ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ

- BoL Decision No - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ
- kitchen vibe - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງເຫັນດີ ດັ່ງນີ້:
ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກໍານົດລະບຽບການກ່ຽວກັບການກໍານົດອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ໃຫ້ສອດຄ່ອງກັບກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ສ້າງເງື່ອນໄຂໃຫ້ລະບົບທະນາຄານສາມາດເຄື່ອນໄຫວບໍລິການແລກປ່ຽນເງິນຕາໄດ້ຢ່າງຄ່ອງຕົວ, ອັດຕາ ແລກປ່ຽນມີຄວາມສະຫງົບ ປະກອບສ່ວນເຂົ້າໃນການຮັກສາສະເຖຍລະພາບດ້ານເງິນຕາ.

ມາດຕາ 2. ການກໍານົດອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ
ກົມນະໂຍບາຍເງິນຕາກໍານົດອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ສປປ ລາວ ລະຫວ່າງເງິນ ກີບກັບເງິນໂດລາສະຫະລັດ ປະຈໍາວັນ ແລະ ແຈ້ງອັດຕາແລກປ່ຽນອ້າງອີງດັ່ງກ່າວ ຜ່ານເວັບໄຊທ໌ຂອງທະນາ ຄານແຫ່ງ ສປປ ລາວ ພາຍໃນເວລາ 08:10 ໂມງເຊົ້າຂອງທຸກໆວັນລັດຖະການ ເພື່ອໃຫ້ບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາ ນໍາໃຊ້ເປັນບ່ອນອີງໃນການກໍານົດອັດຕາແລກປ່ຽນຂອງຕົນ ຕາມທີ່ໄດ້ກໍານົດ ໄວ້ໃນຂໍ້ຕົກລົງສະບັບນີ້.
ອີງໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາກໍານົດອອກ, ກົມບໍລິການທະນາຄານກໍານົດອັດ ຕາແລກປ່ຽນສໍາລັບການຊື້ ແລະ ຂາຍເງິນກີບ ກັບ ເງິນໂດລາສະຫະລັດ, ເງິນບາດ, ເງິນຢວນ ແລະ ສະກຸນ ເງິນອື່ນໆ ພ້ອມທັງແຈ້ງອັດຕາແລກປ່ຽນຊື້-ຂາຍດັ່ງກ່າວຂອງຕົນ ຜ່ານເວັບໄຊທ໌ຂອງທະນາຄານແຫ່ງ ສປປລາວ ພາຍໃນເວລາ 08:30 ໂມງເຊົ້າຂອງທຸກໆວັນລັດຖະການ.

- Visit Laos Visit SALANA BOUTIQUE HOTEL - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ
- Visit Laos Visit SALANA BOUTIQUE HOTEL - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ

ມາດຕາ 3. ການກໍານົດອັດຕາແລກປ່ຽນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ
ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ເປັນເຈົ້າການກໍານົດອັດຕາແລກປ່ຽນລະຫວ່າງເງິນ ກີບກັບເງິນຕາຕ່າງປະເທດສະກຸນຕ່າງໆດ້ວຍຕົນເອງ ໃນແຕ່ລະວັນ ຕາມຫຼັກການດັ່ງນີ້:
1. ກໍານົດອັດຕາແລກປ່ຽນສໍາລັບການຊື້ ຫຼື ຂາຍເງິນກີບກັບເງິນໂດລາສະຫະລັດໄດ້ໃນຂອບເຂດບໍ່ເກີນ+1,50% ທຽບໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາປະກາດອອກໃນແຕ່ລະວັນ ແລະ ສ່ວນຕ່າງລະຫວ່າງອັດຕາຊື້-ອັດຕາຂາຍ ບໍ່ເກີນ 0,50%;
2. ກໍານົດໃຫ້ສ່ວນຕ່າງລະຫວ່າງອັດຕາຊື້ ແລະ ອັດຕາຂາຍ ບໍ່ເກີນ 0,75% ສໍາລັບການແລກປ່ຽນເງິນກີບກັບເງິນເອີໂຣ ແລະ ເງິນກີບກັບເງິນບາດ;
3. ກໍານົດໃຫ້ສ່ວນຕ່າງລະຫວ່າງອັດຕາຊື້ ແລະ ອັດຕາຂາຍ ບໍ່ເກີນ 2% ສໍາລັບການແລກປ່ຽນເງິນກີບກັບເງິນຢວນ ແລະ ເງິນຕາສະກຸນອື່ນໆ.

ມາດຕາ 4ການແຈ້ງອັດຕາແລກປ່ຽນໃຫ້ແກ່ມວນຊົນ
ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ຕ້ອງແຈ້ງອັດຕາແລກປ່ຽນຂອງຕົນໃຫ້ມວນຊົນຊາບ ພາຍໃນເວລາ 09:00 ໂມງເຊົ້າ ຂອງແຕ່ລະວັນ, ກໍລະນີມີການປ່ຽນແປງລະຫວ່າງວັນ ຕ້ອງແຈ້ງອັດຕາແລກປ່ຽນ ທີ່ໄດ້ປັບປ່ຽນນັ້ນ ເປັນແຕ່ລະໄລຍະພາຍໃນວັນດັ່ງກ່າວຢ່າງເຄັ່ງຄັດ, ການແຈ້ງອັດຕາແລກປ່ຽນນັ້ນຕ້ອງປະຕິ ບັດໃນຮູບແບບທີ່ຊັດເຈນ ຈະແຈ້ງ ຢູ່ສະຖານທີ່ບໍລິການ, ເວັບໄຊທ໌ ແລະ ຜ່ານສື່ສັງຄົມຮູບແບບອື່ນໆຂອງຕົນ. ອັດຕາແລກປ່ຽນທີ່ແຈ້ງນັ້ນຕ້ອງຖືກຕ້ອງຕາມການຈັດຕັ້ງປະຕິບັດຕົວຈິງສໍາລັບທຸກທຸລະກໍາຂອງຕົນ.

ມາດຕາ 5 ການລາຍງານໃຫ້ທະນາຄານແຫ່ງ ສປປ ລາວ
ທະນາຄານທຸລະກິດມີໜ້າທີ່ລາຍງານປະຈໍາວັນກ່ຽວກັບສະພາບການເຄື່ອນໄຫວແລກປ່ຽນເງິນຕາຂອງ ຕົນ ແລະ ຮ້ານແລກປ່ຽນເງິນຕາຕົວແທນທີ່ຂຶ້ນກັບ ໃຫ້ແກ່ທະນາຄານແຫ່ງ ສປປ ລາວ ພາຍໃນເວລາ 16:00 ໂມງຂອງວັນດັ່ງກ່າວນັ້ນ ຢ່າງຊັດເຈນ ແລະ ຖືກຕ້ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ, ຂໍ້ມູນສໍາລັບການ ລາຍງານປະກອບມີ ອັດຕາແລກປ່ຽນ, ມູນຄ່າການຊື້-ຂາຍເງິນຕາສໍາລັບແຕ່ລະຄູ່ສະກຸນເງິນ, ມູນຄ່າການຊື້-ຂາຍ ລວມທຸກສະກຸນເງິນ ແລະ ຂໍ້ມູນອື່ນໆຕາມແບບລາຍງານທີ່ທະນາຄານແຫ່ງ ສປປ ລາວ ກໍານົດອອກ ແຕ່ລະ ໄລຍະ.

ມາດຕາ 6. ການກວດກາຕິດຕາມການຈັດຕັ້ງປະຕິບັດ
ກົມນະໂຍບາຍເງິນຕາມີໜ້າທີ່ຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງໃກ້ຊິດ ແລະ ເປັນປົກກະຕິ, ລາຍງານໃຫ້ຄະນະຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຊາບ ແຕ່ລະໄລຍະ, ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ລະເມີດຢ່າງເຂັ້ມງວດ.

ມາດຕາ 7 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນຂໍ້ຕົກລົງກ່ຽວກັບ ການກໍານົດອັດຕາແລກປ່ຽນອ້າງອີງລະຫວ່າງເງິນກີບກັບເງິນໂດລາສະຫະລັດ ແລະ ການກໍານົດອັດຕາແລກປ່ຽນ ຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ສະບັບເລກທີ 801/ທຫລ, ລົງວັນທີ 05 ຕຸລາ 2015 ແລະ ລະບຽບການກ່ຽວຂ້ອງອື່ນ ທີ່ມີເນື້ອໃນຂັດກັບຂໍ້ຕົກລົງສະບັບນີ້.

- BoL Decision No - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ

- 4 - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ
- 5 - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ
- 3 - ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາແລກປ່ຽນ