ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານແກ້ໄຂບັນຫາຢາເສບຕິດ
ຜ່ານມາການແກ້ໄຂບັນຫາຢາເສບຕິດເວົ້າລວມແລ້ວ ລັດຖະບານ ໄດ້ມີຄວາມພະຍາຍາມນອກຈາກມີກົດ ໝາຍ, ນິຕິກໍາໃຕ້ກົດໝາຍແລ້ວ, ຍັງໄດ້ກໍານົດ 6 ຈຸດສຸມແກ້ໄຂທີ່ລະບຸໃນວາລະແຫ່ງຊາດ, ແຕ່ບັນຫານີ້ຍັງສືບຕໍ່ແພ່ຫລາຍ ແລະ ບາງດ້ານກໍສືບຕໍ່ລະເມີດກົດໝາຍຕື່ມອີກ.
ທ່ານ ທອງສີ ເສົາສຸລິພົມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ກ່າວວ່າ: ນອກຈາກເຄື່ອນໄຫວຄ້າຂາຍຢາເສບຕິດ ປະເພດຢາບ້າ, ເຮໂລອິນແລ້ວ, ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫລີກຍັງລັກປູກຝີ່ນເປັນອັນດັບໜຶ່ງ ຖ້າທຽບໃສ່ບັນດາແຂວງພາກເໜືອຂອງລາວ ແລະ ຈຸດນີ້ສະເໜີ ລັດຖະບານ ເອົາໃຈໃສ່ແກ້ໄຂ ເຊັ່ນຕ້ອງຍົກລະດັບການແກ້ໄຂດ້ວຍມາດຕະການດ້ານກົດໝາຍຢ່າງເຂັ້ມງວດ, ລົງໂທດຜູ້ຜະລິດ ແລະ ຜູ້ສົ່ງເສີມທີ່ເປັນຕົວການຕາມກົດໝາຍ, ຕ້ອງຊຸກຍູ້ສົ່ງເສີມການຈັດສັນອາ ຊີບຄົງທີ່ສ້າງສິ່ງ ອໍານວຍຄວາມສະດວກດ້ານຄົມມະນາຄົມ ແລະ ການປູກການລ້ຽງໃຫ້ປະຊາຊົນຢູ່ຊົນນະ ບົດໂດຍການປະ ຕິບັດນະໂຍບາຍສົ່ງເສີມການລົງທຶນຂອງພາກເອກະຊົນ ເປັນກໍລະນີພິເສດໃຫ້ແກ່ບັນດາບ້ານທີ່ຫລໍ່ແຫລມ ເພື່ອສ້າງວຽກເຮັດງານທໍາ ແລະ ຢຸດພຶດຕິກໍາທີ່ກ່ຽວຂ້ອງກັບບັນຫາຢາເສບຕິດເທື່ອລະກ້າວ.