ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ

ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ - 289681926 1921072508096520 6095565135280151449 n - ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ
ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ - kitchen vibe - ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ

ທ່ານນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022 ນີ້ວ່າ:

ໃນໄລຍະຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນເຈົ້າການໃນການໂຄສະນາເຜີຍແຜ່ ກ່ຽວກັບວຽກງານຕ້ານຢາເສບຕິດ ໂດຍສະເພາະແມ່ນໂຄສະນາການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຜ່ານສື່ຕ່າງໆ ເພື່ອໃຫ້ສັງຄົມຮັບຮູ້ຢ່າງແຂງແຮງ ແລະ ເປັນຂະບວນກວ້າງຂວາງ.

ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ - Visit Laos Visit SALANA BOUTIQUE HOTEL - ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ
ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ - Visit Laos Visit SALANA BOUTIQUE HOTEL - ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ

ການໂຄສະນາຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນ ກໍຄື ສັງຄົມເຂົ້າຮ່ວມໃນຂະບວນການຕ້ານຢາເສບຕິດຢ່າງແຂງແຮງ ເຊິ່ງເນື້ອໃນຕົ້ນຕໍໃນການໂຄສະນາຜ່ານສື່ມວນຊົນ ແມ່ນການເອົາໃຈໃສ່ໂຄສະນາ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ໂດຍສຸມໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງຕໍ່ກັບການແກ້ໄຂບັນຫາດັ່ງກ່າວຢ່າງເປັນລະບົບ ເຊັ່ນ: ໄດ້ໂຄສະນາເຕືອນສະຕິ, ສຶກສາອົບຮົມໃຫ້ສັງ ຄົມ ກໍຄື ປະຊາຊົນ, ຊາວໜຸ່ມ ແລະ ເຍົາວະຊົນ ໄດ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍຂອງຢາເສບຕິດ ໂດຍຜະລິດເປັນຂ່າວ, ບົດແນະນໍາ, ບົດສຶກສາອົບຮົມ, ບົດເລື່ອງ, ຄໍາຂວັນ ຜ່ານວິທະຍຸ-ໂທລະໂຄ່ງ, ໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍ. ພ້ອມທັງ ໄດ້ອອກຂ່າວຕາມເຫດການ ທີ່ເຈົ້າໜ້າທີ່ກ່ຽວຂ້ອງສາມາດຈັບກຸມຜູ້ຄ້າຂາຍ, ຂົ່ນສົ່ງ, ຜົນການສືບສວນ-ສອບສວນ, ການຖະແຫລງຂ່າວຂອງເຈົ້າໜ້າທີ່ ແລະ ການດໍາເນີນຄະດີໃນແຕ່ລະຄັ້ງ. ນອກນີ້, ສື່ມວນຊົນ ໄດ້ເປັນເຈົ້ການຕິດຕາມເກັບກໍາບັນຫາຫາງສຽງສັງຄົມ ຜ່ານສື່ສັງຄົມອອນລາຍ ກ່ຽວກັບບັນຫາທີ່ພົ້ນເດັ່ນ. ໃນນັ້ນ ແມ່ນບັນຫາການແກ້ໄຂຢາເສບຕິດ, ໂດຍເຮັດເປັນບົດລາຍງານປະຈໍາວັນໃຫ້ການນໍາ ແລະ ພາກສ່ວນກ່ຽວຂ້ອງຮັບຊາບເປັນປົກກະຕິ.

ບັນຫາຫຍຸ້ງຍາກຍາກດ້ານໂຄສະນາ ແລະ ຂໍ້ມູນກ່ຽວກັບຢາເສບຕິດ ສຳລັບວຽກງານສື່ມວນຊົນ:
1. ສື່ມວນຊົນທີ່ເປັນທາງການ ຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານ ເນື່ອງຈາກພາກສ່ວນກ່ຽວຂ້ອງ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ;
2. ບັນຫາການຄວບຄຸມການໃຊ້ສື່ສັງຄົມອອນລາຍ ເຫັນວ່າຍັງມີຄວາມຫຍຸ້ງຍາກພໍສົມຄວນ, ເຊິ່ງໄລຍະຜ່ານມາ ເຈົ້າໜ້າທີ່ທາງການຍັງບໍ່ທັນໄດ້ຖະແຫລງຂ່າວ, ແຕ່ບຸກຄົນ ຫລື ຜູ້ໃຊ້ສື່ອອນລາຍສ່ວນຕົວ ໄດ້ກະຈາຍພາບ ແລະ ຂໍ້ມູນ ອອກສູ່ສື່ສັງຄົມອອນລາຍ ເປັນວົງກວ້າງ ເຮັດໃຫ້ສັງຄົມເກີດການວິພາກວິຈານໄປຫລາຍແງ່ມຸມ;
3,ພາຫະນະ ແລະ ອຸປະກອນຮັບໃຊ້ສື່ມວນຊົນ ຍັງບໍ່ທັນພຽງພໍຕາມຄວາມຕ້ອງການໃນວຽກງານຕົວຈິງ ເຮັດໃຫ້ການອອກໂຄສະນາບາງຄັ້ງບໍ່ທັນຕາມສະພາບການ;
4. ຄວາມຈໍາກັດທາງດ້ານບຸກຄະລາກອນສື່ມວນຊົນທີ່ມີວິຊາສະເພາະດ້ານສື່ ຫລື ຂ່າວກ່ຽວກັບຢາເສບຕິດ ຕ້ອງໄດ້ລໍຖ້າຈາກຂະແໜງ ການກ່ຽວຂ້ອງກ່ອນ ຈຶ່ງເຮັດໃຫ້ການອອກຂ່າວບາງຄັ້ງ ບໍ່ສາມາດຕອບສະໜອງໄດ້ທັນເວລາ.

ຕໍ່ກັບບັນຫາດັ່ງກ່າວ, ຂະແໜງການ ຖວທ ກໍໄດ້ກໍານົດບາງວິທີການ ເພື່ອໃຫ້ການໂຄສະນາໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ກວ້າງຂວາງຕໍ່ເນື່ອງ ຄື: ແຕ່ລະຂະແໜງການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທີ່ໄດ້ຮັບຂໍ້ມູນ ຄວນໃຫ້ການຮ່ວມມືກັບສື່ມວນຊົນທາງການພວກເຮົາຫລາຍຂຶ້ນຕື່ມ ກ່ຽວກັບການສະໜອງຂໍ້ມູນ ເພື່ອໃຫ້ສື່ມວນຊົນນໍາໄປໂຄສະນາຜ່ານສື່ມວນຊົນໃຫ້ທັນເວລາ; ການກະຈາຍຂໍ້ມູນສູ່ສື່ສັງຄົມອອນລາຍ ແຕ່ລະພາກສ່ວນຕ້ອງໄດ້ເປັນເຈົ້າການຮ່ວມກັນ ເພື່ອຮັບປະກັນການຮົ່ວໄຫລຂໍ້ມູນທີ່ບໍ່ເປັນທາງການ ຫລື ຂ່າວບິດເບືອນຄວາມຈິງ; ຜະລິດສາລະຄະດີ, ລະຄອນ ແລະ ໂຄສະນາອອກເປັນພາສາບັນດາເຜົ່າ ແລະ ລັດຕ້ອງລົງທຶນໃສ່ວຽກງານໂຄສະນາການແກ້ໄຂບັນຫາດັ່ງກ່າວເພີ່ມຂຶ້ນຕື່ມ.

ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ - 3 - ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ
ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ - 5 - ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ
ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ - 4 - ສື່ມວນຊົນຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢາເສບຕິດ ຈາກພາກສ່ວນກ່ຽວຂ້ອງ