົງ ແຕ່ກໍບໍ່ແມ່ນເນື້ອງອກຮ້າຍແຮງ ແລະ ສາມາດຮັກສາໃຫ້ເຊົາໄດ້
  • ສີແດງ: ສີແດງທີ່ເຫັນໃນນ້ຳມູກນັ້ນກໍແມ່ນເລືອດ ມັກເກີດຈາກເສັ້ນເລືອດໃນຜົ້ງດັງແຕກ ເນື່ອງມາຈາກການຄັນ ບາດເຈັບບໍລິເວນດັງ ຫລື ເນື້ອງອກ ແລ້ວປົນມາກັບນ້ຳມູກ ແນະນຳຄວນປຶກສາຫາແພດໝໍຢ່າງຮີບດ່ວນເພື່ອຊອກຫາສາເຫດຊັດເຈນວ່າເກີດຈາກຫຍັງ
ສີນ້ຳມູກບົ່ງບອກສຸຂະພາບ - 3 - ສີນ້ຳມູກບົ່ງບອກສຸຂະພາບ
ສີນ້ຳມູກບົ່ງບອກສຸຂະພາບ - 4 - ສີນ້ຳມູກບົ່ງບອກສຸຂະພາບ
ສີນ້ຳມູກບົ່ງບອກສຸຂະພາບ - 5 - ສີນ້ຳມູກບົ່ງບອກສຸຂະພາບ
ສີນ້ຳມູກບົ່ງບອກສຸຂະພາບ - Visit Laos Visit SALANA BOUTIQUE HOTEL - ສີນ້ຳມູກບົ່ງບອກສຸຂະພາບ
ສີນ້ຳມູກບົ່ງບອກສຸຂະພາບ - Visit Laos Visit SALANA BOUTIQUE HOTEL - ສີນ້ຳມູກບົ່ງບອກສຸຂະພາບ