ດື່ມນຳ້ເຢັນຫລັງອາຫານເປັນອັນຕະລາຍແທ້ຫລືບໍ່ ?

ການດື່ມນຳ້ເຢັນ ເປັນອັນຕະລາຍຕໍ່ສຸຂະພາບຫລືບໍ່ ຫລາຍຄົນອາດເຄີຍອ່ານພົບວ່າ ອັນຕະລາຍຈາກການດື່ມນຳ້ເຢັນ ໂດຍສະເພາະຫລັງຈາກກິນອາຫານໃນແຕ່ລະຄາບ ອັນຕະລາຍຂອງການດື່ມນຳ້ເຢັນໆຫລັງອາຫານກໍຄື ມັນຈະເຮັດໃຫ້ບັນດາໄຂມັນທີ່ເຮົາຫາກໍກິນເຂົ້າໄປນັ້ນຈັບໂຕກ້າມເປັນໄຂຂຶ້ນມາ ອັນຈະເຮັດໃຫ້ການຍ່ອຍອາຫານຊ້າລົງ ທັງນີ້ຄາບໄຂມັນເຫລົ່ານີ້ຈະໄປເຮັດປະຕິກິລິຍາກັບກົດ ໂດຍມັນຈະແຕກໂຕແລ້ວຈະຖືກດູດຊຶມໄປຫາລຳໄສ້ ເຊິ່ງໄຂມັນທີ່ແຕກໂຕນີ້ຈະດູດຊຶມໄດ້ໄວກ່ວາອາຫານທົ່ວໄປ ແລ້ວກໍຈະເລີ່ມເຄືອບລຳໄສ້ຂອງເຮົາໄວ້ ແລະ ໃນບໍ່ດົນມັນກໍຈະປ່ຽນສະພາບເປັນໄຂມັນກ້ອນໆ ແລະ ເປັນບໍ່ເກີດຂອງມະເຮັງໃນທີ່ສຸດ.
ບໍ່ມີວຽກງານວິໄຈໃດເລີຍທີ່ບອກວ່າດື່ມນຳ້ເຢັນແລ້ວຈະເປັນມະເຮັງ ເລື່ອງການດື່ມນຳ້ເຢັນໃນລັກສະນະນີ້ມີການບອກຕໍ່ກັນໄປທົ່ວ ແມ່ນແຕ່ໃນຕ່າງປະເທດ ເບິ່ງຄືຈະເປັນວິຊາການ, ແຕ່ຊຳ້ພັດບໍ່ມີຂໍ້ມູນທາງວິທະຍາສາດມາຮັບຮອງ ເຮັດໃຫ້ຄົນຢ້ານກັນຫລາຍ ດັ່ງນັ້ນ ຄົນທີ່ໄດ້ຮັບຂ່າວສານດັ່ງກ່າວຈະຕ້ອງໃຊ້ວິຈາລະນະຍານໃຫ້ດີ.
ດັ່ງນັ້ນ, ຈຶ່ງຄວນດື່ມນຳ້ອຸ່ນ ຫລື ນຳ້ໃນອຸນຫະພູມທຳມະດາຫລັງອາຫານຈະດີທີ່ສຸດ ມີຜົນຮັບຮອງໃນທາງວິທະຍາສາດການແພດວ່າດີກ່ວາການດື່ມເຄື່ອງດື່ມເຢັນໆ ຫລື ນຳ້ເຢັນຫລັງອາຫານຢ່າງແນ່ນອນ. ແຕ່ກໍຍັງມີບາງສະຸາບັນການແພດອະທິບາຍວ່າ : ການດື່ມນຳ້ເຢັນອາດບໍ່ເປັນອັນຕະລາຍດັ່ງທີ່ຄິດ ເພາະຄວາມຈິງແລ້ວການດື່ມນຳ້ເຢັນຫລັງອາຫານ ຄົງບໍ່ອັນຕະລາຍເຖິງຂັ້ນເຮັດໃຫ້ໄຂມັນຈັບໂຕເປັນໄຂ ເປັນກ້ອນຂະໜາດນັ້ນ ເພາະປົກກະຕິອຸນຫະພູມຮ່າງກາຍຂອງຄົນເຮົາຢູ່ປະມານ 37 ອົງສາ ນຳ້ທີ່ເຮົາດື່ມເຂົ້າໄປເຖິງຈະເຢັນ ແຕ່ຮ່າງກາຍເຮົາຮ້ອນຢູ່ແລ້ວ ກໍຈະປ່ຽນໃຫ້ເປັນນຳ້ອຸ່ນໆຄືເກົ່າ ໄຂມັນກ່ວາຈະຈັບເປັນກ້ອນແຂງ ຕ້ອງອາໄສອຸນຫະພູມຄືກັບຢູ່ໃນຕູ້ເຢັນ 3 – 4 ອົງສາ. ນຳ້ເຢັນຈະຊ່ວຍຕື່ມນຳ້ໃຫ້ຮ່າງກາຍໄດ້ດີກ່ວານຳ້ອຸ່ນ ເພາະວ່ານຳ້ເຢັນດູດຊຶມໄດ້ໄວກ່ວາ ບ່ອນນີ້ເປັນຂໍ້ມູນຈາກສະຖາບັນວິທະຍາສາດການກິລາຂອງສະຫະລັດອາເມລິກາ ເພິ່ນບອກເລີຍວ່າ ນຳ້ທີ່ຄວນຈະດື່ມຖ້າຢາກໃຫ້ສົດຊື່ນ ອອກກຳລັງກາຍໄດ້ດີຂຶ້ນ ອຸນຫະພູມຄວນຢູ່ປະມານ 15 – 22 ອົງສາ ຫລື ງ່າຍໆຄື ໃຫ້ດື່ມນຳ້ທີ່ອຸນຫະພູມຕໍ່າກ່ວາອຸນຫະພູມຂອງຮ່າງກາຍ.
ການດື່ມນຳ້ເຢັນເປັນຜົນດີຢ່າງໜຶ່ງ ເພາະຈະຊ່ວຍເຜົາຜານໄຂມັນໃນຮ່າງກາຍ ເນື່ອງຈາກຮ່າງກາຍຕ້ອງການໃຊ້ພະລັງງານໃນການເຮັດໃຫ້ນຳ້ອຸ່ນຂຶ້ນ ໂດຍນຳ້ 1 ຈອກ ຈະຊ່ວຍເຜົາຜານໄຂມັນປະມານ 9 ກິໂລກາລໍຣີ ຖ້າເຮົາດື່ມນຳ້ 8 ຈອກ ກໍຈະເຜົາຜານໄຂມັນໄດ້ເຖິງ 70 ກິໂລກາລໍຣີ ນັ້ນກໍໝາຍຄວາມວ່າ ຍິ່ງດື່ມນຳ້ຫລາຍ ກໍຍິ່ງຊ່ວຍຫລຸດຄວາມຕຸ້ຍ, ແຕ່ໃນຄົນທີ່ກຳລັງຫລຸດຄວາມຕຸ້ຍ ຫລຸດປະລິມານອາຫານ, ແຕ່ລືມດື່ມນຳ້ ຕ້ອງລະວັງ ເພາະນຳ້ໜັກຈະບໍ່ຫລຸດລົງ ເພາະນຳ້ແມ່ນໂຕຊ່ວຍເຮັດໃຫ້ໄຂມັນສະຫລາຍໄວຂຶ້ນນັ້ນເອງ.
ດັ່ງນັ້ນ, ບໍ່ວ່າຈະດື່ມນຳ້ເຢັນ, ນຳ້ຮ້ອນ ຫລື ນຳ້ອຸນຫະພູມປົກກະຕິ ກໍບໍ່ເປັນບັນຫາຫຍັງ ຫລັກການງ່າຍໆກໍຄື ນຳ້ເຢັນ ຄວນດື່ມເວລາອອກກຳລັງກາຍ ຈະດູດຊຶມໄວ, ແຕ່ຂໍ້ຫ້າມໃນແມ່ຍິງທີ່ເປັນປະຈຳເດືອນ ບໍ່ຄວນດື່ມນຳ້ເຢັນ ເພາະຈະຍິ່ງເຮັດໃຫ້ເຈັບທ້ອງນ້ອຍປວດປະຈຳເດືອນຫລາຍຂຶ້ນ. ສ່ວນນຳ້ອຸ່ນ ຄວນດື່ມເພື່ອກະຕຸ້ນລຳໄສ້ ເຮັດໃຫ້ລຳໄສ້ບີບໂຕດີ ເຊັ່ນ : ເວລາເຈັບທ້ອງ, ຖອກທ້ອງ, ເຈັບຄໍ ຫລື ໄອ ເປັນຕົ້ນ.
ສ່ວນໃຜທີ່ບໍ່ຢາກເຖົ້າໄວ ຕ້ອງດື່ມນຳ້ຫລາຍໆ ເພື່ອໃຫ້ຜິວຊຸ່ມຊື່ນ ເນື່ອງຈາກຜິວທີ່ເຖົ້າໄວເກີດຈາກການຂາດນຳ້, ການດື່ມນຳ້ຫລາຍໆຍັງຊ່ວຍໃຫ້ສະໝອງປອດໂປ່ງ, ແຕ່ຖ້າດື່ມນຳ້ໜ້ອຍ ໂດຍສະເພາະໃນຜູ້ຊາຍ ອາດເຮັດໃຫ້ນຳ້ໄປລ້ຽງອະສຸຈິບໍ່ພໍ ເຮັດໃຫ້ອະສຸຈິບໍ່ແຂງແຮງ ແລະ ສະມັດຕະພາບທາງເພດເສື່ອມໄວໄດ້. ໃນຄົນທີ່ມີອາການຄ້າຍຈະເປັນໄຂ້ຫວັດ ເຊັ່ນ: ປາກແຫ້ງ, ຕາແຫ້ງ, ຄໍແຫ້ງ ຢ່າຟ້າວກິນຢາ ໃຫ້ດື່ມນຳ້ຫລາຍໆຈັກໄລຍະກໍຈະເຊົາໄດ້ ໂດຍບໍ່ຕ້ອງເພິ່ງຢາ ນີ້ເປັນເຄັດລັບສຳລັບຄົນດື່ມເຫລົ້າ ຄື ຖ້າຢ້ານວ່າຈະເມົາຄ້າງ ຄວນດື່ມນຳ້ເຂົ້າໄປປະມານ 4 ເທົ່າຂອງເຫລົ້າທີ່ດື່ມຈະຊ່ວຍໄດ້.