ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ

- 290391758 3103524283291445 3948544022957239996 n - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ
- kitchen vibe - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ
ວັນທີ 27 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຮັນ ດົງ ແມນ (Han Dong-man), ທູດພິເສດຂອງລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-28 ມິຖຸນາ 2022.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍໄປຍັງລັດຖະບານ ແຫ່ງ ສ.ເກົາຫຼີ ທີ່ໄດ້ສຳເລັດການແຕ່ງຕັ້ງບັນດາຄະນະລັດຖະມົນຕີຊຸດໃຫມ່ ໃນເດືອນຜ່ານມາ ແລະ ຖືໂອກາດນີ້, ສະແດງຄວາມຍິນດີຊົມເຊີຍ ໄປຍັງ ທ່ານ ປາກ ຈິນ (Park Jin), ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ.ເກົາຫຼີ ຄົນໃຫມ່. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ທີ່ສືບຕໍ່ນັບມື້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການຮ່ວມນຳກັນ ແຕ່ວັນທີ 25 ຕຸລາ 1995 ເປັນຕົ້ນມາ, ພິເສດໃນປີ 2020 ຜ່ານມາ ສອງປະເທດ ໄດ້ຮ່ວມກັນຈັດບັນດາກິດຈະກຳເພື່ອສະເຫຼີມສະຫຼອງ ວັນຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສ.ເກົາຫຼີ ຢ່າງມີຜົນສຳເລັດ,ການນຳຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ, ບັນດາຂະແໜງການຮ່ວມມືຕ່າງໆສືບຕໍ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງເປັນຕົ້ນ ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ, ລວມທັງ ການຮ່ວມມືໃນຂອບອາຊຽນ, ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫຼີ ແລະ ຂອບການຮ່ວມມືຢູ່ ສະຫະປະຊາຊາດ. ເຊິ່ງທັງຫມົດນັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ຢ່າງມີຜົນສຳເລັດເປັນແຕ່ລະໄລຍະ.ນອກຈາກນີ້, ສອງຝ່າຍ ຍັງແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສະເຫຼີມໄຊ ກົມມະສິດ ສະແດງຄວາມຂອບໃຈຕໍ່ ລັດຖະບານ ສ.ເກົາຫຼີ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ການຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສອງຝ່າຍຈະສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ໃນອະນາຄົດ. ພ້ອມນີ້, ກໍ່ອວຍພອນໃຫ້ຄະນະຜູ້ແທນ ສ.ເກົາຫຼີ ຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
May be an image of 7 people, people standing and indoor  - 290300362 3103524249958115 1923051130339228367 n - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ
- 4 - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ
- 5 - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ
- 3 - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ