ກະຊວງສຶກສາ ໃຫ້ບຸລິມະສິດສັບຊ້ອນຄູໃນຊັ້ນປະຖົມ ແລະ ການສຶກສາກ່ອນໄວຮຽນ
ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຍົກໃຫ້ຮູ້ເຖິງຜົນງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າຂອງວັນທີ 17 ມິຖຸນາ 2022ວ່າ: ການເຄື່ອນໄຫວວຽກງານສຶກສາໃນໄລຍະຜ່ານມາ ແລະ ແຜນການພັດທະນາສຶກສາໃນຕໍ່ໜ້າ. ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນຈຸດໃຈກາງຂອງວຽກງານສຶກສາຄື: ຊັ້ນປະຖົມ ແລະ ການສຶກສາກ່ອນໄວຮຽນ.
ດັ່ງນັ້ນ, ໃນການສັບຊ້ອນຄູກະຊວງສຶກສາທິການ ແລະ ກິລາ ຈຶ່ງໃຫ້ບຸລິມະສິດໃນຊັ້ນຮຽນດັ່ງກ່າວ ໂດຍສະເພາະແມ່ນໂຮງຮຽນທີ່ບໍ່ມີຄູສອນຈັກຄົນ.
ຈາກການສຳຫຼວດໃນສົກຮຽນນີ້ ມີ 250 ກວ່າໂຮງຮຽນ ທີ່ບໍ່ມີຄູປະຈຳການຈັກຄົນ ສຳລັບຊັ້ນມັດທະຍົມອາຊີວະສຶກສາ ແລະ ການສຶກສາຊັ້ນສູງໄດ້ເນັ້ນໃສ່ຄູວິຊາທີ່ມີຄວາມຈຳເປັນອີ່ຫຼີໃນການສັບຊ້ອນຄູ. ນອກນັ້ນ, ແມ່ນໄດ້ປະຕິບັດມາດຕະການໃນການແກ້ໄຂຄູສອນບໍ່ຖືກວິຊາ ແລະ ບໍ່ໄດ້ຮຽນວິຊາຄູ ຊຶ່ງມີ 2 ປະເພດຄື: ຄູສອນບໍ່ຖືກສາຍວິຊາສະເພາະ ແລະ ຈົບສາຍອື່ນມາເປັນຄູສອນທີ່ເກັ່ງວິຊາການແຕ່ບໍ່ມີວິຊາຄູ, ປະເພດຄູເຫຼົ່ານີ້ໄດ້ຈັດໃຫ້ໄປຝຶກອົບຮົມຄືນໃໝ່.
ສໍາລັບກໍລະນີແກ້ໄຂຄູສອນອາສາສະໝັກ, ທ່ານລັດຖະມົນຕີໄດ້ກ່າວວ່າ: ຄູອາສາສະໝັກເກີດຂຶ້ນມາຈາກ 2 ດ້ານຄື: ເປັນຄວາມຕ້ອງການຂອງລູກຫຼານທີ່ຮຽນເປັນຄູແລ້ວຢາກເປັນຄູ ແລະ ຄວາມຮຽກຮ້ອງຕ້ອງການຂອງໂຮງຮຽນທ້ອງຖິ່ນນັ້ນຂາດເຂີນຄູ. ອີງຕາມຜົນສຳຫຼວດສົກຮຽນ 2016-2017 ພົບວ່າທົ່ວປະເທດມີຄູອາສາສະໝັກ 12 ພັນກວ່າຄົນ.
ເລື່ອງນະໂຍບາຍຮັບຄູອາສາສະໝັກ ກະຊວງພາຍໃນກໍໄດ້ອອກແຈ້ງການບໍ່ໃຫ້ຮັບ ແລະ ກະຊວງສຶກສາກໍໄດ້ແຈ້ງໃຫ້ທຸກສະຖາບັນການສຶກສາໃນຂອບເຂດທົ່ວປະເທດໄດ້ຮັບຊາບໃນສົກຮຽນ 2017-2018 ເປັນຕົ້ນມາ ແຕ່ໃນຄວາມເປັນຈິງກໍຍັງມີການຮັບເອົາຄູອາສາສະໝັກ ແລະ ມາຮອດປັດຈຸບັນກະຊວງສືກສາ ກໍໄດ້ວາງມາດຕະການແກ້ໄຂຄູອາສາສະໝັກໄປເທື່ອລະກ້າວ.