ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038

ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - 31307 1 - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038
ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - kitchen vibe - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038

ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - 31307 1 - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038

ພາຍຫລັງສະຫະພັນບານເຕະນາໆຊາດ ຫລື FIFA ນຳຂັນບານໂລກ ມາສະແດງທີ່ນະຄອນຫລວງພະນົມເປນ ປະເທດກຳປູເຈຍ ໂດຍ ຄຣິສຕິຢອງ ກາຣອມເບີ ອະດີດນັກເຕະຊື່ດັງຊາວຝຣັ່ງ ນຳຂັນໃຫ້ ສົມເດັດ ຮຸນ ເຊັນ ນາຍົກລັດຖະບານຂອງກຳປູເຈຍ  ແລະ ຄະນະລັດຖະມົນຕີໄດ້ສຳຜັດ ເຮັດໃຫ້ນາຍົກ ສົມເດັດ ຮຸນ ເຊນ ໄດ້ສະເຫນີຂໍ້ຮຽກຮ້ອງໃຫ້ຊາດສະມາຊິກ ບານເຕະໃນອາຊຽນສະ ເຫນີຕົວເປັນເຈົ້າພາບຈັດການການແຂ່ງຂັນບານໂລກໃນອະນາຄົດ.

ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038
ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038

ສົມເດັດ ຮຸນເຊນ ລະບຸວ່າ : ຈຳນຳປະເດັນການສະເຫນີຕົວເປັນເຈົ້າພາບບານໂລກຂອງຊາດອາຊຽນ ເຂົ້າຫາລືໃນການປະ ຊຸມຜູ້ນຳອາຊຽນອີກເທື່ອຫນຶ່ງ.

‘‘ ໃນປີ 2022 ໃນຖານະປະທານອາຊຽນ ຂ້ອຍຢາກເຫັນ ອາຊຽນ ມີວິໄສທັດ ແລະ ແຜນສຳລັບການສະເຫນີຕົວເປັນເຈົ້າພາບ ຈັດບານໂລກ 2034 ຫລື 2038 ເຮົາຈະພິຈາລະນາຄວາມເປັນໄປໄດ້ ແລະ ຂໍໃຫ້ຜູ້ນຳອາຊຽນສະໜັບສະໜູນຄວາມຄິດລິເລີ່ມນີ້ ແລະ ເຮັດໃຫ້ເປັນໄປໄດ້ແທ້ໃຫ້ໄດ້ ’’.

ເມື່ອປີ ພສ 2562 ໃນການປະຊຸມສຸດຍອດຜູ້ນຳອາຊຽນແບບເຕັມຄະນະ ຄັ້ງທີ 35 ເຫລ່ົາຜູ້ນຳອາຊຽນໄດ້ຮ່ວມເປັນສັກຂີພະຍານໃນ ການລົງນາມບັນທຶກຄວາມເຂົ້າໃຈລະຫວ່າງຟີຟາ ໂດຍ ຈານນີ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ ເພື່ອພັດທະນາ ສັກກະຍາພາບດ້ານກິລາບານເຕະໃນອາຊຽນໄປສູ່ລະດັບມາດຕະຖານສາກົນ ໂດຍກຳນົດຄວາມຮ່ວມມື 4 ສາຂາ ໄດ້ແກ່ ຄວາມມີ ນ້ຳໃຈນັກກິລາ, ການກິລາເພື່ອການພັດທະນາ ໂຄງການບານເຕະຟີຟາສຳລັບໂຮງຮຽນ ແລະ ການເສີມສ້າງຂີດຄວາມ ສາມາດ ຂອງນັກກິລາບານເຕະມືອາຊີບ ລວມທັງການທີ່ຊາດອາຊຽນທີ່ນຳໂດຍ ໄທ, ສິງກະໂປ, ອິນໂດນີເຊຍ, ມາເລເຊຍ ແລະ ຫວຽດນາມ ຈະຮ່ວມສະເຫນີຕົວເປັນເຈົ້າພາບບານໂລກ ປີ 2034.

ສຳລັບຊາດທີ່ສະແດງຄວາມສົນໃຈໃນການສະເຫນີຕົວເປັນເຈົ້າພາບບານໂລກປີ 2034 ນອກຈາກຊາດອາຊຽນແລ້ວ ຍັງມີເຂດ ໂອເຊຍເນຍ ຄື ອອສເຕຣເລຍ ກັບ ນີວຊີແລນ ແລະ ແອຟຣິກາ, ຊັບຍັບເວ, ອີຢິບ, ໄນຈີເຣຍ.

ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - 3 - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038
ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - 4 - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038
ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038 - 5 - ກຳປູເຈຍ ຮຽກຮ້ອງຊາດອາຊຽນ ຮ່ວມສະເຫນີຕົວເຈົ້າພາບ ບານໂລກ 2034 ຫລື 2038