ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ

ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ - 289574942 1919957081541396 2950958159806450039 n - ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ
ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ - kitchen vibe - ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ

ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານ ກໍຄືຂະແໜງກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິ ບັດບັນດາຄາດໝາຍທີ່ບໍ່ທັນສຳເລັດໂດຍສະເພາະອັດຕາປະລະການຮຽນຂອງນັກຮຽນທີ່ຍັງມີຫລາຍ.ຂະນະ ທີ່ວັນທີ 20 ມິຖຸນາ 2022, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດໄດ້ຖະແຫລງຂ່າວຜົນສຳເລັດການພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂະແໜງສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ-ການສອນໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກຳ.

ທ່ານ ຄໍາໃບ ດໍາລັດ ກ່າວວ່າ: ໃນກອງປະຊຸມ, ສສຊ ສະເໜີໃຫ້ລັດຖະບານກໍຄືກະຊວງສຶກສາທິການ ແລະ ກິລາ
– ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນໂດຍສະເພາະກໍ່ສ້າງ, ຝຶກອົບຮົມ, ຍົກລະ ດັບຄູສອນ, ຜູ້ອຳນວຍການ, ຜູ້ບໍລິຫານໃຫ້ໄດ້ມາດຕະຖານ ແລະ ເປັນມືອາຊີບ;
– ແກ້ໄຂບັນຫາຄູເຫລືອບໍ່ພໍ, ການບັນຈຸລັດຖະກອນຄູ ແລະ ບໍລິຫານ, ການແກ້ໄຂບັນຫາຄູອາສາສະໝັກໂດຍສະເພາະຢູ່ເຂດຊົນ ນະບົດຫ່າງໄກສອກຫລີກ ໃຫ້ຖືກຕ້ອງສອດຄ່ອງຕາມນິຕິກຳທີ່ວາງໄວ້;
– ຊອກຫາວິທີການເພື່ອພັດທະນາ, ປັບປຸງພື້ນຖານໂຄງລ່າງສະຖານສຶກສາ, ສິ່ງອຳນວຍຄວາມສະດວກ, ການສະໜອງວັດຖຸອຸປະກອນການຮຽນ-ການສອນ ໃຫ້ພຽງພໍ, ທົ່ວເຖິງ ລວມທັງປັບປຸງສະພາບແວດລ້ອມຂອງສະຖານການສຶກສາ ໃຫ້ໄດ້ມາດຕະຖານ;
– ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຄູສອນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທໍາ;
– ປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ, ຄູອາຈານ ແລະ ຜູ້ບໍລິຫານໃຫ້ເປັນປົກກະຕິຕໍ່ເນື່ອງຕາມມາດຕະຖານຂອງການປະກັນຄຸນນະພາບ ການສຶກສາ;
– ທົບທວນ ປັບປຸງຫລັກສູດໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດ, ສອດຄ່ອງ ກັບແຕ່ລະກຸ່ມເປົ້າໝາຍຜູ້ຮຽນ, ຄົ້ນຄວ້າຮູບແບບ ແລະ ວິທີການສອນ ເຊັ່ນ: ການຮຽນແບບກັບທີ່ຢູ່ຫ້ອງຮຽນ, ການຮຽນນອກສະຖານທີ່, ການຮຽນທາງໄກ ແລະ ອື່ນໆ ພ້ອມທັງຜະລິດສື່ການຮຽນ-ການສອນ ໃຫ້ເໝາະສົມກັບແຕ່ລະຮູບແບບເພື່ອສ້າງເງື່ອນໄຂໃຫ້ພົນລະເມືອງລາວ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ ແລະ ທົ່ວເຖິງ, ກ້າວໄປສູ່ຫັນການສຶກສາເປັນດິຈິຕອນລວມທັງສ້າງຄວາມເຂັ້ມແຂງໃຫ້ສະຖານການສຶກສາ ສາມາດຮັບມືກັບໄພສຸກເສີນ ແລະ ການລະບາດຂອງພະຍາດຕ່າງໆ;
– ປັບປຸງກົນໄກການຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບການສຶກສາທຸກຊັ້ນທຸກສາຍທັງພາກລັດ ແລະ ເອກະຊົນໃຫ້ເປັນລະ ບົບ ແລະ ສ້າງຖານຂໍ້ມູນເປັນທັນສະໄໝ ທີ່ສາມາດເຊື່ອມຕໍ່ໃນຂອບເຂດທົ່ວປະເທດ.

ສ່ວນກິລາ-ກາຍະກຳ
– ສະເໜີໃຫ້ຄົ້ນຄວ້າ ແລະ ປັບປຸງກົງຈັກການຈັດຕັ້ງຂອງສະຖານການສຶກສາກິລາ- ກາຍະກໍາ ທີ່ມີພາລະບົດບາດຊໍ້າຊ້ອນກັນໃຫ້ລວມສູນຕາມທິດກະທັດຮັດ ແລະ ມີປະສິດທິຜົນ;
– ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ສະໜາມກິລາ, ພື້ນຖານໂຄງລ່າງກິລາ-ກາຍະກຳໃຫ້ມີປະສິດທິພາບ, ປະສິດທິຜົນ;
– ຄົ້ນຄວ້າ, ຊອກຫາແຫລ່ງທຶນເພື່ອສະໜອງອຸປະກອນການສອນ-ການຮຽນ, ການຝຶກແອບກິລາ-ກາຍະກໍາ ໃຫ້ທັນສະໄໝ ແລະ ພຽງພໍ; ມີແຜນການຝຶກອົບຮົມ, ເຜີຍແຜ່ຂໍ້ມູນໃຫ້ຜູ້ດໍາເນີນທຸລະກິດກິລາ-ກາຍະກໍາ ເພື່ອຊຸກຍູ້, ສ້າງບຸກຄະລາກອນທີ່ມີວິຊາສະເພາະ;
– ຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍກິລາ-ກາຍະກຳ ໂດຍສະເພາະນິຕິກຳທີ່ຕິດພັນກັບການຄຸ້ມຄອງ, ນຳໃຊ້ກອງທຶນກິລາ-ກາຍະກຳ ເພື່ອຈັດຕັ້ງປະຕິບັດເປັນເອກະພາບ ແລະ ເຂັ້ມງວດ;
– ການສ້າງ-ພັດທະນາບຸກຄະລາກອນກິລາ-ກາຍະກຳ, ນັກກິລາ ໃຫ້ເປັນລະ ບົບຕໍ່ເນື່ອງ, ເປັນມືອາຊີບຂອງແຕ່ລະທ້ອງຖິ່ນ, ກໍ່ສ້າງໃນລະບົບໂຮງຮຽນພ້ອມທັງຊຸກຍູ້ປຸກລະດົມການ ເຄື່ອນໄຫວກິລາ-ກາຍະກຳ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງໃນທົ່ວປະເທດ;
– ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດບຸກຄະລາກອນກິລາ-ກາຍະກຳ, ນັກກິລາ ເພື່ອຮັບປະກັນໃຫ້ໄດ້ຄົນດີ-ຄົນເກັ່ງ, ມີຄຸນສົມບັດສິນທຳປະຕິວັດ, ນໍ້າໃຈຮັກຊາດ, ມີຈັນຍາບັນ-ຈັນຍາທໍາ, ມີລະບຽບວິໄນ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ;
– ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປັບປຸງການເຄື່ອນໄຫວຂອງຄະນະກຳມະການກິລາແຫ່ງຊາດ, ສະຫະພັນກິລາແຫ່ງຊາດ, ແຂວງ ແລະ ຂະແໜງການ, ສະມາຄົມ, ສະໂມສອນກິລາ-ກາຍະກຳ ແລະ ນຳໃຊ້ງົບປະມານຂອງລັດ, ທຶນຊ່ວຍເຫລືອຂອງສາກົນຂະແໜງການສຶກສາ ແລະ ກິລາ ໃຫ້ມີປະສິດທິພາບສູງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ - 3 - ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ
ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ - 5 - ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ
ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ - 4 - ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ