ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ

ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ - 289553242 10162197897942729 7465332946036781925 n - ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ
ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ - kitchen vibe - ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ

ອີງຕາມຂ່າວຕ່າງປະເທດລາຍງານວັນທີ 20 ມິຖຸນາ 2022 ນີ້ໃຫ້ຮູ້ວ່າ: ລາຄານ້ຳມັນດິບຂອງ ເວສເທັກຊັສ ແລະ ເບຣນ ປັບລົງຕໍ່ເນື່ອງແຕະລະດັບຕໍ່າສຸດໃນຮອບ 4 ອາທິດ ເນື່ອງຈາກຕະຫລາດກັງວົນເສດຖະກິດໂລກມີທ່າອ່ຽງຈະຫົດຕົວລົງ ແລະ ຄາດຈະສົ່ງຜົນກົດດັນຕໍ່ຄວາມຕ້ອງການໃຊ້ນ້ຳມັນ ຫລັງທະນາຄານກາງຂອງສະຫະລັດ ປັບດອກເບ້ຍຂຶ້ນ 0,75% ໃນການປະຊຸມຄັ້ງທີ່ຜ່ານມາ ເພື່ອຫລຸດຜົນກະທົບຂອງອັດຕາເງິນເຟີ້ສູງທົ່ວໂລກ.

ນັບວ່າເປັນການຂຶ້ນອັດຕາດອກເບ້ຍທີ່ຫລາຍສຸດນັບຕັ້ງແຕ່ປີ 1994 ສົ່ງຜົນໃຫ້ຄ່າເງິນໂດລາ ປັບຕົວແຂງຄ່າຂຶ້ນເມື່ອທຽບກັບສະກຸນອື່ນຫລາຍທີ່ສຸດ ນັບຕັ້ງແຕ່ປີ 2002, ທັງນີ້ ປັດໄຈດັ່ງກ່າວສ້າງແຮງກົດດັນຕໍ່ການຈະເລີນເຕີບໂຕຂອງເສດຖະກິດ ແລະ ລາຄານ້ຳມັນດິບ.

ປະລິມານການຜະລິດນ້ຳມັນດິບຂອງສະຫະລັດ ມີແນວໂນ້ມເພີ່ມຂຶ້ນຢ່າງຄ່ອຍເປັນຄ່ອຍໄປ ຫລັງຜູ້ຜະລິດປັບເພີ່ມຈາກການຂຸດເຈາະຂອງນ້ຳມັນດິບຂຶ້ນຕໍ່ເນື່ອງ ໂດຍ Baker Hunges ລາຍງານປະລິມານການຂຸດເຈາະນ້ຳມັນດິບ ແລະ ກ໊າສທຳມະຊາດ ໃນວັນທີ 17 ມິຖຸນານີ້. ປັບເພີ່ມຂຶ້ນສູ່ລະດັບ 740 ເຊິ່ງເປັນລະດັບທີ່ສູງທີ່ສຸດນັບແຕ່ເດືອນ ມີນາ ປີ 2020 ເປັນຕົ້ນມາ.

ຕະຫລາດຍັງຄົງຈັບຕາປະລິມານການສົ່ງອອກຂອງກ໊າສທຳມະຊາດຂອງຣັດເຊຍ ຫລັງຣັດເຊຍປັບຫລຸດປະລິມານການສົ່ງອອກກ໊າສທຳມະຊາດໄປຍັງປະເທດຢູ່ໃນກຸ່ມຢູໂຣບຢ່າງຕໍ່ເນື່ອງ ຂະນະທີ່ຄວາມຕ້ອງການໃຊ້ມີແນວໂນ້ມເພີ່ມຂຶ້ນຈາກສະພາບອາກາດທີ່ຮ້ອນຂຶ້ນ ທັງນີ້ ຖ້າລາຄາກ໊າສທຳມະຊາດປັບຕົວເພີ່ມຂຶ້ນ ຈະສົ່ງຜົນໃຫ້ມີການຫັນມາໃຊ້ນ້ຳມັນຜະລິດໄຟຟ້າແທນກ໊າສທຳມະຊາດ ໂດຍສະເພາະໃນແຖບອາຊີໃຕ້.

ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ - 3 - ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ
ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ - 4 - ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ
ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ - 5 - ນໍ້າມັນດິບປັບລົງ 6% ກັງວົນເລື່ອງເສດຖະກິດໂລກຖົດຖອຍ