ລັດຖະມົນຕີກະຊວງການເງິນ ສະເໜີຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ
July 1, 2022 - 3:43 PM
ໃນວັນທີ 1 ກໍລະກົດ 2022 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງ ການເງິນ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ປັບປຸງເນື້ອໃນທັງໝົດ 41 ມາດຕາ, ເພີ່ມເຂົ້າໃໝ່ 3 ມາດຕາ, ຕັດອອກ 12 ມາດຕາ. ສະນັ້ນ ຈຶ່ງເຮັດໃຫ້ໂຄງຮ່າງກົດໝາຍ ປັບປຸງ ປະກອບດ້ວຍ 9 ພາກ, 7 ໝວດ, 65 ມາດຕາ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍຊັບສິນຂອງລັດ ໃນໄລຍະຜ່ານມາວ່າ: ກົດໝາຍດັ່ງກ່າວ ໄດ້ປະກາດໃຊ້ສະບັບທໍາອິດໃນປີ 2002 ແລະ ໄດ້ຖືກປັບປຸງຄືນໃນປີ 2012, ກົດໝາຍດັ່ງກ່າວ ເປັນເຄື່ອງມືສໍາຄັນໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານຊັບສິນຂອງລັດ, ເຮັດໃຫ້ການປົກປັກຮັກສາ, ນໍາໃຊ້ຊັບສິນຂອງລັດ ທີ່ເປັນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີປະສິດທິພາບ, ປະສິດທິຜົນ, ມີຄວາມຍືນຍົງ, ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດເພີ່ມຂຶ້ນໃນແຕ່ລະປີ. ແນວໃດກໍຕາມ, ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ນິຕິກໍາໃນການຄຸ້ມຄອງຊັບສິນ ຂອງລັດ ແມ່ນໄດ້ນໍາໃຊ້ມາຫລາຍປີ ແລະ ມີບາງເນື້ອໃນຍັງບໍ່ທັນສອດຄ່ອງກັບສະພາບ ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ, ຈຶ່ງເຮັດໃຫ້ມີຂໍ້ຈໍາກັດໃນການປະ ຕິບັດໜ້າທີ່ການເມືອງໃນວຽກງານຊັບສິນຂອງລັດ ແລະ ເພື່ອເປັນການຕອບສະໜອງການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ປາກົດຜົນເປັນຈິງ, ດັ່ງນັ້ນ ສະພາແຫ່ງຊາດ ຈຶ່ງໄດ້ ອອກມະຕິ ສະບັບເລກທີ 24/ສພຊ ລົງວັນທີ 19 ພະຈິກ 2019 ວ່າດ້ວຍມາດຕະການ ເພື່ອປັບປຸງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບການເກັບລາຍຮັບ ເຊິ່ງໜຶ່ງໃນນັ້ນແມ່ນກົດໝາຍວ່າດ້ວຍຊັບສິນຂອງລັດ ທີ່ມີເນື້ອໃນຍັງບໍ່ຄົບຖ້ວນ, ສົມບູນ ໃນການຈັດຕັ້ງປະຕິບັດ 5 ມາດຕາ ຄື: ມາດຕາ 22, 23, 34, 37, 42 ພ້ອມກັນນັ້ນ ກົດໝາຍວ່າດ້ວຍຊັບສິນຂອງລັດສະບັບນີ້ ກໍແມ່ນໜຶ່ງໃນສີ່ກົດໝາຍ ທີ່ຄະນະປະຈໍາສະພາ ແຫ່ງຊາດ ຈັດຕັ້ງການປະເມີນຜົນການຈັດຕັ້ງປະຕິບັດ.
ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ພາຍຫລັງຮ່າງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງທາງດ້ານນິຕິກໍາທີ່ໜັກແໜ້ນ ໃນການເຄື່ອນໄຫວ ຂອງອົງການລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການວຽກງານ ຄຸ້ມຄອງຊັບສິນຂອງລັດ, ສ້າງຄວາມເຊື່ອໝັ້ນແກ່ສັງຄົມ, ນິຕິບຸກຄົນ ແລະ ສາກົນ, ຮັບປະກັນການຄຸ້ມຄອງຊັບສິນຂອງລັດໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ລວມສູນ ແລະ ເປັນເອກະພາບ.