ປະເທດທຳອິດໃນອາຊຽນ ! ປະທານາທິບໍດີອິນໂດເນເຊຍ ກຽມເດີນທາງຢ້ຽມຢາມຢູເຄຣນ-ຣັດເຊຍ ອາທິດໜ້າ

ວັນທີ 22 ມິຖຸນາ 2022, ທ່ານ ເຣດໂນ ມາຊູດີ ລັດຖະມົນຕີຕ່າງປະເທດອິນໂດເນເຊຍເຜີຍ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກຽມເດີນທາງຢ້ຽມຢາມຢູເຄຣນ ແລະ ຣັດເຊຍໃນອາທິດໜ້າ ເພື່ອເຈລະຈາ ແລະ ຫາທາງອອກຮ່ວມກັນກັບຜູ້ນຳທັງສອງປະເທດ. ຖືເປັນຜູ້ນຳຄົນທຳອິດໃນອາຊຽນທີ່ຕັດສິນໃຈເດີນທາງຢ້ຽມຢາມຢູເຄຣນ ແລະ ຣັດເຊຍໃນໄລຍະສົງຄາມ.
ໂດຍໃນປີນີ້, ທ່ານ ວີໂດໂດ ດຳລົງຕຳແໜ່ງປະທານກອງປະຊຸມສຸດຍອດຜູ້ນຳ G20 ທີ່ຈະຈັດຂຶ້ນໃນກາງເດືອນພະຈິກນີ້ ຢູ່ເກາະບາຫລີ ຂອງອິນໂດເນເຊຍ ເຊິ່ງໄດ້ຮັບແຮງກົດດັນຈາກບັນດາຜູ້ນຳປະເທດສະມາຊິກເອີຣົບໃຫ້ຖອນປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ອອກຈາກກອງປະຊຸມດັ່ງກ່າວ.
ທ່ານ ມາຊູດີ ລະບຸວ່າ: ສະຖານະການໃນປັດຈຸບັນຂ້ອນຂ້າງມີຄວາມສັບຊ້ອນ, ສົງຄາມທີ່ຍັງດຳເນີນຢູ່ໃນປັດຈຸບັນນີ້ກະທົບຕໍ່ມະນຸດຢ່າງໃຫຍ່ຫລວງ ທັງໃນມິຕິຂອງວິກິດອາຫານ, ວິກິດເຊື້ອໄຟ ລວມທັງວິກິດການເງິນ ໂດຍທາງການອິນໂດເນເຊຍໃນຖານະປະທານກອງປະຊຸມສຸດຍອດຜູ້ນຳ G20 ຈະຍັງບໍ່ໃຊ້ “ໂທລະໂຄ່ງການທູດ” (Megaphone Diplomacy) ທີ່ສົ່ງສຽງຮ້ອງໃສ່ກັນໄປມາ ເພື່ອໃຫ້ບັນລຸຈຸດປະສົງທີ່ຕົນຕ້ອງການ, ແຕ່ຈະໃຊ້ວິທີການເຈລະຈາປານີປານອມ ເພື່ອໃຫ້ບັນລຸຜົນໃນແນວທາງທີ່ເປັນປະໂຫຍດຕໍ່ປະຊາຄົມໂລກຫລາຍທີ່ສຸດ.
ອ້າງອີງ:
- https://www.thejakartapost.com/world/2022/06/22/jokowi-to-push-for-peace-with-ukraine-russia-visits-retno-.html
- https://www.reuters.com/world/asia-pacific/indonesia-president-push-peace-with-ukraine-russia-visits-minister-2022-06-22/
- https://www.aljazeera.com/news/2022/6/22/russia-ukraine-live-news-brutal-shelling-kills-15-in-kharkiv-liveblog