ຊົມເຊີຍ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄດ້ເຫັນການປ່ຽນແປງຫລາຍຢ່າງ
ໂດຍ: ທິດກໍ່າ
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນແຕ່ວັນທີ 13 ມິຖຸນາ ຫາວັນທີ 8 ກໍລະກົດ 2022 ຈຶ່ງຈະໄດ້ປິດສາກລົງຢ່າງເປັນທາງການ.
ແນວໃດກໍຕາມ, ໃນກອງປະຊຸມຄັ້ງນີ້ ຜ່ານການຕິດຕາມຂອງວົງການສື່ມວນຊົນລາວ ບໍ່ວ່າພາກລັດ ແລະ ເອກະຊົນ ໂດຍສະເພາະໃນໂລກໂຊຊຽວເຫັນວ່າມີທີເດັດ ແລະ ບັນຍາກາດຟົດຟື້ນພໍສົມຄວນ. ບັນຫາຈົດຈໍ່ໂດດເດັ່ນທີ່ສຸດ ກໍຄືການເຝົ້າຕິດຕາມລໍຄອຍຂອງປະຊາຊົນໃນການແກ້ໄຂບັນຫາເງິນເຟີ້, ນ້ຳມັນແພງ ແລະ ສິນຄ້າຂຶ້ນລາຄາໃນແຕ່ລະວັນຢ່າງບໍ່ຢຸດຢ່ອນ. ນອກຈາກນັ້ນ ກໍຍັງມີບັນຫາອື່ນໆທີ່ພົວພັນເຖິງພາລະກິດ ແລະ ພາລະກຳປະຫວັດສາດຂອງຊາດໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະແມ່ນຜົນງານການເຄື່ອນໄຫວຂອງລັດຖະບານໃນ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ 2022.
ໃນວາລະກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ຍົກໃຫ້ເຫັນຜົນງານ 6 ເດືອນຕົ້ນປີ ໂດຍທ່ານໄດ້ກ່າວວ່າ: ໃນ 6 ເດືອນຕົ້ນປີຜ່ານມາ ພວກເຮົາເລັ່ງໃສ່ປະຕິບັດ 6 ເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ, 5 ວຽກຈຸດສຸມວ່າດ້ວຍວາລະແຫ່ງຊາດ ແລະ ປະຕິບັດ 6 ວຽກຈຸດສຸມຂອງແຜນວາລະແຫ່ງຊາດ. ຜ່ານການຈັດຕັ້ງປະຕິບັດສາມາດປະຄັບປະຄອງເສດຖະກິດຂອງປະເທດບໍ່ໃຫ້ຕົກຢູ່ໃນຂັ້ນວິກິດຢ່າງໜັກໜ່ວງ. ເພາະສະນັ້ນ ໃນໄລຍະ 6 ເດືອນຕົ້ນປີ ຈຶ່ງສາມາດບັນລຸລວມຍອດຜະລິດຕະພັນພາຍໃນເຖິງ 4,3% ແລະ ຄາດວ່າໝົດປີນີ້ຈະສາມາດບັນລຸຕາມແຜນ 4,5% ຂອງລວມຍອດຜະລິດຕະພັນພາຍໃນ.
ເຖິງຢ່າງໃດກໍດີ, ແຜນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 6 ເດືອນຕົ້ນປີນີ້ ພວກເຮົາໄດ້ຜ່ານພົ້ນໄປດ້ວຍເງື່ອນໄຂຫຍຸ້ງຍາກລຳບາກຫລາຍປະການ ເປັນຕົ້ນບັນຫາການຂາດດູນງົບປະມານ, ຂາດດູນເງິນຕາ, ລາຄານ້ຳມັນພຸ້ງຂຶ້ນສູງ ຕະຫລອດເຖິງການຂວ້ຳບາດຂອງປະເທດມະຫາອຳນາດ ໂດຍສະເພາະສະຫະລັດອາເມລິກາທີ່ມີຕໍ່ຣັດເຊຍ. ທ່ານນາຍົກລັດຖະມົນຕີ ກ່າວຢ້ຳ. ສ່ວນບັນຍາກາດໃນວາລະກອງປະຊຸມໃນຫລາຍວັນທີ່ຜ່ານມາ ກໍຍັງມີຜູ້ແທນຫລາຍທ່ານໄດ້ສະເໜີຄຳຄິດເຫັນແບບຈິງຈັງ, ຈິງໃຈ ແລະ ກົງໄປກົງມາຕໍ່ການແກ້ໄຂບັນຫາຂອງຊາດທີ່ພວມປະສົບບັນຫາວິກິດ ເປັນຕົ້ນທ່ານ ນາງ ວາລີ ເວດສະພົງ ໃນນາມຜູ້ແທນປະຊາຊົນເຂດໜຶ່ງ ນະຄອນຫລວງວຽງຈັນ ໄດ້ສະເໜີຕໍ່ລັດຖະບານວ່າ: ບັນຫາການກວດກາ-ກວດສອບໃນເມື່ອເຫັນຜູ້ກະທຳຜິດແລ້ວບໍ່ຢາກໃຫ້ມີການສຶກສາອົບຮົມ, ຕ້ອງປະຕິບັດວິໄນໃຫ້ອອກຈາກລັດຖະກອນສະຖານດຽວ ເພາະການໃຊ້ມາດຕະການສຶກສາອົບຮົມມັນບໍ່ເຂັດຫລາບ ແລະ ບໍ່ມີໃຜຢ້ານກົວ ເພາະໃນຜ່ານມາ ພວກເຮົາກໍໄດ້ເຮັດຫລາຍຫລົບຫລາຍຕ່າວມາແລ້ວ ບັນຫາທຸກຢ່າງທີ່ມັນເກີດຂຶ້ນໃນປັດຈຸບັນແມ່ນບຸກຄະລາກອນເປັນຕົ້ນເຫດ ແລະ ເປັນຜູ້ປະຕິບັດ.
ສະເພາະບັນຍາກາດອັນໃໝ່ທີ່ປະຊາຊົນມີຄວາມຍິນດີຕໍ່ກອງປະຊຸມສະພາຊຸດນີ້ແມ່ນສະພາໄດ້ມີມະຕິຢ່າງເປັນເອກະສັນເລືອກຕັ້ງເອົາ 2 ທ່ານຂຶ້ນມາເປັນຮອງນາຍົກລັດຖະມົນຕີເພີ່ມຕື່ມ ຄືທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ສະເຫລີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ນອກນັ້ນ ຫາງສຽງມວນຊົນທີ່ເຂົາຊົມເຊີຍຢ່າງຫລວງຫລາຍໃນທົ່ວປະເທດ ກໍຄືໄດ້ປັບປ່ຽນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຄົນໃໝ່ ຄືທ່ານ ມະໄລທອງ ກົມມະສິດ, ປັບປ່ຽນຜູ້ວ່າການທະນາຄານຄົນໃໝ່ ຄືທ່ານ ບຸນເຫລືອ ສິນໄຊວໍລະວົງ, ປັບປ່ຽນປະທານອົງການກວດສອບແຫ່ງລັດຄົນໃໝ່ ຄືທ່ານ ວຽງທະວີສອນ ເທບພະຈັນ.
ເຖິງຢ່າງໃດກໍດີ, ສິ່ງທີ່ປະຊາຊົນລໍຄອຍຜົນງານຂອງລັດຖະມົນຕີຄົນໃໝ່ນັ້ນ ຄືເງິນກີບມີຄຸນຄ່າທີ່ດີຂຶ້ນສຳລັບຄົນລາວ, ຊາດລາວທີ່ມີເອກະລາດ, ອະທິປະໄຕ ມີນ້ຳມັນພຽງພໍສຳລັບປະຊາຊົນລາວ ເພື່ອສະໜອງເຂົ້າໃນການໄປມາ, ການທຳມາຫາກິນ, ທຳການຜະລິດ. ນອກຈາກນັ້ນ ບັນຫາສິນຄ້າກໍໃຫ້ຖືກລົງກວ່າເກົ່າ. ອັນສຳຄັນທີ່ສຸດ ການປະຕິບັດຕົວບົດກົດໝາຍກໍໃຫ້ເຂັ້ມງວດ, ເດັດຂາດຈິງຈັງ, ບໍ່ໃຫ້ລວາດແຂ້ວເຕົ່າ ແລະ ຍານຄືໂສ້ບໍ່ເຄັ່ງຄືຜ່ານມາ.
ຂໍຊົມເຊີຍກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ຢ່າງສຸດໃຈ ແລະ ຂໍໃຫ້ສຳເລັດຜົນຕາມຄາດໝາຍທີ່ໄດ້ວາງເອົາໄວ້.