ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ

ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ - hypatia h ba370e0e125d41c4d11f78fc2012b4d7 h 01290d522c997755f27c362ce721faf4 300 scaled - ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ
ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ - kitchen vibe - ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ

ວັນທີ 22 ມິຖຸນາ 2022, ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດຂອງ ສ.ເກົາຫລີ (Korea Disease Control and Prevention Agency: KDCA) ຢືນຢັນການກວດພົບກໍລະນີຜູ້ຕິດເຊື້ອໝາກສຸກລີງຄົນທຳອິດຂອງປະເທດ ເປັນພົນລະເຮືອນຊາວ ສ.ເກົາຫລີ ທີ່ເດີນທາງກັບຈາກເຢຍລະມັນໃນວັນທີ 21 ມິຖຸນາຜ່ານມາ.

ຜູ້ຕິດເຊື້ອຄົນນີ້ເລີ່ມສະແດງອາການຂອງພະຍາດໝາກສຸກລີງລະຫວ່າງເດີນທາງເຂົ້າ ສ.ເກົາຫລີ ກ່ອນຈະເຂົ້າຮັບການກວດ ແລະ ມີຜົນກວດເຊື້ອເປັນບວກ ໂດຍເອົາເຂົ້າຮັບການປິ່ນປົວຢູ່ສູນການແພດອິນຊອນທີ່ຢູ່ບໍ່ໄກຈາກສະໜາມບິນ.

ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ
ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ

ຂະນະທີ່ KDCA ໄດ້ເພີ່ມລະດັບການເຝົ້າລະວັງ ແລະ ຮັບມືການແພ່ລະບາດຂອງພະຍາດໝາກສຸກລີງເປັນລະດັບ “ເຕືອນໄພ (Caution)” ເຊິ່ງເປັນລະດັບ 2 ຈາກທັງໝົດ 4 ລະດັບ, ພ້ອມທັງຈະຍົກລະດັບການກວດສອບໂດຍກຳນົດພື້ນທີ່ ເຊິ່ງຕ້ອງຈັດການເລື່ອງການກັກກັນຢ່າງເຂັ້ມງວດ ໂດຍສະເພາະໃນກຸ່ມປະຊາຊົນທີ່ເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດໝາກສຸກລີງ.

ເຖິງຢ່າງໃດກໍຕາມ, ປັດຈຸບັນທາງການ ສ.ເກົາຫລີ ຍັງບໍ່ມີການທົບທວນແນວທາງການສັກວັກຊີນແບບວົງມົນ ຫລື ການສັກວັກຊີນອ້ອມຈຸດເກີດພະຍາດ ເພື່ອຢັບຢັ້ງການແພ່ລະບາດສຳລັບພະຍາດໝາກສຸກລີງ.

ທັງນີ້, KDCA ລາຍງານວ່າ: ພົບກໍລະນີຜູ້ຕ້ອງສົງໄສຕິດເຊື້ອໝາກສຸກລີງຈຳນວນ 2 ຄົນ ໂດຍນອກຈາກຊາວ ສ.ເກົາຫລີ ທີ່ຢືນຢັນແລ້ວ ຍັງພົບອີກ 1 ຄົນເປັນຊາວຕ່າງປະເທດທີ່ເດີນທາງເຂົ້າ ສ.ເກົາຫລີ ໃນວັນທີ 20 ມິຖຸນາຜ່ານມາ ຫລັງຈາກສະແດງອາການມີຕຸ່ມໂພງຢູ່ຜິວໜັງ ແລະ ເຈັບຄໍ, ແຕ່ຈາກການກວດເຊື້ອພົບວ່າມີຜົນເປັນລົບ ເຊິ່ງທາງໜ່ວຍງານເຜີຍວ່າ: ຜູ້ປ່ວຍໄດ້ຮັບການບົ່ງມະຕິວ່າເປັນຍ້ອນພະຍາດອື່ນ ໂດຍບໍ່ລະບຸລາຍລະອຽດ.

ຂະນະທີ່ປະທານາທິບໍດີ ຢຸນຊອກຢໍ ໄດ້ສັ່ງໃຫ້ໜ່ວຍງານສາທາລະນະສຸກຍົກລະດັບມາດຕະການກັກກັນສຳລັບຜູ້ໂດຍສານຂາເຂົ້າຈາກຕ່າງປະເທດຢູ່ສະໜາມບິນ ແລະ ກຽມພ້ອມຢ່າງເຕັມທີ່ໃນການແຈກຢາຍວັກຊີນ ແລະ ຢາໄປຫາໂຮງໝໍຕ່າງໆ ພ້ອມທັງສັ່ງໃຫ້ເລັ່ງດຳເນີນໃຫ້ຄຳແນະນຳເລື່ອງວັກຊີນ ແລະ ຢາຕ້ານໝາກສຸກລີງ ເຊິ່ງພັດທະນາເປັນລຸ້ນທີ 3 ແລ້ວ.

ທັງນີ້, ໃນຕົ້ນເດືອນມິຖຸນາຜ່ານມາ ສ.ເກົາຫລີ ໄດ້ກຳນົດໃຫ້ພະຍາດໝາກສຸກລີງເປັນພະຍາດຕິດເຊື້ອລະດັບທີ 2 ຈາກທັງໝົດ 4 ລະດັບ ໂດຍມີພະຍາດຕິດເຊື້ອ 22 ພະຍາດ ລວມທັງໂຄວິດ, ອະຫິວາ ແລະ ໝາກສຸກໝາກໃສ ລວມຢູ່ໃນລະດັບດຽວກັນ.

ອ້າງອີງ:

https://www.reuters.com/world/asia-pacific/skorea-reports-first-two-monkeypox-cases-yonhap-2022-06-21/

ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ - 3 - ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ
ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ - 4 - ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ
ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ - 5 - ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ